ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ສົ່ງເຮືອບິນລົບ 103 ລໍາ ບິນໄປຍັງໄຕ້ຫວັນ

ແຟ້ມຮູບ-ທະຫານ ຢືນຖ່າຍຮູບກັບທຸງຊາດໄຕ້ຫວັນໃນວັນທີ 11 ມັງກອນ 2023. ໄຕ້ຫວັນກ່າວວ່າ ເຮືອບິນລົບ103 ລໍາ ທີ່ບິນສູ່ເກາະໄຕ້ຫວັນ ເປັນຄວາມເຄັ່ງຕຶງຫຼ້າສຸດ. ກະຊວງປ້ອງກັນປະເທດຂອງໄຕ້ຫວັນກ່າວວ່າ ພວກເຂົາຕິດຕາມເບິ່ງເຮືອບິນເຫຼົ່ານັ້ນໃນ 24 ຊົ່ວໂມງ ເຊິ່ງສິ້ນສຸດລົງຕອນ 6 ໂມງເຊົ້າວັນຈັນ.

ຈີນໄດ້ສົ່ງເຮືອບິນລົບ 103 ລໍາ ບິນຫຼັ່ງໄຫຼໄປສູ່ໄຕ້ຫວັນ ໃນລະຫວ່າງ 6 ​ໂມງເຊົ້າຂອງວັນອາທິດ ແລະ 6 ໂມງເຊົ້າຂອງວັນຈັນ, ເຊິ່ງເປັນຈໍານວນ “ສູງທີ່ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ,” ອີງຕາມກະຊວງປ້ອງກັນປະເທດຂອງໄຕ້ຫວັນ.

ກະຊວງ​ດັ່ງ​ກ່າວ ໄດ້ຮຽກຮ້ອງຈີນ ໃນວັນຈັນມື້ນີ້ ຈົ່ງຍຸຕິ “ການກະທໍາທີ່ເປັນອັນຕະລາຍໂດຍຝ່າຍດຽວ” ຂອງພວກເຂົາ.

ກອງທັບໄຕ້ຫວັນກ່າວວ່າ “ການ​ຮາ​ວີທາງທະຫາ ນທີ່ຍັງຄົງດໍາເນີນຢູ່ ຢ່າງຕໍ່ເນື່ອງໂດຍກອງທັບຄອມມູນີສ ສາມາດນໍາໄປສູ່​ການ​ເກີດຄວາມເຄັ່ງຕຶງ ເພີ້ມຂຶ້ນຢ່າງໄວວາ ແລະເຮັດໃຫ້ຄວາມໝັ້ນຄົງຢູ່ໃນພາກພື້ນ ຊຸດໂຊມລົງ.”

ໄຕ້ຫວັນກ່າວວ່າ ມີເຮືອ​ບິນຢ່າງນ້ອຍ 40 ລຳ ໄດ້ບິນຂ້າມເສັ້ນກາງຂອງຊ່ອງແຄບໄຕ້ຫວັນ, ເຊິ່ງໄດ້ຖືກຈັດໃຫ້ເປັນເສັ້ນ​ແບ່ງ​ເຂດ​ແດນຢ່າງບໍ່ເປັນທາງການລະຫວ່າງ​ທັງສອງຝ່າຍ.

ຈີນ ອ້າງວ່າ ເກາະໄຕ້ຫວັນທີ່ປົກຄອງຕົນເອງແບບປະຊາທິປະໄຕແຫ່ງນີ້ ເປັນດິນແດນຂອງ ຈີນ, ເຊິ່ງເປັນແນວຄິດ ທີ່ ໄຕ້ຫວັນ ໄດ້ປະຕິເສດຢ່າງ​ສິ້ນ​ເຊີງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG