ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີ 36 ຄົນເສຍຊີວິດທີ່ແຂວງກັນຊູ ຂອງຈີນ


ມີ 36 ຄົນເສຍຊີວິດທີ່ແຂວງກັນຊູ ຂອງຈີນ
ມີ 36 ຄົນເສຍຊີວິດທີ່ແຂວງກັນຊູ ຂອງຈີນ

ສື່ມວນຊົນຂອງທາງການຈີນລາຍງານວ່າ ມີ 36 ຄົນ
ເສຍຊີວິດທີ່ແຂວງ GAN-SU ໃນພາກຕາເວັນຕົກສຽງ
ເໜືອຂອງຈີນຍ້ອນໄພທຳມະຊາດລ່າສຸດທີ່ກ່ຽວກັບດິນຟ້າ
ອາກາດ.

ອົງການຂ່າວຊິນຫົວແຈ້ງວ່ານອກນັ້ນ ຍັງມີອີກ 23 ຄົນ
ຫາຍສາບສູນຫຼັງຈາກໄດ້ເກີດຝົນຕົກໜັກເປັນເວລາຫຼາຍໆ
ມື້ທີ່ເມືອງ LONGNAN. ຝົນຕົກໜັກແລະດິນເຈື່ອນໃນ
ໄລຍະຫຼາຍໆມື້ຜ່ານມາເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ
1,200 ຄົນ ທີ່ແຂວງ GANSU ສ່ວນໃຫຍ່ແລ້ວແມ່ນທີ່
ເມືອງ ZHOUQU ຊຶ່ງໄດ້ຖືກດິນຖະຫຼົ່ມລົງ​ມາທັບເປັນບາງສ່ວນໃນ​ອາທິດ​ແລ້ວ​ນີ້.

ອີກ 15 ຄົນໄດ້ເສຍຊີວິດຫຼັງຈາກເກີດດິນເຈື່ອນທີ່ເມືອງ WENCHUAN ໃນແຂວງ
SICHUAN ທາງພາກໃຕ້ຂອງຈີນ. ເມືອງ WENCHUAN ເປັນຈຸດສູນກາງຂອງແຜ່ນ
ດິນໄຫວຂະໜາດແຮງເມື່ອປີ 2008 ທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 80,000 ຄົນນັ້ນ.

ອົງການຂ່າວຊິນຫົວລາຍງານໃນມື້ວັນຈັນວານນີ້ວ່າເຈົ້າໜ້າທີ່ທ້ອງຖິ່ນໄດ້ອອກຄຳສັ່ງ ໃຫ້ຍົກຍ້າຍປະຊາຊົນອອກໄປຈາກເຂດທີ່ມີຄວາມສ່ຽງສູງແລະ​ໃຫ້ສ້າງບ່ອນຫຼົບໄພ
ສຸກເສີນຂຶ້ນລ່ວງໜ້າ.

XS
SM
MD
LG