ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ຄອບຄົວຊາວຈີນ ຮຽກຮ້ອງໃຫ້ປ່ອຍຕົວຍາດພີ່ນ້ອງພວກເຂົາ ທີ່ຖືກກັກຂັງໂດຍ ແກັ່ງຫຼອກລວງ ໃນມຽນມາ


ພາບນີ້ ເປີດເຜີຍໂດຍ ອົງການຂ່າວຊິນຫົວຂອງຈີນ, ໃຫ້ເຫັນພວກຜູ້ຕ້ອງສົງໄສ ຖືກນຳຕົວຜ່ານດ່ານກວດຄົນເຂົ້າເມືອງໂດຍຕຳຫຼວດ ຢູ່ສະໜາມບິນສາກົນ ກວາງຊູ ໄບຢຸນ ໃນເມືອງກວາງຊູ ແຂວງກວາງດົງ ຂອງຈີນ. (Liang Xu/Xinhua via AP)
ພາບນີ້ ເປີດເຜີຍໂດຍ ອົງການຂ່າວຊິນຫົວຂອງຈີນ, ໃຫ້ເຫັນພວກຜູ້ຕ້ອງສົງໄສ ຖືກນຳຕົວຜ່ານດ່ານກວດຄົນເຂົ້າເມືອງໂດຍຕຳຫຼວດ ຢູ່ສະໜາມບິນສາກົນ ກວາງຊູ ໄບຢຸນ ໃນເມືອງກວາງຊູ ແຂວງກວາງດົງ ຂອງຈີນ. (Liang Xu/Xinhua via AP)

ການລັກພາຕົວ ແລະການຊ່ອຍເຫຼືອຂ້າມຊາຍແດນ ທັງໝົດນີ້ ໄດ້ເປັນເລື້ອງລາວບົດຂຽນປະເພດຮູບເງົາບູ້ໃນການຕໍ່ສູ້ຂອງນັກສະແດງຄົນຈີນ ຊື່ວ່າ ຫວັງ ຊິງ ທີ່ໄດ້ຫວັງວ່າ ຈະໄດ້ຮັບບົດ ພຽງແຕ່ບໍ່ເປັນດາລາຄືໃນເລື້ອງຄວາມເປັນຈິງນັ້ນ.

ທ້າວຫວັງ ອາຍຸ 22 ປີ ໄດ້ບິນໄປບາງກອກ ໃນຕົ້ນເດືອນນີ້ ຫຼັງຈາກໄດ້ຮັບຂໍ້ສະເໜີໃຫ້ມາຮ່ວມໃນການສ້າງຮູບເງົາ ທີ່ໄດ້ທຳການຖ່າຍທຳຢູ່ໃນປະເທດໄທ.

ແຕ່ບໍ່ມີຮູບເງົາເລີຍ.

ໃນກົງກັນຂ້າມ ຄືກັບຊາຍຊາວຈີນອີກຫຼາຍຮ້ອຍຄົນ, ຮ່ວມກັບທ້າວຫວັງທີ່ໄດ້ຖືກຫລອກໂດຍຂໍ້ສະເໜີໃຫ້ມາເຮັດວຽກ ທີ່ລາວໃນເວລາຕໍ່ມາໄດ້ຮູ້ຈັກວ່າ ມັນເປັນເລື້ອງທີ່ດີເກີນທີ່ຈະເປັນຄວາມຈິງ, ເຊິ່ງສ່ວນນຶ່ງຂອງກັບດັກທີ່ໄດ້ຖືກຕັ້ງໄວ້ໂດຍພວກແກັ່ງອາຊະຍາກອນ. ຄືກັບພວກຄົນອື່ນໆທີ່ຕ້ອງການຢາກເຮັດວຽກ, ລາວກໍໄດ້ຖືກລັກພາຕົວໄປ ແລະຖືກໃຫ້ເຮັດວຽກໃນສູນ ຄອລເຊັ່ນເຕີ້ ແຫ່່ງນຶ່ງ ທີ່ປະກອບການຢູ່ບໍລິເວນໃກ້ຊາຍແດນໄທໃນມຽນມາ ອີງຕາມການບອກເລົ່າ ແລະຖະແຫລງການຂອງຕຳຫຼວດໃນຈີນ ແລະໄທ.

ແຕ່ບໍ່ຄືກັບຊາວຈີນ ທີ່ຖືກຄ້າມະນຸດສ່ວນໃຫຍ່ ຜູ້ທີ່ຄອບຄົວຂອງພວກເຂົາ ຕ້ອງຄອຍຖ້າຢ່າງທຸກທໍລະມານແບບມິດໆ ສ່ວນທ້າວຫວັງ ກັບມີຜູ້ສະໜັບສະໜູນທີ່ມີອຳນາດຢູ່ທາງບ້ານເກີດຂອງລາວ.

ແຟນສາວຂອງລາວ ຜູ້ທີ່ເອີ້ນໃນຊື່ຫຼິ້ນວ່າ ໃຈໃຈ ໄດ້ປະກາດເຖິງລາຍລະອຽດຕ່າງໆຂອງການຖືກລັກພາໂຕໄປຂອງທ້າວຫວັງ ແລະໄດ້ເລີ້ມການໂຄສະນາໃນສື່ສັງຄົມ ເລື້ອງລາວໃນການຕໍ່ສູ້ຂອງນາງເພື່ອນຳເອົາລາວກັບຄືນມາຈີນ, ໂດຍມີຜູ້ຕິດຕາມຫຼາຍລ້ານຄົນ ແລະໄດ້ຮັບການສະໜັບສະໜູນຈາກພວກດາລາດັງຊາວຈີນຫຼາຍຄົນ.

ເມື່ອທ້າວຫວັງ ໄດ້ຖືກປ່ອຍໂຕໃນວັນທີ 7 ມັງກອນໂດຍຕຳຫຼວດໄທ ຜູ້ທີ່ໄດ້ກ່າວວ່າ ລາວໄດ້ຖືກພົບເຫັນຢູ່ໃນມຽນມາ ແຕ່ໄດ້ລາຍລະອຽດພຽງໜ້ອຍດຽວກ່ຽວກັບການປ່ອຍຕົວ, ສ່ວນຍາດພີ່ນ້ອງທີ່ມີຄວາມງຸດງິນຂອງພວກຊາວຈີນຄົນອື່ນ ທີ່ຍັງຖືກຄຸມຂັງຢູ່ສູນຄອລເຊັນເຕີ ໃນມຽນມາ ໄດ້ເລີ້ມໂພສລາຍລະອຽດຕ່າງໆກໍລະນີຂອງຍາດພີ່ນ້ອງເຂົາເຈົ້າເອງ ໃນຄວາມພະຍາຍາມເພື່ອຈະໄດ້ຮັບຄວາມສົນໃຈຫຼາຍທີ່ສຸດຈາກເຫດການດັ່ງກ່າວ.

ອ່ານຂ່າວນີ້ໃນພາສາອັງກິດ

The abduction and cross-border rescue had all the makings of the kind of action script struggling Chinese actor Wang Xing had hoped to land – only not as a reality star.

Wang, 22, flew to Bangkok earlier this month after getting an unsolicited offer to join a film that was shooting in Thailand.

There was no movie.

Instead, like hundreds of other Chinese men, Wang had been duped by a job offer that he later acknowledged appeared too good to be true, as part of a trap set by a criminal syndicate. Like others desperate for work, he was kidnapped and put to work in one of the online scam centers that operate just across the Thai border in Myanmar, according to his account and statements by police in China and Thailand.

But unlike most trafficked Chinese whose families wait in quiet anguish, Wang had a powerful advocate back home.

His girlfriend, who goes by the nickname Jiajia, broadcast details of Wang's abduction and started a social media campaign documenting her battle to get him back to China, picking up millions of followers and the support of Chinese celebrities.

When Wang was freed on Jan. 7 by Thai police, who said he had been found in Myanmar but gave few details about his release, frustrated families of other Chinese people still detained in the Myanmar scam centers began to post details of their own cases in an attempt to capitalize on the attention.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG