ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໔ ມິຖຸນາ ໒໐໒໓

ຈີນ​ເຫັນ​ວ່າ ຫວຽດນາມ ​ເປັນ​ພາຄີ ທຸລະກິດ ທີ່​​ເຂັ້ມ​ແຂງ


ປະທານາທິບໍດີຫວຽດນາມ ທ່ານຕຣັນ ໄດ ກວງ ທີ່ສອງຈາກຊ້າຍ ແລະພັນລະຍາ ທ່ານາງຫວງຽນ ທີ ຮຽນ ພ້ອມດ້ວຍ ປະທານປະເທດຈີນ ທ່ານສີ ຈິນຜິ້ງ ແລະພັນລະຍາ ທ່ານາງ ເປັງ ລີຍວນ ລະຫວ່າງການຕ້ອນຮັບ ຢູ່ ສາລາປະຊາຊົນ ທີ່ປັກກິ່ງ ວັນທີ 14 ພຶດສະພາ 2017.

ຈີນ​ເຫັນ​ວ່າ ຫວຽດນາມ​ເປັນ​ພາຄີທີ່ເຂັ້ມ​ແຂງ ​ໃນ​ຂະນະ​ທີ່​ບັນດາ​ບໍລິສັດ​ຈີນພະ ຍາຍາມ
​ເຮັດ​ທຸລະ​ກິດ ​ກັບ​ຄູ່​ແຂ່ງທາງການ​ເມືອງມາເປັນເວລາດົນ​ນານ ຢູ່ຊາຍ​ແດນ​ກ້ຳ​ໃຕ້ຂອງ.

ຮ່າງ​ກົດໝາຍຂອງ​ຫວຽດນາມ ທີ່​ຈະ​ໃຫ້​ຈີນ ​ແລະ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ອື່ນໆໃຊ້
​ເຂດ​ເສດຖະກິດ​ພິ​ເສດ ທີ່ປະ​ເຊີນ​ໜ້າ​ກັບ​ການ​ປະ​ທ້ວງ​ຂອງ​ປະຊາຊົນ ​ໄດ້ຖືກ​ໂຈະໃນ
ການ

ບັນດາຫີບບັນທຸກເຄື່ອງ ແລະໂກສໂກ ຂອງຈີນ ຢູ່ທ່າເຮືອ ໂຮຈີມິນ ປະເທດຫວຽດນາມ ວັນທີ 27 ກໍລະກົດ 2018.
ບັນດາຫີບບັນທຸກເຄື່ອງ ແລະໂກສໂກ ຂອງຈີນ ຢູ່ທ່າເຮືອ ໂຮຈີມິນ ປະເທດຫວຽດນາມ ວັນທີ 27 ກໍລະກົດ 2018.

ພິຈາລະນາ ​ຈົນ​ເທົ່າ​ເດືອນ​ພຶດສະພາ 2019. ລັດຖະບານ​ໃນ​ນະຄອນ​ຮາ​ໂນ່ຍ ຍັງ​ໄດ້
ຖືກ​ເຕືອນ​ຕໍ່ການ​ກູ້​ຢືມເງິນແບບພິເສດຈາກ​ຈີນ ​ເພື່ອ​ການ​ພັດທະນາ​ພື້ນຖານໂຄງ​ລ່າງ.
ຫວຽດນາມຍັງ​ໄດ້​ລະມັດລະວັງເຊັ່ນດຽວກັນ ຕໍ່ການ​ໃຫ້ຄວາມຊ່ວຍ​ເຫຼືອໃນດ້ານ​ພັດ
ທະນາ​ຂອງ​ຈີນ.

ແນວໃດກໍຕາມ ຫວຽດນາມ​ໄດ້​ອະນຸຍາດ ​ໃຫ້ພວກນັກທຸລະກິດເອກກະຊົນຂອງ​ຈີນ ລົງທຶນເພີ້ມຂຶ້ນ ​ເພື່ອໃຫ້ຜົນ​ກຳ​ໄລ​ແກ່​ປະ​ເທດຕົນ​ເອງ ອີງຕາມຄຳເວົ້າຂອງ ບັນດາ​ຜູ້​
ຊ່ຽວຊານ. ທ່ານ​ແມັ​ກສຟຽລ ບຣາວນ໌ ທີ່​ປຶກສາ​ອາວຸ​ໂສ​ ຂອງບໍລິສັດທີ່ ປຶກສາທຸລະ​ກິດ
ດີ​ຊານ ຊີຣາ ​ແລະ​ເພື່ອນ​ຮວມງານ ​ໃນ​ນະຄອນ​ໂຮ່​ຈິມິນ ​ກ່າວ​ວ່າ ຮ່ອງ​ຮອຍ​ຢ່າງ​ນຶ່ງ​ ຂອງທ່າອຽງນີ້ ບັນດາ​ບໍ​ລິ​ສັດ​ຈີນ​ກຳລັງ​ຕັ້ງ​ໂຮງງານ​ຢູ່​ໃນ​ຫວຽດນາມ ​ເພື່ອ​ຫລົບຫລີກ​ການຜິດຂ້ອງຕ້ອງຖຽງທາງດ້ານການຄ້າ​ ລະຫວ່າງ ຈີນ ກັບສະຫະລັດ.

ບັນດາສະມາຊິກນັກເຄື່ອນໄຫວ ອັກບາຢານ ພາກັນປະທ້ວງຢູ່ຕໍ່ໜ້າ ກົງສຸນຈີນ ກ່ຽວກັບການໂຕ້ແຍ້ງຢູ່ທະເລຈີນໃຕ້ ທີ່ຟິລິບປີນ.
ບັນດາສະມາຊິກນັກເຄື່ອນໄຫວ ອັກບາຢານ ພາກັນປະທ້ວງຢູ່ຕໍ່ໜ້າ ກົງສຸນຈີນ ກ່ຽວກັບການໂຕ້ແຍ້ງຢູ່ທະເລຈີນໃຕ້ ທີ່ຟິລິບປີນ.

ໃນອີກດ້ານນຶ່ງ​ນັ້ນ ບັນດາ​ບໍລິສັດ​ຢູ່​ຕາມ​ຊາຍ​ແດນ​ ນັບແຕ່ເດືອນ​ຕຸລານີ້ເປັນຕົ້ນໄປ
ສາມາດ​ຕົກລົງຊື້ຂາຍກັນເປັນເງິນ​ຢວນ​ຂອງ​ຈີນ ​ຕາມ​ຄວາມຮຽກຮ້ອງ​ຂອງ ປະຊາຊົນ
ໃນ​ຂະນະທີ່​ມີການ​ຄ້າ​ເພີ້​ມຂຶ້ນ ອີງຕາມລາຍ​ງານຂອງອົງການຂ່າວ ຫວຽດນາມ​ ໃນ
​ເດືອນ​ສິງຫາຜ່ານມານີ້.

ອ່ານຂ່່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG