ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄພນໍ້າຖ້ວມ ໃນປະເທດຈີນ


ເຈົ້າໜ້າທີ່ຈີນກ່າວວ່າ ມີ 17 ຄົນ ໄດ້ຮັບການຢືນຢັນວ່າ ເສຍຊີວິດ ແລະອີກຢ່າງນ້ອຍ 44 ຄົນ ຫາຍສາບສູນໄປ ໃນວັນອັງຄານມື້ນີ້ ຍ້ອນໄດ້ເກີດ ຝົນຕົກໜັກ ຢູ່ໃນພາກ ຕາເວັນຕົກ ສຽງໃຕ້ຂອງຈີນ.

ເຈົ້າໜ້າທີ່ເວົ້າວ່າ ເຈີ້ຍພູແຫ່ງນຶ່ງໄດ້ເຈື່ອນລົງມາ ທັບຄຸ້ມ​ນຶ່ງ​ໃນເມືອງ ZHAOTONG ເມື່ອຄືນແລ້ວນີ້ ເຮັດໃຫ້ມີ ຜູ້ເສຍຊີວິດ 4 ຄົນ ແລະອີກ 42 ຄົນ ຍັງຫາຍສາບສູນ. ລັດຖະບານ ປະຈຳແຂວງ ເວົ້າວ່າ ມີຢ່າງນ້ອຍ 11 ຄົນ ໄດ້ຮັບບາດເຈັບ ແລະ 2 ຄົນໃນນັ້ນ ມີອາການສາຫັດ.

ອົງການຂ່າວຊິນຫົວ ຂອງທາງການຈີນ ລາຍງານວ່າ ຢູ່ແຂວງ SICHUAN ທີ່ຕັ້ງຢູ່ໃກ້ ຄຽງນັ້ນ ກໍມີ 7 ຄົນ ເສຍຊີວິດ ແລະຜູ້ນຶ່ງ ຫາຍສາບສູນ ທີ່ບ້ານ YANDAI ຂະນະທີ່ ຢູ່ບ້ານ SIMA ພວກກູ້ໄພ ໄດ້ພົບເຫັນ ສົບຄົນຕາຍ 6 ຄົນ ແລະກຳລັງຊອກຫາ ອີກຄົນນຶ່ງ.

ພວກພະຍາກອນອາກາດ ທຳນາຍວ່າ ຝົນຍັງຈະຕົກແຮງຕໍ່ໄປອີກ ຊຶ່ງຈະສ້າງຄວາມເສຍ ຫາຍ ຢ່າງໜັກ ໃຫ້ແກ່ເຂດທີ່ ປະສົບໄພນໍ້າຖ້ວມ ຢູ່ໃນພາກກາງ ແລະພາກຕາເວັນ ອອກ ຂອງຈີນ ໃນໄລຍະ 3 ມື້ຂ້າງໜ້ານີ້.

XS
SM
MD
LG