ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝົນຕົກໜັກໃນປັກກິ່ງ ພາໃຫ້ຜູ້ຄົນເສຍຊີວິດ ຮອດ 37 ຄົນແລ້ວ


ລົດທີ່ຖືກເພພັງເສຍຫາຍ ຍ້ອນຝົນຕົກໜັກ ທີ່ບ້ານ Zhou Kou Dian.
ລົດທີ່ຖືກເພພັງເສຍຫາຍ ຍ້ອນຝົນຕົກໜັກ ທີ່ບ້ານ Zhou Kou Dian.

ທາງ​ການ​ກຸງ​ປັກ​ກິ​ງກ່າວ​ວ່າ ຈໍານວນຜູ້​ຄົນ​ທີ່ເສຍ​ຊີວິດ ​ຍ້ອນຝົນ​ຕົກ​ໜັກ​ໃນ​ຮອບ 6
ທົດ​ສະຫວັດ ​ໄດ້​ເພີ່ມ​ຂຶ້ນ​ເປັນ​ ​37 ຄົນ​ແລ້ວ.

ອົງການຂ່າວ​ Xinhua ຂອງທາງ​ການຈີນ ລາຍ​ງານ​ວ່າ ມີ 25 ຄົນ​ຈົມ​ນໍ້າຕາຍ, 6 ຄົນ
​ເສຍ​ຊີວິດໃນ​ເຮືອນ​ທີ່​ຫັກພັງລົງ, 5 ຄົນ​ຖືກ​ໄຟ​ຊ໊ອດຕາຍ ​ແລະ​ອີກ 1 ຄົນ ​ຕາຍ​ຍ້ອນ​ຟ້າຜ່າ.

ຝົນໄດ້​ເລີ່ມ​ຕົກລົງ​ມາຢ່າງ​ໃຫຍ່ ໃນ​ວັນເສົາວານ​ນີ້ ​ເຮັດໃຫ້ກຸງ​ປັກ​ກິ່ງໄດ້​ຮັບ​ນໍ້າ​ຝົນ​ໃນ​
ອັດຕາສະ​ເລ່ຍ 17 ​centimeters ​ໂດຍ​ມີບາງບ່ອນໄດ້​ຮັບ​ຫລາຍເຖິງ 46 centimeters.


ນໍ້າ​ຖ້ວມ​ໄດ້ເຮັດ​ໃຫ້​ຊາວ​ເມືອງ​ຫລາຍສິບ​ຄົນ​ຕົກ​ຄ້າງ​ຢູ່​ກັບ​ບ່ອນ, ​ລົດ​ລາຫລາຍໆ​ຄັນໄຫລ​
ໄປ​ຕາມ​ຖະໜົນ​ຫົນທາງ ​ແລະ​ໄດ້​ມີ​ການ​ຍົກຍ້າຍ​ຜູ້​ຄົນຫຼາຍໝື່ນ​ຄົນ.

ສະໜາມ​ບິນ​ນາໆ​ຊາດ​ທີ່​ກຸງ​ປັກ​ກິ່ງ ​ໄດ້​ຍົກ​ເລີກ​ຖ້ຽວ​ບິນ​ຫຼາຍຮ້ອຍ​ຖ້ຽວ ​ເຮັດ​ໃຫ້​ບັນດາ
ຜູ້​ໂດຍສານ 8 ໝື່ນຄົນ​ ຕົກ​ຄ້າງ​ຢູ່​ທີ່​ສະໜາມ​ບິນ.

ພວກ​ພະຍາກອນ​ອາກາດ​ກ່າວ​ວ່າ ຝົນ​ອາດ​ຈະ​ຕົກລົງ​ມາ​ອີກ​ ຈົນ​ເຖິງຄໍ່າວັນ​ຈັນມື້​ນີ້.​

XS
SM
MD
LG