ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ຈີນ ເພັ່ງເລັງໃສ່ ແຜນການຍົກລະດັບ ດ້ານຄວາມໝັ້ນຄົງ ລະຫວ່າງ ສະຫະລັດ ແລະ ຍີ່ປຸ່ນ


ແຟ້ມຮູບ-ກອງກໍາລັງທະຫານປ້ອງກັນຕົນເອງຂອງສະຫະລັດ ແລະ ຍີ່ປຸ່ນ ເຂົ້າຮ່ວມການຝຶກຊ້ອມທາງທະຫານຮ່ວມກັນຢູ່ທີ່ສູນຟູຈິ, ຍີ່ປຸ່ນ, ວັນທີ 13 ກັຍນຍາ 2017. ວໍຊິງຕັນ ແລະ ໂຕກຽວ ຈັດການປັບປຸງສູນບັນຊາການທາງທະຫານຂອງສະຫະລັດໃນຍີ່ປຸ່ນ.
ແຟ້ມຮູບ-ກອງກໍາລັງທະຫານປ້ອງກັນຕົນເອງຂອງສະຫະລັດ ແລະ ຍີ່ປຸ່ນ ເຂົ້າຮ່ວມການຝຶກຊ້ອມທາງທະຫານຮ່ວມກັນຢູ່ທີ່ສູນຟູຈິ, ຍີ່ປຸ່ນ, ວັນທີ 13 ກັຍນຍາ 2017. ວໍຊິງຕັນ ແລະ ໂຕກຽວ ຈັດການປັບປຸງສູນບັນຊາການທາງທະຫານຂອງສະຫະລັດໃນຍີ່ປຸ່ນ.

ວໍຊິງຕັນ ແລະ ໂຕກຽວ ກໍາລັງກະກຽມເພື່ອເປີດເຜີຍແຜນການປັບປ່ຽນໂຄງສ້າງກອງບັນຊາການທະຫານຂອງສະຫະລັດໃນປະເທດຍີ່ປຸ່ນ ໃນອັນທີ່ຈະເປັນການຍົກລະດັບທີ່ໃຫຍ່ທີ່ສຸດດ້ານຄວາມໝັ້ນຄົງ ໃຫ້ແກ່ພັນທະມິດຂອງພວກເຂົາເຈົ້າ ໃນຮອບຫຼາຍທົດສະວັດ.

ຈີນ ​ໄດ້ອອກມາສະແດງການ​ຄັດຄ້ານ​ແຜນການ​ດັ່ງກ່າວ​ແລ້ວ, ​ໂດຍ​ກ່າວ​ວ່າ ພວກເຂົາ​ບໍ່​ຢາກ​ເປັນ​ເປົ້າ​ໝາຍ​ຂອງ​ແຜນການ​ປ້ອງ​ກັນ​ປະ​ເທດ​ທີ່ ​ວໍ​ຊິງ​ຕັນ ​ແລະ ​ໂຕ​ກຽວ ​ຄາດ​ໝາຍທີ່​ຈະ​ປະກາດ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ໃນ​ເດືອນ​ເມສານີ້.

ທ່ານຫລຸຍ ພັງຢູ (Liu Pengyu) ​ໂຄສົກ​ສະຖານທູດ​ຈີນ​ປະຈຳນະຄອນຫຼວງ​ວໍ​ຊິງ​ຕັນ​ກ່າວ​ຕໍ່ VOA ໃນ​ວັນ​ອັງຄານ​ແລ້ວ​ນີ້​ວ່າ “ຈີນ​ເຊື່ອ​ໝັ້ນ​ສະເໝີ​ ວ່າການ​ຮ່ວມ​ມື​ທາງທະຫານ​ລະຫວ່າງ​ປະເທດຕ່າງໆ ​ຄວນ​ສ້າງ​ເງື່ອນໄຂໃຫ້​ແກ່​ສັນຕິພາບ ​ແລະ​ສະຖຽນ​ລະ​ພາບຢູ່ໃນ​ພາກ​ພື້ນ, ແທນ​ທີ່​ຈະ​ແນ​ເປົ້າ​ໝາຍ​ໃສ່​ຝ່າຍ​ທີ​ສາມ ຫຼື​ທຳລາຍ​ຜົນ​ປະ​ໂຫຍ​ດຂອງ​ຝ່າຍ​ທີ​ສາມ.”

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ສົ່ງ​ອີ​ເມລຕອບໂຕ້ກັບໄປ​ຍັງ​ VOA ພະແນກພາສາເກົາຫຼີ​ ໃນມື້​ວັນ​ພຸດ​ແລ້ວ​ນີ້. ໂຄສົກກະຊວງດັ່ງກ່າວນັ້ນ ເວົ້າວ່າ “ພັນທະ​ມິດ​ລະຫວ່າງ​ສະຫະລັດ ແລະ ຍີ່ປຸ່ນ​ ໄດ້​ຮັບ​ໃຊ້​ຕໍ່​ພື້ນຖານ​ຂອງ​ສັນຕິພາບ, ພື້ນຖານຂອງຄວາມ​ໝັ້ນຄົງ, ​ແລະ ພື້ນຖານຂອງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຢູ່ໃນຂົງເຂດ​ອິນ​ໂດ-ປາຊີ​ຟິກ ​ແລະໃນ​ທົ່ວ​ໂລກ ​ມາ​ເປັນ​ເວລາ​ຫຼາຍກວ່າ 7 ທົດ​ສະ​ວັດ​ແລ້ວ, ​ແລະ​ບໍ່​ເຄີຍ​ແຂງກະດ້າງ​ໄປກວ່າ​ນັ້ນ.”

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານເຈັກ ຊູລລິວາລ ແລະຄູ່ຮ່ວມຕໍາແໜ່ງຈາກຍີ່ປຸ່ນຂອງທ່ານ ຄືທ່ານ ອາກິບະ ຕາເກໂອະ (Akiba Takeo), ພົບປະກັນຢູ່ທີ່ທຳນຽບຂາວ ໃນວັນອັງຄານແລ້ວນີ້ ເພື່ອປຶກສາຫາລືກ່ຽວກັບ “ບາດກ້າວຕໍ່ໄປ ສໍາລັບຄວາມສຳເລັດໃນການສົ່ງມອບກະແຈສຳຄັນ” ທີ່ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ຈະປະກາດເມື່ອເວລາພົບປະກັນ ໃນວັນທີ 10 ເມສາ ຢູ່ທີ່ນະຄອນຫຼວງວໍຊິງຕັນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG