ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

11 ເສຍຊີວິດ ຍ້ອນເຮືອຫຼົ້ມຢູ່ຈີນ


ແຜນທີ່ຈີນ
ແຜນທີ່ຈີນ

ເຮືອຂ້າມຟາກລຳນຶ່ງທີ່ບັນທຸກພວກນັກຮຽນໄປທ່ຽວໃນມື້ພັກໄດ້ຫຼົ້ມ ຢູ່ໃນເຂດພາກກາງຂອງ
ຈີນ ເຮັດໃຫ້ມີຜູ້ເສຍຊີວິດ 11 ຄົນແລະອີກຢ່າງນ້ອຍ 3 ຄົນຫາຍສາບສູນ.

ເຈົ້າໜ້າທີ່ທ້ອງຖິ່ນກ່າວຕໍ່ອົງການຂ່າວຊິນຫົວຂອງທາງການຈີນວ່າ ມີນັກຮຽນ 9 ຄົນແລະຜູ້
ໃຫຍ່ອີກ 2 ຄົນໄດ້ຈົມນໍ້າຕາຍໃນຕອນບ່າຍຂອງມື້ວັນສຸກວານນີ້ ເວລາເຮືອຂ້າມຟາກທີ່ບັນ
ທຸກຜູ້ໂດຍສານຊຶ່ງສ່ວນໃຫຍ່ແລ້ວເປັນພວກນັກຮຽນ ໄດ້ຫຼົ້ມທີ່ແມ່ນໍ້າ Fuyi ໃນແຂວງ Hu-
nan ປະມານ 250 ຫຼັກກິໂລແມັດ ຫ່າງຈາກເມືອງ Changsha ຊຶ່ງເປັນເມືອງເອກຂອງ
ແຂວງ ໄປທາງກໍ້າຕາເວັນຕົກສຽງໃຕ້.

ອົງການຂ່າວຊິນຫົວລາຍງານວ່າ ມີຜູ້ໂດຍສານທັງໝົດ 45 ຄົນເດີນທາງໄປນໍາເຮືອລຳນີ້ຊຶ່ງ
ໄດ້ປີ້ນຂວໍ້າແລ້ວກໍຫຼົ້ມ ຫຼັງຈາກແລ່ນໄປຕຳເຊືອກຫຼືເຄເບີ້ລເຫຼັກ ທີ່ໃຊ້ສຳລັບຂຸດລອກແມ່ນໍ້າ
ລຳຄອງ. ມີ 16 ຄົນໄດ້ຮັບບາດເຈັບແລະອີກ 13 ຄົນບໍ່ໄດ້ຮັບອັນຕະລາຍໃດໆ.

ຕຳຫຼວດກ່າວວ່າ ຕົນໄດ້ຈັບເຈົ້າຂອງເຮືອຂ້າມຟາກ 2 ຄົນ ຂະນະທີ່ເຈົ້າໜ້າທີ່ທຳການສືບ
ສວນກ່ຽວກັບເລື່ອງນີ້.

XS
SM
MD
LG