ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຢ່າງໜ້ອຍ 20 ຄົນຫາຍສາບສູນທີ່ຈີນ


ທີ່​ພາກຕາເວັນຕົກສ່ຽງເໜືອຂອງຈີນ ​ໄດ້​ເກີດ​ເຫດ​ດິນ​ຖະຫລົ່ມ​ລົງ​ມາຖົມໝູ່ບ້ານເທິງພູເຂົາແຫ່ງນຶ່ງທີ່ຍັງ ຜົນໃຫ້ມີຜູ້ຫາຍສາບສູນຢ່າງໜ້ອຍ 20 ຄົນ ໃນວັນຈັນມື້ນີ້.

ອົງການຂ່າວຊິນຫົວຂອງ​ທາງ​ການ​ຈີນກ່າວວ່າ ດິນເຈຶ່ອນແລະຂີ້ຕົມທີ່ປົນດ້ວຍຫິນ ​ໄດ້ໄຫລລົງ​ມາປະທະ ຫລາຍໝູ່ບ້ານໃນເຂດເມືອງ Langao ໃນແລງວັນອາທິດວານ​ນີ້ ຫລັງຈາກມີຝົນຕົກຢ່າງຕໍ່ເນຶ່ອງເປັນ ເວລາຫລາຍມື້. ລາຍງານຂ່າວເວົ້າວ່າ ບ້ານ​ເຮືອນ 9 ຫລັງຖືກ ຂີ້ຕົມທັບຖົມ ແລະ 20 ຄົນຫາຍສາບສູນ ໃນໝູ່ບ້ານ Muzhu ເມືອງ Ankang ແຂວງ Shaanxi.

ສື່ມວນຊົນຈີນຍັງເວົ້າອີກວ່າ ລະດັບນ້ຳທີ່ສູງຂື້ນນັ້ນ ເປັນການທົດສອບ ເຂຶ່ອນສາມ​ໜ້າຜາຫລື Three Gorges Dam ຊຶ່ງເປັນເຂື່ອນກັ້ນນ້ຳຂະ ໜາດໃຫຍ່ ທີ່ຄາດກັນໃນອາທິດນີ້ວ່າຈະເຫັນລະດັບນ້ຳທີ່ສູງ ທີ່ສຸດໃນ​ອ່າງ ນັບຕັ້ງແຕ່ເຂຶ່ອນດັ່ງກ່າວນີ້ສ້າງສຳເລັດລົງໃນປີ 2006.

ກະຊວງກິດຈະການພົນລະເຮືອນຂອງຈີນກ່າວວ່າ ຝົນຕົກໜັກໄດ້ເຮັດ ໃຫ້ລະດັບນ້ຳໃນໜອງ ແລະໃນ ແມ່ນ້ຳສູງເກີນລະດັບອັນຕະລາຍ.

XS
SM
MD
LG