ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນກ່າວວ່າ ໄພນໍ້າຖ້ວມ ຍັງຈະຮ້າຍແຮງຂຶ້ນຕື່ມ


ນາຍົກລັດຖະມົນຕີເຫວິນ ເຈັ້ຍບາວ ໄດ້ຮຽກຮ້ອງໃຫ້ພວກ ເຈົ້າໜ້າທີ່ຈີນກຽມຮັບມືກັບ "ໄພນໍ້າຖ້ວມແລະໄພພິບັດອື່ນໆ ທີ່ຮ້າຍແຮງຂຶ້ນກ່ວາເກົ່າ” ໃນຂະນະທີ່ທາງການຈີນສືບຕໍ່ ຮັບມືກັບໄພນໍ້າຖ້ວມ ທີ່ຮ້າຍແຮງທີ່ສຸດໃນຮອບສິບປີ. ອົງການຂ່າວຊິນຫົວໄດ້ລາຍງານຄວາມເຫັນຂອງທ່ານ ນາຍົກ ລັດຖະມົນຕີເມື່ອວັນເສົາວານນີ້ ໂດຍອ້າງຄໍາເວົ້າ ຂອງທ່ານທີ່ເວົ້າວ່າ ຄວາມພະຍາຍາມຄວບຄຸມໄພ ນໍ້າຖ້ວມນັ້ນ ໄດ້ມາເຖິງ ຂັ້ນກັນດານ ຫລໍ່ແຫລມທີ່ສຸດ.
ພວກພະຍາກອນອາກາດ ທຳນາຍໄວ້ວ່າ ຍັງຈະມີຝົນຕົກ ໜັກຕື່ມອີກ ແລະແມ່ນໍ້າຢັງຊີກໍຍັງຄົງຢູ່ໄກ້ລະດັບນໍ້າຖ້ວມ.
ລັດຖະບານຈີນກ່າວວ່າ ລະດັບນໍ້າຢູ່ເຂຶ່ອນສາມໜ້າຜາ ຫລື Three Gorges Dam ທີ່ຄວບຄຸມ ລະດັບນໍ້າໃນແມ່ນໍ້າຢັງຊີນັ້ນ ເວລານີ້ແມ່ນ ຍັງປະມານ 17 ແມດ ກໍຈະ ຮອດລະດັບສູງສຸດ 175 ແມດນັ້ນແລ້ວ.
ໄພນໍ້າຖ້ວມ ແລະດິນເຈຶ່ອນທີ່ຮ້າຍແຮງຍ້ອນຝົນຕົກໜັກຢ່າງຕໍ່ເນື່ອງນັ້ນ ໄດ້ຍັງຜົນໃຫ້ມີຜູ້ ເສຍຊີວິດ ຫລາຍກວ່າ 700 ຄົນ ແລະຫາຍສາບສູນ ຫລາຍກວ່າ 300 ຄົນແລ້ວ ໂດຍໄດ້ສ້າງຄວາມເສຍ ຫາຍທາງເສດຖະກິດໂດຍກົງ ຄິດເປັນມູນຄ່າ ເກືອບ 21 ພັນລ້ານໂດລາ ໂຮມທັງທຳລາຍບ້ານ ຢູ່ອາໃສ ໄປຫລາຍ ກວ່າ 645,000 ຫລັງ. ແຕ່ຄວາມເສຍຫາຍທີ່ວ່ານີ້ ກໍຍັງຢູ່ໃນລະດັບຕໍ່າກ່ວາ ມູນຄ່າເສຍຫາຍທັງໝົດ ສຳລັບປີ 1998 ເວລານໍ້າຖ້ວມຈາກແມ່ນໍ້າຢັງຊີ ໄດ້ເອົາຊີວິດຄົນໄປ ຫລາຍກ່ວາ 4,150 ຄົນ ແລະບັງຄັບໃຫ້ມີການອົບພະຍົບປະຊາຊົນ ຫລາຍກ່ວາ 18 ລ້ານຄົນ.


XS
SM
MD
LG