ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດໄພນໍ້າຖ້ວມ ແລະດິນເຈື່ອນຮ້າຍແຮງ ຢູ່ຈີນ


ແຜນທີ່ຈີນ
ແຜນທີ່ຈີນ

ອົງການຂ່າວຂອງທາງການຈີນລາຍງານວ່າ ມີຢ່າງນ້ອຍ 70 ຄົນເສຍຊີວິດຫຼືບໍ່ກໍຫາຍສາບ
ສູນຫຼັງຈາກໄດ້ມີຜົນຕົກໜັກໃນທົ່ວປະເທດເປັນເວລານຶ່ງອາທິດ.

ອົງການຂ່າວຊິນຫົວລາຍງານໃນມື້ວັນສຸກວານນີ້ວ່າ ຝົນຕົກໜັກ ທີ່ຍັງຜົນໃຫ້ເກີດໄພນໍ້າ
ຖ້ວມແລະດິນເຈື່ອນນັ້ນ ເຮັດໃຫ້ມີຜູ້ເສຍຊີວິດ 49 ຄົນແລະອີກ 21 ຄົນມີລາຍງານວ່າຫາຍ
ສາບສູນ.

ໃນຖະແຫຼງຂ່າວສະບັບນຶ່ງທີ່ນຳອອກເຜີຍແຜ່ນັ້ນ ຄະນະກຳມາທິການຫຼຸດຜ່ອນໄພພິບັດ
ແຫ່ງຊາດກະປະມານວ່າ ໄດ້ເກີດຄວາມເສຍຫາຍໂດຍກົງຕໍ່ເສດຖະກິດເກືອບ 1 ພັນລ້ານ
ໂດລາ ຍ້ອນໄພພິບັດຕ່າງໆທີ່ເກີດຈາກຝົນຕົກໜັກ.

ນອກນັ້ນຄະນະກຳມາທິການຍັງເວົ້າວ່າມີຫຼາຍກວ່າ 300,000 ຄົນຖືກບັງຄັບໃຫ້ຍົກຍ້າຍ ໜີໄປຈາກເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ ອັນເປັນຜົນເນື່ອງມາຈາກໄພນໍ້າຖ້ວມ
ແລະດິນເຈື່ອນ.

XS
SM
MD
LG