ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈີນຢ້ານ ຜູ້ທີ່ທ່ານທຣຳ ເລືອກເຂົ້າກຳຕຳແໜ່ງ ດ້ານການຄ້າ ອາດພາໃຫ້ເກີດ ການຂັດແຍ້ງ


ການຂົນຕູ້ບັນທຸກສິນຄ້າ ໃສ່ກຳປັ່ນ ຢູ່ທ່າເຮືອທຽນຈິນ ໃນປະເທດຈີນ.
ການຂົນຕູ້ບັນທຸກສິນຄ້າ ໃສ່ກຳປັ່ນ ຢູ່ທ່າເຮືອທຽນຈິນ ໃນປະເທດຈີນ.

ການ​ເລືອກ​ເອົາ​ຜູ້​ຕ້ອງ​ຕິ​ຈີນ ທ່ານ Peter Navarro ​ເປັນ​ຫົວໜ້າ​ຕຳແໜ່ງ​ໃໝ່​ຢູ່ທຳນຽບ ຂາວທີ່​ເພັ່ງ​ເລັງ​ໃສ່​ເລື້ອງການ​ຄ້າໂດຍປະທານາທິບໍດີ​ທີ່​ໄດ້​ຮັບ​ເລືອກໃໝ່​ຂອງ​ສະຫະລັດ ທ່ານ Donald Trump ​ແມ່ນ​ຖືກ​ມອງ​ກັນ ​ໂດຍ​ຫຼາຍໆຄົນ​ໃນ​ຈີນ​ວ່າ ​ເປັນ​ການ​ຢືນຢັນ​ທີ່ ຜູ້ນຳ​ຂອງ​ພັກຣີພັບ​ບລີ​ກັນ ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ຈັດຕັ້ງປະຕິບັດ ຄຳ​ໝັ້ນສັນຍາ​ທີ່​ທ່ານ​ໄດ້​ໃຫ້​ໄວ້ ​ໃນ​ການ​ເລືອກ​ຕັ້ງ ​ເພື່ອ​ຈຳກັດ​ຮັດ​ແຄບ​ຕໍ່​ສິນຄ້າ​ຈີນ.

ທ່ານ Navarro ​ເປັນສາ​ສະ​ດາ​ຈານ ທີ່​ມະຫາ​ວິທະຍາ​ໄລ​ຄາ​ລີ​ຟໍ​ເນຍ ຢູ່​ເມືອງ Irving ທີ່​ໄດ້​ຕ້ອງ​ຕິ​ຢ່າງ​ແຮງໃນເລື້ອງການ​ຄ້າ​ກັບ​ຈີນ​ແລະ​ນະ​ໂຍບາຍ​ເສດຖະກິດໂດຍ​ຜ່ານທາງ​ປື້ມທີ່​ມີ​ຊື່ວ່າ ການ​ຕາຍ​ຍ້ອນ​ຈີນ: ການ​ປະ​ເຊີນ​ໜ້າ​ກັບ​ມັງກອນ-ການ​ຮຽກຮ້ອງ​ຂອງ​ໂລກ​ໃຫ້​ເອົາ​ບາດກ້າວ​ຫຼື Death by China: Confronting the Dragon – A Global Call to Action ຊຶ່ງ​ໄດ້​ຖືກ​ນຳ​ໄປສ້າງ​ເປັນ​ຮູບ​ເງົາ​ສາລະ​ຄະດີ​ນຳ​ດ້ວຍ.

ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງ Hua Chunying ກ່າວວ່າ ຈີນແລະສະຫະລັດ ມີຜົນປະໂຫຍດ ນຳກັນຫຼາຍຢ່າງ ແລະຈີນ ຢາກຮັກສາ ຄວາມສຳພັນທີ່ດີ ໃນດ້ານການຄ້າສອງຝ່າຍ ຕໍ່ໄປ
ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງ Hua Chunying ກ່າວວ່າ ຈີນແລະສະຫະລັດ ມີຜົນປະໂຫຍດ ນຳກັນຫຼາຍຢ່າງ ແລະຈີນ ຢາກຮັກສາ ຄວາມສຳພັນທີ່ດີ ໃນດ້ານການຄ້າສອງຝ່າຍ ຕໍ່ໄປ

ທ່ານ Trump ​ໄດ້​ກ່າວ​ສັນລະ​ເສີນ​ປື້ມຂອງ​ທ່ານ Navarro ທີ່​ກ່າວ​ຫາ​ນະ​ໂຍ ບາຍ​ຂອງ​ລັດຖະບານ​ຈີນ​ແລະ​ນະ​ໂຍບາຍ​ການ​ຄ້າ​ຂອງ​ໂລກ​ວ່າ ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ພວກ​ຊົນ​ຊັ້ນກາງ​ອາ​ເມຣິກັນ. ທ່ານ Trump ກ່າວ​ວ່າ ທ່ານເຊື່ອ​ວ່າທ່ານ Navarro ສາມາດ​ກຳ ນົດ​ທິດ​ທາງ​ເພື່ອ​ນຳ​ເອົາ​ວຽກ​ເຮັດ​ງານ​ທຳກັບ​ຄືນ​ມາສູ່​ສະຫະລັດ​ແລະ​ສ້າງ​ລາຍ​ໄດ້​ຕື່ມ​ຂຶ້ນ​ໃຫ້​ແກ່​ຊາວ​ອາ​ເມຣິກັນ.

​ແຕ່​ຢູ່​ປະ​ເທດ​ຈີນ ການ​ເລືອກ​ດັ່ງກ່າວ​ນີ້ ​ແມ່ນ​ຖືກ​ມອງ​ກັນ​ວ່າເປັນ​ຮ່ອງ​ຮອຍຕື່ມ​ຂຶ້ນ​ໃນ​ອັນ​ທີ່​ອາດ​ຈະ​ເປັນ​ການ​ປ່ຽນແປງ​ຢ່າງ​ໃຫຍ່​ຫຼວງ​ໃນ​ນະ​ໂຍບາຍ​ພາຍໃຕ້​ລັດຖະບານ​ຂອງ​ທ່ານ​ Trump.

Trump Taps Author Peter Navarro for New Trade Post
please wait

No media source currently available

0:00 0:01:47 0:00

ໜັງສືພິມ Global Times ປາກ​ກະບອກ​ສຽງ​ ຂອງ​ພັກ​ຄອມ​ມູນິສຈີນ ກ່າວ​ໃນ​ບົດ​ວິ​ຈາ​ນ ຜ່ານ​ທາງ​ເວັບ​ໄຊ​ຂອງ​ຕົນ​ໃນ​ແລງ​ວັນ​ພະຫັດ​ວານ​ນີ້ວ່າ “ການ​ເລື​ອກ​ເອົາ​ທ່ານ Navarro ​ໂດຍ​ທ່ານ Trump ​ແມ່ນ​ຖື​ວ່າ​ ເປັນ​ສັນຍານ​ທີ່​ທ່ານ​ຈະ​ເອົາບາດກ້າວ​ທີ່​ແຂງ​ຂັນ​ຫຼາຍ​ຂຶ້ນ ​ໃນ​ເລື້ອງການ​ຊຸກຍູ້​ຜົນ​ປະ​ໂຫຍ​ດອາ​ເມຣິກັນ ກ່ອນອື່ນ​ໝົດ​ຂອງ​ທ່ານ. ມີ​ທ່າ​ທາງ​ວ່າ​ ສະ ຫະລັດ​ຈະ​ນຳ​ໃຊ້​ນະ​ໂຍບາຍ​ການ​ຄ້າ ​ແບບ​ຄຸ້ມ​ຄອງ​ສິນຄ້າ​ທີ່ຂາດ​ຄວາມຮັບຜິດຊອບໃນ​ອະນາຄົດຊຶ່ງ​ຈະ​ພາ​ໃຫ້​ມີ​ການ​ປ່ຽນ​ແປງ​ໃນ​ແນວທາງ​ການ​ແຈກ​ຈ່າຍ​ຜົນ​ກຳ​ໄລລະຫວ່າງ​ສະຫະລັດ​ແລະ​ປະ​ເທດ​ອື່ນໆ.”

ສ່ວນໜັງສືພິມ China Daily ຂອງ​ທາງ​ການ​ຈີນ ລາຍ​ງານ​ໃນ​ວັນ​ສຸກ​ມື້ນີ້ວ່າ “ມີສາ​ເຫດ​ ທີ່ພາ​ໃຫ້​ເກີດ​ຄວາມ​ວິຕົກ​ກັງວົນ​ຢ່າງ​ແທ້​ຈິງ ​ໃນ​ຂະນະ​ທີ່​ປະທານາທິບໍດີ​ທີ່​ໄດ້​ຮັບ​ເລືອກ​ໃໝ່ໄດ້​ແຕ່ງຕັ້ງທ່ານ Peter Navarro ທີ່​ຮູ້​ກັນ​ດີ​ວ່າ ​ເປັນ​ບຸກຄົນ​ທີ່​ກໍ່​ໃຫ້ເກີດ​ຄວາມ​ຮູ້ສຶກ​ຕໍ່ຕ້ານ​ຈີນຂອງ​ທ່ານ​ນັ້ນ ​ເປັນ​ທີ່​ປຶກສາ​ທາງ​ດ້ານການ​ຄ້າ.

ສ່ວນ​ລັດຖະບານ​ຈີນ ​ແມ່ນ​ໄດ້​ມີ​ຄວາມ​ລະມັດລະວັງ ​ແລະ​ຍັງ​ບໍ່​ທັນ​ເປີດ​ເຜີຍ​ແຜນການ​ຂອງ​ຕົ ນ​ໃນ​ການ​ເອົາ​ມາດ​ຕະການ​ຕອບ​ໂຕ້ເທື່ອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG