ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຮືອບິນລົບຂອງຈີນ 20 ກວ່າລຳ ບິນລ່ວງລ້ຳເຂົ້າໄປ ໃນເຂດນ່ານຟ້າຂອງໄຕ້ຫວັນ


ຮູບທີ່ບໍ່ໄດ້ກໍາໜົດວັນເວລາ ໄດ້ຖືກນຳອອກເຜີຍແຜ່ໂດຍ ກະຊວງປ້ອງກັນປະເທດຂອງໄຕ້ຫວັນ, ເຮືອບິນລົບ J-16 ຂອງຈີນ ໄດ້ບິນຢູ່ບໍລິເວນໃດນຶ່ງ. ຈີນໄດ້ສົ່ງເຮືອບິນລົບທັງໝົດຈໍານວນ 28 ລໍາ, 14 ລໍາແມ່ນ J-16 ເຂົ້າໄປໃນເຂດນ່ານຟ້າຂອງໄຕ້ຫວັນ ໃນວັນອັງຄານວານນີ້.
ຮູບທີ່ບໍ່ໄດ້ກໍາໜົດວັນເວລາ ໄດ້ຖືກນຳອອກເຜີຍແຜ່ໂດຍ ກະຊວງປ້ອງກັນປະເທດຂອງໄຕ້ຫວັນ, ເຮືອບິນລົບ J-16 ຂອງຈີນ ໄດ້ບິນຢູ່ບໍລິເວນໃດນຶ່ງ. ຈີນໄດ້ສົ່ງເຮືອບິນລົບທັງໝົດຈໍານວນ 28 ລໍາ, 14 ລໍາແມ່ນ J-16 ເຂົ້າໄປໃນເຂດນ່ານຟ້າຂອງໄຕ້ຫວັນ ໃນວັນອັງຄານວານນີ້.

ກະຊວງປ້ອງກັນປະເທດຂອງໄຕ້ຫວັນໄດ້ກ່າວວ່າ ເຮືອບິນລົບຂອງຈີນ 28 ລໍາໄດ້ບິນລ່ວງລ້ຳເຂົ້າໄປໃນເຂດນ່ານຟ້າຂອງຕົນ ໃນວັນອັງຄານວານນີ້.

ການປາກົດໂຕຂຶ້ນຂອງເຮືອບິນລົບ ແລະເຮືອບິນຖິ້ມລະເບີດຫລາຍລໍາໄດ້ລ່ວງລ້ຳ ເຂົ້າໄປໃນເຂດປ້ອງກັນໄພທາງອາກາດເພື່ອໃຫ້ລະບຸໂຕຂອງໄຕ້ຫວັນທາງທິດຕາເວັນຕົກສ່ຽງໃຕ້ ເຊິ່ງກະຊວງປ້ອງກັນປະເທດ ໄດ້ກ່າວຕື່ມ. ກອງທັບອາ ກາດໄຕ້ຫວັນໄດ້ສົ່ງເຮືອບິນລົບຫລາຍລໍາ ຂຶ້ນສະກັດກັ້ນ ແລະເລີ້ມເປີດລະບົບປ້ອງກັນໄພທາງອາກາດ ເພື່ອຕອບໂຕ້.

ຈີນໄດ້ສົ່ງເຮືອບິນລົບ ແລະກໍາປັ່ນຈຳນວນນຶ່ງເຂົ້າໄປໃກ້ກັບໄຕ້ຫວັນຫລາຍຄັ້ງໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ ເຊິ່ງເປັນສ່ວນນຶ່ງຂອງການປຸກລະດົມເພື່ອກົດດັນເກາະດອນ ທີ່ປົກຄອງຕົນເອງດັ່ງກ່າວ. ປັກກິ່ງໄດ້ສົ່ງເຮືອບິນລົບ 25 ລໍາ ບິນເຂົ້າໄປໃນເຂດປ້ອງກັນໄພທາງອາກາດເພື່ອໃຫ້ລະບຸໂຕຂອງໄຕ້ຫວັນເມື່ອເດືອນເມສາທີ່ຜ່ານມາ.

ໂຄສົກລັດຖະບານຈີນກ່າວວ່າ ໄດ້ດໍາເນີນການນີ້ ເພື່ອຕອບໂຕ້ຕໍ່ຖະແຫຼງການ ທີ່ອອກມາຫລັງຈາກສິ້ນສຸດການປະຊຸມສຸດຍອດຂອງກຸ່ມ G-7 ເມື່ອວັນອາທິດແລ້ວນີ້ ໂດຍຮຽກຮ້ອງໃຫ້ມີການແກ້ໄຂຂໍ້ຂັດແຍ້ງ ແລະຄວາມເຄັ່ງຕຶງຢ່າງສັນຕິຂ້າມຊ່ອງແຄບໄຕ້ຫວັນ ໂຄສົກຂອງລັດຖະບານຈີນກ່າວຫາຜູ້ນໍາກຸ່ມ G-7 ວ່າແຊກແຊງເຂົ້າໃນກິດຈະການພາຍໃນຂອງຈີນ.

ປັກກິ່ງຖືວ່າ ເກາະໄຕ້ຫວັນນີ້ ເປັນສ່ວນນຶ່ງຂອງດິນແດນຕົນ ເຖິງແມ່ນວ່າຈະປົກຄອງຕົນເອງມາ ຕັ້ງແຕ່ສົງຄາມກາງເມືອງຂອງຈີນ ສິ້ນສຸດລົງໃນປີ 1942 ເມື່ອກອງກໍາຈີນຄະນະຊາດ ຂອງທ່ານຈຽງ ໄຄ ເຊັກ (Chiang Kai Shek) ໄດ້ຖືກຂັບໄລ່ ອອກຈາກແຜ່ນດິນໃຫຍ່ ໂດຍຝ່າຍຄອມມູນິດ (Communists) ຂອງເໝົາເຈີຕຸງ (Mao Zedong). ຈີນໃຫ້ຄໍາໝັ້ນວ່າ ຈະນໍາເອົາເກາະແຫ່ງນີ້ໃຫ້ມາຢູ່ພາຍໃຕ້ການຄວບຄຸມຂອງຕົນ ບໍ່ວ່າດ້ວຍວິທີການໃດໆກໍ່ຕາມທີ່ຈໍາເປັນ ລວມເຖິງການໃຊ້ກຳລັງທາງທະຫານນຳດ້ວຍ.

ວໍຊິງຕັນ ໄດ້ປ່ຽນການຮັບຮູ້ຄວາມສໍາພັນທາງການທູດຢ່າງເປັນທາງການຈາກໄຕ້ຫວັນມາເປັນປັກກິ່ງໃນປີ 1979, ແຕ່ຝ່າຍບໍລິຫານຂອງອະດີດປະທານາທິບໍ ດີ ດໍໂນ ທຣຳ ໄດ້ສ້າງຄວາມບໍ່ພໍໃຈໃຫ້ກັບຈີນ ເນື່ຶອງຈາກມີການເພີ້ມທະວີສາຍພົວພັນກັບໄຕ້ຫວັນ ທັ້ງທາງດ້ານການທູດ ແລະການທະຫານ, ຫລັງຈາກເຂົ້າຮັບຕໍາແໜ່ງໃນປີ 2017 ແລະຕະຫລອດໄລຍະເວລາ 4 ປີຂອງການດໍາລົງຕໍາແໜ່ງ.

ອ່ານຂ່າວນີ້ເພີ້ມເຕີມເປັນພາສາອັງກິດ

XS
SM
MD
LG