ຈໍານວນຜູ້ເສຍຊີວິດ ຈາກໄຟໄໝ້ໂຮງງານໄກ່ແຫ່ງນຶ່ງ ໃນພາກ
ຕາເວັນອອກສຽງເໜືອຂອງຈີນ ໄດ້ເພີ້ມຂື້ນເປັນຢ່າງໜ້ອຍ
112 ຄົນແລ້ວ.
ພວກດັບເພີງຢູ່ໃນແຂວງ Jilin ໄດ້ກ່າວຕໍ່ອົງການຂ່າວ ຊິນຫົວ
ຂອງ ທາງການຈີນ ວ່າໄຟໄໝ້ໄດ້ເກີດຂື້ນ ປະມານ 6 ໂມງຕອນ
ເຊົ້າວັນຈັນມື້ນີ້ ທີ່ໂຮງຂ້າໄກ່ ໃນເມືອງ Mishazi ຂອງກໍາແພງ
ນະຄອນ Dehui ແລະໄດ້ໃຊ້ເວລາປະມານ 6 ຊົ່ວໂມງຈຶ່ງຄວບ
ຄຸມໄຟໄດ້. ຢ່າງໜ້ອຍ 54 ຄົນໄດ້ຮັບບາດເຈັບ ຈົນຕ້ອງໄດ້ນອນ
ໂຮງໝໍ.
ຊິນຫົວ ກ່າວວ່າ ມີຄົນງານຫລາຍກວ່າ 300 ຄົນຢູ່ໃນໂຮງງານ
ໃນເວລາທີ່ເກີດໄຟໄໝ້. ປະມານ 100 ຄົນພາກັນຫລົບໜີອອກ
ມາໄດ້ ເຖິງແມ່ນວ່າ ປະຕູຕ່າງໆໄດ້ຖືກອັດໄວ້ໃນເວລາເກີດໄຟໄໝ້.
ຈໍານວນພວກທີ່ຖືກຕັນຢູ່ໃນໂຮງງານ ຍັງບໍ່ທັນມີການຢືນຢັນໄດ້ເທຶ່ອ ແລະຈໍານວນຄົນຕາຍກໍອາດເພີ້ມຂື້ນອີກ.