ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັກຄີໄພຢູ່ຈີນ


ພວກມອດໄຟ ພວມສີດນໍ້າໃສ່ໄຟທີ່ກຳລັງໃໝ້ຫໍພັກຫຼາຍຊັ້ນ ໃນເຂດໃຈກາງ ນະຄອນຊຽງໄຮ້ (15 ພະຈິກ 2010)
ພວກມອດໄຟ ພວມສີດນໍ້າໃສ່ໄຟທີ່ກຳລັງໃໝ້ຫໍພັກຫຼາຍຊັ້ນ ໃນເຂດໃຈກາງ ນະຄອນຊຽງໄຮ້ (15 ພະຈິກ 2010)

ສື່ມວນຊົນຂອງທາງການຈີນກ່າວວ່າ ຊ່າງຈອດທີ່ບໍ່ມີໃບອະ
ນຸຍາດ 4 ຄົນໄດ້ຖືກຈັບໃນຖານສົງໄສວ່າ ເປັນຜູ້ກໍ່ໃຫ້ເກີດ
ອັກຄີໄຟທີ່ເຮັດໃຫ້ມີຜູ້ເສຍຊີວິດ 53 ຄົນຢູ່ທີ່ຕຶກຫໍພັກຫຼາຍ
ຊັ້ນທີ່ນະຄອນຊຽງໄຮ້.

ລາຍງານຂ່າວໃນວັນອັງຄານມື້ນີ້ທີ່ອີງຕາມການເລົ່າເລື່ອງ
ຂອງພະຍານຄົນນິ່ງເວົ້າວ່າ ໄຟໄດ້ເລີ້ມໃໝ້ ຈາກຄາດຮ່າງ
ທີ່ຢູ່ຂ້າງນອກຂອງຕຶກອາຄານ 28 ຊັ້ນແລະໄດ້ລາມໄປໃໝ້
ຕຶກຫໍພັກ ທີ່ໄດ້ຮັບການບູຣະນະ ສ້າງສາຄືນໃໝ່ນັ້ນ ໝົດ
ທັງແຖວເລີຍ.

ພວກທີ່ອາໄສຢູ່ໃນຕຶກຈຳນວນນຶ່ງ ໄດ້ໃຊ້ຄາດຮ່າງຫຼົບໜີແປວໄຟ ຊຶ່ງໄດ້ເລີ້ມລຸກໃໝ້ໃນ
ຕອນບ່າຍຂອງມື້ວັນຈັນວານນີ້ ແລະມີ 70 ກວ່າຄົນ ໄດ້ຖືກສົ່ງໄປຮັບການປິ່ນປົວ ພະ
ຍາບານຢູ່ທີ່ໂຮງໝໍ. ເຈົ້າໜ້າທີ່ໃນນະຄອນຊຽງໄຮ້ກ່າວວ່າ ມີລົດດັບໄຟຫຼາຍກວ່າ 100
ຄັນໄດ້ຖືກສົ່ງໄປມອດໄຟໃນຄັ້ງນີ້.

ລັດຖະມົນຕີຮັກສາຄວາມສະຫງົບຂອງຈີນ ທ່ານ Meng Jianzhu ທີ່ຖືກສົ່ງໄປຍັງນະ
ຄອນຊຽງໄຮ້ ເພື່ອກຳກັບນຳການປະຕິບັດງານກູ້ໄຟ ກ່າວກ່ອນໜ້ານີ້ວ່າ ຜູ້ໃດກໍຕາມທີ່
ຖືກພົບເຫັນວ່າ ເປັນຜູ້ຮັບຜິດຊອບໃນການກໍ່ໃຫ້ເກີດອັກຄີພໄພໃນຄັ້ງນີ້ ຈະໄດ້ຮັບການ
ລົງໂທດ.

ກ່ຽວຂ້ອງກັນ

XS
SM
MD
LG