ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຈີນ ຕົກລົງ ຈ່າຍເງິນຊົດເຊີຍ ແກ່ແມ່ຍິງ ທີ່ຖືກບັງຄັບ ໃຫ້ຮີດລູກອອກ


ແຜນທີ່ປະເທດຈີນແຜ່ນດິນໃຫຍ່
ແຜນທີ່ປະເທດຈີນແຜ່ນດິນໃຫຍ່

ລັດ​ຖະບານ​ຈີນ​ໄດ້​ບັນລຸ​ຂໍ້​ຕົກລົງ​ຈະໃຫ້​ເງິນສົດ​ຊົດ​ເຊີຍ​ແກ່​ຄອບຄົວ​ຂອງ​ແມ່ຍິງ​ຄົນ​ນຶ່ງ​ທີ່​ຖືກ​ບັງຄັບໂດຍ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ​ໃຫ້​ຮີດ​ລູກ​ອອກ ​ແຕ່​ບັນ ດາ​ນັກ​ເຄຶ່ອນ​ໄຫວ​ກ່າວ​ວ່າ ກໍລະນີ​ດັ່ງກ່າວ​ນີ້​ເປັນ​ພຽງ​ຈຸດ​ເລີ່​ມຕົ້ນ​ເທົ່າ​ນັ້ນ ຂອງ​ການ​ຕໍ່ສູ້​ກັນ​ເພື່ອ​ຕ່າວ​ປິ້ນນ​ະ​ໂຍບາຍ​ລູກ​ຄົນ​ດຽວ​ທີ່​ຍືດ​ເຍື້ອມາ​ໄດ້ຫຼາຍສິບ​ປີ​ແລ້ວ​ຂອງ​ຈີນ​.

​ເຈົ້າໜ້າ​ທີ່​ແຂວງ Shaanxi ທາງ​ພາກ​ເໜືອ​ຂອງ​ຈີນ ​ໄດ້​ລັກ​ພາ​ຕົວ​ນາງ Feng Jianmei ​ເມື່ອ​ເດືອນ​ຜ່ານ​ມາ​ ແລະ​ກໍໄດ້​ບັງຄັບ​ໃຫ້​ນາງ​ ທີ່​ຖືພາ​ໄດ້​ເຈັດ​ເດືອນ​ນັ້ນ ຮີດລູກອອກ ຫຼັງຈາກ​ທີ່​ນາງ​ບໍ່​ສາມາດ​ຈ່າຍ​ເງິນ​ຄ່າປັບ​ໃໝຈໍານວນ 6,300 ​ໂດ​ລາ ​ໃນ​ຂໍ້​ຫາທີ່​ຖືພາ​ລູກ​ຄົນທີສອງ.

ຫຼັງຈາກ​ຮູບ​ພາບ​ຕ່າງໆ​ທີ່​ນໍາ​ລົງ​ໃນ​ອິນ​ເທີ​ເນັທ ທີ່​ສະ​ແດງ​ໃຫ້​ເຫັນລູກນ້ອຍ​ຖືກ​ຮີດອອກ​ມາ ທີ່​ເຕັມ​ໄປ​ດ້ວຍ​ເລືອດ​ຂອງ​ນາງ Feng ຊຶ່ງ​ປະກົດ​ວ່າ​ລັດຖະບານ​ໄດ້​ອອກ​ຄໍາ​ຂໍ​ໂທດ ​ທີ່​ບໍ່​ຄ່ອຍ​ມີ​ມາ​ກ່ອນ ​ແລະ​ດໍາ​ເນີນ​ການ​ສືບ​ສວນສອບ​ສວນ ທີ່​ນໍາ​ໄປ​ສູ່​ການໄລ່​ບັນດາ​ເຈົ້າໜ້າ​ທີ່​ທີ່​ກ່ຽວຂ້ອງຫຼາຍຄົນ​ອອກ​ຈາກ​ຕຳ​ແໜ່​ງ.

ສື່​ມວນ​ຊົນຂອງທາງ​ການ​ຈີນ ​ໄດ້​ລົງ​ຂ່າວ​ປະ​ກາດ​ຂໍ້​ໂຕ້​ແຍ້​ງກັນ​ທີ່​ຈະ​ສໍາ​ເລັດ​ລົງ​ໃນ​ວັນ​ພຸດ​ມື້​ນີ້ ຫຼັງຈາກ​ນາຍ Deng Jiyuan ສາມີ​ຂອງ​ນາງ Feng ຕົກລົງ​ທີ່​ຈະ​ລົບ​ລ້າງ​ການດໍາ​ເນີນ​ການ​ທາງ​ກົດໝາຍ​ທັງ​ໝົດ ​ແລກ​ກັບ​ເງິນສົດ​ຊົດ​ເຊີຍຄ່າ​ເສຍ​ຫາຍ​ຈໍານວນ 11 ພັນ​ໂດ​ລາ​ນັ້ນ.

​ແຕ່​ບັນດາ​ນັກ​ເຄຶ່ອນ​ໄຫວ​ທີ່​ໂຮມ​ທັງ​ທ່ານ Bob Fu ຂອງ​ກຸ່ມ​ ChinaAid ຊຶ່ງ​ເປັນ​ກຸ່ມ​ປົກ​ປ້ອງ​ສິດທິມະນຸດທີ່​ມີ​ສໍານັກງານ​ຢູ່​ໃນ​ສະ​ຫະລັດ ກ່າວ​ວ່າ ບໍ່ມີເງິນ​ຈໍານວນຫຼາຍ​ເທົ່າ​ໃດ ທີ່​ຈະ​ສາມາດ​ທົດ​ແທນ​ຄວາມ​ບໍ່​ຍຸຕິ​ທໍາ​ ທີ່​ຍືດ​ເຍື້ອ​ມາ​ໄດ້ຫຼາຍປີ​ ທີ່​ຖືກ​ກ່າວ​ຫາ​ວ່າ​ ເປັນ​ຜົນ​ຈາກ​ນະ​ໂຍບາຍ​ການວາງ​ແຜນ​ຄອບຄົວທີ່​ຖືກ​ບັງຄັບ​ຂອງຈີນ ​ທີ່ມັກເກີດ​ຄວາມ​ຮຸນ​ແຮງ​ເປັນ​ບາງ​ຄັ້ງ​ບາງ​ຄາວ​ນັ້ນ​ໄດ້.

ນັບ​ແຕ່​ຈີນ​ໄດ້​ຈັດຕັ້ງປະຕິບັດ​ນະ​ໂຍບາຍ​ມີ​ລູກ​ໄດ້​ຄົນ​ດຽວ ​ໃນ​ປີ 1978 ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຫຼຸດຈຳນວນການ​ເຕີບ​ໂຕ​ຂອງ​ປະຊາກອນ​ລົງນັ້ນ ມີ​ລາຍ​ງານ​ວ່າ ມີ​ແມ່ຍິງ​ຫຼາຍລ້ານ​ຄົນ​ໄດ້​ຖືກ​ບັງຄັບ​ສິ້ນສຸດ​ການ​ຖືພາ​ແບບ ຜິດ​ກົດໝາຍ​ຂອງ​ພວກ​ເຂົາ​ເຈົ້າ.

XS
SM
MD
LG