ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຄົມຈີນພາກັນ ສະເຫຼີມສະຫຼອງ ບຸນໄຫວ້ພະຈັນ


ພວກເຈົ້າໜ້າທີ່ຮັກສາຄວາມປອດໄພຈີນ ພາກັນພັກຜ່ອນຢູ່ໃກ້ໆ
ກັບໂຄມໄຟທີ່ເປັນຮູບໂຕມັງກອນຍັກ ໃນໂອກາດສະຫຼອງບຸນໄຫວ້ພະຈັນ ທີ່ກຸງປັກກິງ, ວັນທີ 12 ກັນຍາ 2011.
ພວກເຈົ້າໜ້າທີ່ຮັກສາຄວາມປອດໄພຈີນ ພາກັນພັກຜ່ອນຢູ່ໃກ້ໆ ກັບໂຄມໄຟທີ່ເປັນຮູບໂຕມັງກອນຍັກ ໃນໂອກາດສະຫຼອງບຸນໄຫວ້ພະຈັນ ທີ່ກຸງປັກກິງ, ວັນທີ 12 ກັນຍາ 2011.

ພວກປະຊາ​ຄົມ​ຈີນ​ຕ່າງໆ​ໃນ​ທົ່ວ​ໂລກ​ພາກັນ​ສະ​ເຫລີ​ມສະຫລອງ​ບຸນກາງ​ລະດູ​ໃບ​ໄມ້​ຫລົ່ນ
ອັນ​ເປັນ​ນຶຶ່ງໃນ​ບັນດາເທດສະການບຸນທີ່ສໍາຄັນ​ທີ່​ສຸດ​ໃນ​ປະຕິທິນ​ຈີນ.

ຕົ້ນຕໍ​ຂອງ​ວັນພັກ​ທີ່​ໄດ້​ປະຕິບັດ​ກັນ​ມາ​ເປັນ​ເວລາ​ຫລາຍສັດຕະວັດ ທີ່ ເອີ້ນ​ກັນ​ອີກ​ຊື່​ນຶ່ງ​ວ່າ
ບຸນໄຫວ້​ພະຈັນນັ້ນ ​ແມ່ນ​ມາ​ຈາກເທບ​ພະ​ນິຍາຍ ​ແຕ່​ຕົກ​ມາ​ສະ​ໄໝນີ້ ບຸນ​ດັ່ງກ່າວ​ໄດ້​ກາຍ​
ມາ​ເປັນ​ໂອກາດ​ອັນ​ນຶ່ງ​ສໍາລັບ​ພວກ​ຄອບຄົວ​ຕ່າງໆ​ມາ​ເຕົ້າ​ໂຮມ​ກັນ​ພາຍ​ໃຕ້​ພະຈັນ​ເຕັມ​ດວງ
ອັນ​ເປັນ​ສັນຍະລັກ​ແຫ່ງ​ຄວາມ​ມ່ວນ​ຊື່ນ​ເບີກບານ​ແລະ​ຄວາມ​ວັດທະນາ​ຖາ​ວອນ ​ແລະ​ເປັນ​
ວັນ​ແລກປ່ຽນ​ເຂົ້າໜົມ​ປະ​ເພນີ ​ທີ່​ເອີ້ນ​ກັນ​ວ່າ ​ເຂົ້າໜົມພະຈັນ​ນັ້ນ.

ທີ່ກຸງ​ປັກ​ກິ​ງ ພວກ​ສະ​ເຫລີ​ມສະຫລອງ​ບຸນນີ້​ ພາກັນ​ໄປທ່ຽວ​ສວນ​ສະທາ​ລະນະ​ ທີ່ປະດັບ
ປະດາ​ດ້ວຍ​ໂຄມ​ໄຟ​ສີສັນ​ຕ່າງໆ ຊຶ່ງ​ບາງ​ອັນ​ມີ​ຮູບ​ໂຕ​ມັງກອນ ຫລື​ພວກໂຕ​ສັດ​ຢູ່​ໃນ​ຈັກ
ກະຣາສີ​ນັ້ນ.

ໃນ​ແຫ່ງ​ອື່ນໆ ການ​ສະຫຼອງເທດສະການ​ນີ້​ເປັນ​ເວລາ 3 ມື້ ​ໂດຍ​ພວກ​ປະຊາ​ຄົມ​ຈີນ​ ​ແມ່ນ
ມີ​ຂຶ້ນ​ນັບ​ແຕ່​ກຸງ​ມາ​ນີລາ​ ໄປ​ຮອດ​ໄຕ້​ຫວັນ ຕະຫຼອດທັງຢູ່ Silicon Valley ​ໃນ​ລັດ Cali
fornia ​ແລະ​ໃນ​ກອງທັບ​ເຮືອ​ຈີນ​ທີ່ພວກ​ປະຕິບັດ​ງານ​ໃນ​ອ່າວ Aden ນັ້ນ​ນໍາ.

XS
SM
MD
LG