ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ໄພນໍ້າຖ້ວມ ຢູ່ຈີນ


ມີການຍົກຍ້າຍປະຊາຊົນ ເກືອບ 100 ພັນຄົນ ຢູ່ໃນ ພາກໃຕ້ ຂອງຈີນ ຫລັງຈາກ ຄູກັ້ນນໍ້າແຫ່ງນຶ່ງ ໄດ້ພັງ​ລົງ ໃນວັນພຸດມື້ນີ້ ເປັນເທື່ອທີ 2 ຍ້ອນແມ່ນໍ້າສາຍນຶ່ງ ທີ່​ໄຫລຖ້ວມລົ້ນຝັ່ງ.

ອົງການຂ່າວຊິນຫົວ ລາຍງານວ່າ ຄູກັ້ນນໍ້າ ໄດ້ພັງ​ລົງ ຫຼັງຈາກແມ່ນໍ້າ FUHE ທີ່ແຂວງ JIANGXI ໄດ້​ໄຫລ ລົ້ນຝັ່ງຂຶ້ນຖ້ວມ. ພວກກູ້ໄພ ໄດ້ໃຊ້ເວລາ ເກືອບຕະຫຼອດຄືນ ຜ່ານ​ມາ ຍົກຍ້າຍປະຊາຊົນ ໄປຍັງບ່ອນປອດໄພ ໂດຍເຮືອພາຍ.

ມີຝົນຕົກໜັກ ເປັນເວລາຫຼາຍໆມື້ ຢູ່ໃນພາກໃຕ້ ຂອງຈີນ ຊຶ່ງໄດ້ພາໃຫ້ ເກີດນໍ້າຖ້ວມ ທີ່ເຮັດໃຫ້ ມີຜູ້ເສຍຊີວິດ ເກືອບ 200 ຄົນ ແລະອີກ 123 ຄົນ ຫາຍສາບສູນ. ນອກນັ້ນ ຝົນຕົກໜັກ ຍັງໄດ້ພາໃຫ້ເກີດ ດິນເຈື່ອນຫຼືດິນຖະຫຼົ່ມ ທີ່ໄດ້ຕັດຂາດ ຖະໜົນຫົນທາງ ແລະລາງລົດໄຟ ໃນເຂດດັ່ງກ່າວ.

ຄາດຄະເນກັນວ່າ ໄພທຳມະຊາດ ​ໃນ​ຄັ້ງນີ້ ຈະສ້າງຄວາມເສຍຫາຍ ຢ່າງນ້ອຍ 6 ພັນ ລ້ານໂດລາ ຕໍ່ເສດຖະກິດ.

XS
SM
MD
LG