ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ຈີນ ບໍ່​ໄດ້​ບັນ​ລຸ ຂໍ້​ຕົກ​ລົງ​ໃຫຍ່ໆ ກັບ​ປະ​ເທດ​ເກາະ​ດອນ ໃນ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ແຕ່​​ຂໍ້​ຕົກ​ລົງ ​​ທີ່ນ້ອຍ​ລົງ​ມາ ໄດ້​ຮັບ​ຜົນ​ດີ


​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ຫວັງ ຢີ (ກາງ) ໄດ້​ປາ​ກົດ​ໂຕ​ເທິງ​ເວ​ທີ ທີ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ
ຮວມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟິ​ຈິ ທ່ານ​ແຟ​ຣັງ ໄບ​ນີ​ມາ​ຣາ​ມາ ເມື່ອ​ວັນ​ທີ 30 ພຶດ​ສະ​ພາ 2022 ທີ່​ເມືອງ​ຊູ​ວາ ປະ​ເທດ​ຟິ​ຈິ.
​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ຫວັງ ຢີ (ກາງ) ໄດ້​ປາ​ກົດ​ໂຕ​ເທິງ​ເວ​ທີ ທີ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຮວມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟິ​ຈິ ທ່ານ​ແຟ​ຣັງ ໄບ​ນີ​ມາ​ຣາ​ມາ ເມື່ອ​ວັນ​ທີ 30 ພຶດ​ສະ​ພາ 2022 ທີ່​ເມືອງ​ຊູ​ວາ ປະ​ເທດ​ຟິ​ຈິ.

ຈີນ ໃນ​ວັນ​ຈັນ​ວານນີ້ ​ບໍ່​ໄດ້​ບັນ​ລຸ​ຜົນຕາມ​ແຜນ​ການ​ທີ່ວາງ​ໄວ້ ເພື່ອ​ຈະ​ໃຫ້ 10 ປະ​ເທດ​ໃນ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ຂໍ້​ຕົກ​ລົງ​ຮອບ​ດ້ານ ທີ່ກວມ​ເອົາ​ທຸກ​ສິ່ງ​ຢ່າງ ນັບ​ແຕ່​ດ້ານ​ຄວາມ​ໝັ້ນ​ຄົງ ຕະ​ຫຼອດ​ຈົນ​ການ​ປະ​ມົງ ດັ່ງ​ທີ່​ຫຼາຍໆ​ຄົນ​ຢູ່​ໃນ​ຂົ​ງ​ເຂດ​ດັ່ງ​ກ່າວ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກັງ​ວົນ ອີງ​ຕາມ​ລາຍ​ງານ​ຂອງ​ອົງການ​ຂ່າວ​ເອ​ພີ.

ແຕ່​ກໍມີ​ການ​ໄດ້​ຮັບ​ຄວາມ​ສຳ​ເລັດ ​ໃນ​ຂໍ້​ຕົກ​ລົງຂະ​ໜາດ​ນ້ອຍ​ຫຼາຍໆ​ຢ່າງ ​ສຳ​ລັບ​ທ່ານ​ຫວັງ ຢິ ລັດ​ຖະ​ມົນ​ຕີ​ການ​ຕ່າງງ​ປະ​ເທດ​ຈີນ ໃນ​ຂະ​ນະ​ທີ່​ທ່ານ​ສືບ​ຕໍ່​ການ​ຢ້ຽມ​ຢາມ​ບັນ​ດາ​ປະ​ເທດ​ເກາະ​ດອນ​ຢູ່​ໃນ​ຂົງ​ເຂດ.

