ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນເພີ່ມມາດຕະການ ປ້ອງກັນອັກຄີໄພ


ອັກຄີໄພ ທີ່ນະຄອນຊຽງໄຮ້
ອັກຄີໄພ ທີ່ນະຄອນຊຽງໄຮ້

ເຈົ້າໜ້າທີ່ຈີນໄດ້ມີຄຳສັ່ງໃຫ້ທຳການທົບທວນເບິ່ງມາດຕະ
ການຮັກສາຄວາມປອດໄພ ກ່ຽວກັບເລື່ອງອັກຄີໄພໃນທົ່ວ
ປະເທດຫຼັງຈາກໄດ້ເກີດໄຟໄໝ້ຢ່າງຮ້າຍແຮງໃນມື້ວັນຈັນ
ແລ້ວທີ່ຕຶກຫໍພັກຫຼາຍຊັ້ນແຫ່ງນຶ່ງທີ່ນະຄອນຊຽງໄຮ້.

ສະພາທີ່ປຶກສາຂອງລັດໄດ້ອອກຄຳສັ່ງສະບັບນຶ່ງໃນຕອນ
ແລງຂອງວັນອັງຄານວານນີ້ ຮຽກຮ້ອງໃຫ້ມີການປຸກລະ
ດົມໃນຂອບເຂດທີ່ກວ້າງຂວາງເພື່ອກວດກາແລະກຳຈັດ
ສິ່ງອັນຕະລາຍທີ່ຈະພາໃຫ້ເກີດອັກຄີໄພ ແລະ​ໃຫ້​ມີການ
ປະຕິບັດຢ່າງເຂັ້ມງວດກ່ຽວກັບມາດຕະການຮັກສາຄວາມ
ປອດໄພກ່ຽວກັບເລື່ອງອັກຄີໄພ.

ມີ 53 ຄົນເສຍຊີວິດຢູ່ໃນເຫດໄພ​ໄໝ້ທີ່ນະຄອນຊຽງໄຮ້ແລະ 70 ກວ່າຄົນ ໄດ້ຖືກສົ່ງໄປ
ພະຍາບານໂຕທີ່ໂຮງໝໍ. ສື່ມວນຊົນຂອງທາງການຈີນລາຍງານວ່າ ມີ 8 ຄົນຖືກຈັບ ໃນ
ຖານສົງໄສພົວພັນກັບເຫດໄຟໄໝ້ໃນຄັ້ງນີ້.

ພວກທີ່ເຫັນເຫດການກ່າວວ່າ ໄຟໄດ້ເລີ້ມໃໝ້ຈາກຄາດຮ່າງທີ່ຢູ່ຂ້າງນອກຂອງຕຶກ 28 ຊັ້ນ
ແລະໄດ້ລາມໄໝ້ຄຸ້ມຫໍພັກໝົດທັງແຖວ. ພວກທີ່ອາໄສຢູ່ໃນຫໍພັກຈຳນວນນຶ່ງໄດ້ຫຼົບໜີແປວ
ໄຟອອກໄປທາງຄາດຮ່າງ.

ເຈົ້າໜ້າທີ່ໃນນະຄອນຊຽງໄຮ້ເວົ້າວ່າ ມີການສົ່ງລົດດັບໄຟຫຼາຍກວ່າ 100 ຄັນ ໄປມອດໄຟ
ໃນຄັ້ງນີ້.

XS
SM
MD
LG