ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໄພນໍ້າຖ້ວມຮ້າຍແຮງ ຢູ່ຈີນ


ລະດັບນໍ້າ ທີ່ເຂື່ອນສາມໜ້າຜາ ສູງຊັນຂອງຈີນ ໄດ້ຖີບໂຕ ຂຶ້ນສູງສຸດ ອີກຄັ້ງນຶ່ງ ຂະນະທີ່ ພວກເຈົ້າໜ້າທີ່ ພວມຊອກ ຫາຊ່ອງທາງ ຮັບມືກັບຜົນກະທົບ ຈາກຝົນຕົກໜັກ ໄພນໍ້າຖ້ວມ ແລະດິນເຈື່ອນ ມາເປັນເວລາ ຫຼາຍໆເດືອນແລ້ວນັ້ນ.

ອົງການຂ່າວຊິນຫົວ ລາຍງານວ່າ ການໄຫຼຂອງນໍ້າທີ່ເຂື່ອນ ແມ່ນມີຄວາມແຮງເຖິງ 56,000 ແມັດກ້ອນ ຕໍ່ວິນາທີ.

ຝົນຕົກໜັກ ແລະໄພນໍ້າຖ້ວມ ແມ່ນໄດ້ທົດສອບເບິ່ງ ຂີດ ຄວາມສາມາດ ຂອງເຂື່ອນໄຟຟ້າ ຂະໜາດໃຫຍ່ແຫ່ງນີ້ ໃນໄລຍະສອງສາມອາທິດຜ່ານມາ ແລະເຮັດໃຫ້ແມ່ນໍ້າຢັງເຊ ລົ້ນຝັ່ງຂຶ້ນຖ້ວມ ສູງເກືອບເປັນປະວັດການ.

ໄພນໍ້າຖ້ວມ ແລະດິນຖະຫຼົ່ມ ຢູ່ປະເທດຈີນໃນປີນີ້ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ ຫຼາຍກວ່າ 800 ຄົນ ແລະອີກ 400 ກວ່າຄົນ ຍັງຫາຍສາບສູນ. ໂຕເລກພວກເສຍຊີວິດ ດັ່ງກ່າວນີ້ ແມ່ນຮວມທັງ 30 ກວ່າຄົນ ທີ່ໄດ້ຕາຍຍ້ອນຂົວພັງ ທີ່ແຂວງເຫໜານ ທາງພາກກາງ ຂອງຈີນ ໃນມື້ວັນເສົາແລ້ວ.

ນອກນັ້ນ ມີອີກ 21 ຄົນ ຍັງຫາຍສາບສູນ ຫຼັງຈາກເກີດດິນຖະຫຼົ່ມ ທີ່ມີສາເຫດ ມາຈາກ ຝົນຕົກໜັກ ຊຶ່ງມີທັງດິນແລະຫີນ ໄຫຼລົງມາຖົມເຮືອນຊານ ຢູ່​ເຂດ​ນອກໝູ່ບ້ານໆນຶ່ງ ໃນເຂດເມືອງ HANYUAN ໃນແຂວງ SICHUAN ທາງພາກໃຕ້ຂອງຈີນ ໃນຕອນເຊົ້າ ມື້ວານນີ້. ມີການຍົກຍ້າຍປະຊາຊົນ ອີກຫຼາຍພັນຄົນ ອອກໄປຈາກເຂດດັ່ງກ່າວ.

ໄພພິບັດທຳມະຊາດ ທີ່ກຳລັງດຳເນີນຢູ່ໃນປະເທດຈີນ ໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ ເສດຖະກິດ ຫຼາຍກວ່າ 22 ພັນລ້ານໂດລາ.

XS
SM
MD
LG