ທ່ານ​ຫວັງ​ໄດ້​ໄປຢ້ຽມ​ຢາມ​ຟີ​ຈິ ເພື່ອ​ເປັນ​ເຈົ້າ​ພາບ​ຮ່ວມ ​ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຂອງ 10 ປະ​ເທດ ​ໝູ່​ເກາະມະ​ຫາ​ສະ​ໝຸກປາ​ຊີ​ຟິກ.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ບໍ່​ຄ່ອຍ​ປົກ​ກະ​ຕິ​ປານ​ໃດ​ຫຼັງ​ຈາກນັ້ນ ເປັນ​ເວ​ລາ​ປະ​ມານ 30 ນາ​ທີ ທ່ານ​ຫວັງ​ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟີ​ຈິ ທ່ານ​ແຟ​ຣັງ ໄບ​ນີ​ມາ​ຣາ​ມາ ​ໄດ້​ອອກ​ຈາກ​ເວ​ທີ​ໄປ​ຢ່າງ​ກະ​ທັນ​ຫັນ ໃນ​ຂະ​ນະ​ທີ່​ພວກ​ນັກ​ຂ່າວ ພະ​ຍາ​ຍາມ​ຮ້ອງ​ຖາມ ຄຳ​ຖາມ​ຂອງ​ພວກ​ເຂົາ​ເຈົ້າ ຊຶ່ງ​ເຮັດ​ໃຫ້​ລາຍ​ລະ​ອຽດ​ຫຼາຍໆ​ຢ່າງ​ທີ່​ໄດ້​ກ່າວ​ເຖິງ​ໃນ​ກອງ​ປະ​ຊຸມນັ້ນ ບໍ່​ໄດ້​ມີ​ການ​ເປີດ​ເຜີຍ.

ແຕ່​ແນວ​ໃດ​ກໍ​ຕາມ ເປັນ​ທີ່​ຈະ​ແຈ້ງວ່າ ປະ​ເທດ​ຕ່າງໆ​ບໍ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ແຜນ​ການ​ຂອງ​ຈີນ.

ທ່ານ​ໄບ​ນີ​ມາ​ຣາ​ມາ ກ່າວ​ວ່າ “ດັ່ງ​ທີ່​ເຄີຍ​ເປັນ​ມາ ພວກ​ເຮົາ​ຖື​ເອົາ​ຄວາມ​ເປັນ​ເອກ​ກະ​ສັນ​ມາ​ກ່ອນ​ ໃນ​ໝູ່​ປະ​ເທດ​ຂອງ​ພວກ​ເຮົາ ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ຂໍ້​ຕົກ​ລົງ​ພູ​ມີ​ພາກ​ສະ​ບັບ​ໃໝ່.”

ໃນ​ຂະ​ນະ​ທີ່​ມີ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ເພີ້ມ​ຂຶ້ນ​ຂອງ​ປະ​ເທດ​ຕ່າງໆ​ກ່ຽວ​ກັບ​ຄວາມ​ໄຝ່​ຝັນ​ທາງ​ດ້ານ​ທະ​ຫານ ແລະ​ການ​ເງິນ​ຂອງ​ປັກ​ກິ່ງ​ຢູ່​ໃນ​ຂົງ​ເຂດ ຊາວ​ຟິ​ຈິ​ຫຼາຍ​ຄົນ​ມອງ​ເຫັນ​ວ່າ ​ມັນ​ເປັນປະ​ໂຫຍດ​ໃນການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ ບໍ່​ວ່າ​ມັນ​ມາ​ຈາກ​ບ່ອນ​ໃດ​ກໍ​ຕາມ ​ຕາບ​ໃດ​ທີ່​ມັນ​ຊ່ວຍ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ.

ນາງ​ຈໍຈີ​ນາ ມາ​ທິ​ລ​ດາ ກ່າວ​ວ່າ ການ​ເຮັດ​ວຽກ​ໃຫ້​ແກ່​ບໍ​ລິ​ສັດ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ຈີນ ທາ​ງ​ລົດ​ໄຟ​ຈີນ ໝາຍ​ຄວາມ​ວ່າ ທ່ານ​ສາ​ມາດ​ຊື້​ອາ​ຫານ​ມາ​ໃຫ້​ລູກ​ຂອງ​ນາງ​ກິນ​ໄດ້.

ສ່ວນ​ຊາວ​ຟິ​ຈິ​ອີກ​ຄົນ​ນຶ່ງ ມີ​ລີ​ອານ​ເນ ໂຣ​ໂກ​ລິ​ຕາ ກ່າ​ວວ່າ ການ​ມີ​ໜ້າ​ຫຼາຍ​ຂຶ້ນ​ຂອງ​ຈີນ​ໄດ້​ຊ່ວຍ​ເປັນ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ. ນາງ​ກ່າວ​ຕື່ມ​ວ່າ “ພວກ​ເຂົາ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ມີ​ເຮືອນ​ທີ່​ໃຫຍ່​ຂຶ້ນ. ພວກ​ເຂົາ​ນຳ​ເອົາ​ເງິນ​ເຂົ້າ​ມາ​ໃນ​ຟິ​ຈິ. ພວກ​ເຂົາ​ເປັນ​ຄົນ​ດີ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG