ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໙ ມີນາ ໒໐໒໕

ຈີນ ຕິດ​ຕາມ​ແຜນ​ຍຸດ​ທະ​ສາດ​ຂອງ​ທ່ານ ທ​ຣຳ ກ່ຽວ​ກັບ ຢູ​ເຄ​ຣນ ແລະການຂະ​ຫຍາຍ​ສາຍ​ພົວ​ພັນ​ກັບ ຣັດ​ເຊຍ


​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ແລະ ປະ​ທານ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຄົນ​ປັດ​ຈຸ​ບັນ ທ່ານ ຟູ ກົງ ລົງ​ຄະ​ແນນ​ສຽງ​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ ສະ​ຫະ​ປະ​ຊາ​ຊາດ, 24 ກຸ​ມ​ພາ 2025.
​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ແລະ ປະ​ທານ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຄົນ​ປັດ​ຈຸ​ບັນ ທ່ານ ຟູ ກົງ ລົງ​ຄະ​ແນນ​ສຽງ​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ ສະ​ຫະ​ປະ​ຊາ​ຊາດ, 24 ກຸ​ມ​ພາ 2025.

ໃນຂະນະທີ່ການຮຸກຮານຂອງ ຣັດເຊຍ ໃນຢູເຄຣນ ກ້າວເຂົ້າສູ່ປີທີສາມ, ຈີນ ໄດ້ຕິດຕາມແຜນຍຸດທະສາດຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຢ່າງໃກ້ຊິດ ໂດຍທີ່ປັກກິ່ງ ກຳລັງຄຳນວນການເຄື່ອນໄຫວຕ່າງໆ ເພື່ອວາງຕຳແໜ່ງຂອງຕົນໃຫ້ເປັນຫຸ້ນສ່ວນທາງຍຸດທະສາຂອງ ຢູເຄຣນ, ໃນຂະນະດຽວກັນກໍຮັກສາຄວາມຮ່ວມມືແບບບໍ່ມີຂີດຈຳກັດກັບ ຣັດເຊຍ ໄວ້ຄືເກົ່າ, ອີງຕາມການກ່າວຂອງຜູ້ຊ່ຽວຊານ ແລະ ເຈົ້າໜ້າທີ່.

ໃນອາທິດນີ້, ນາຍົກລັດຖະມົນຕີ ອັງກິດ ທ່ານ ເຄຍ ສຕາເມີ ແລະ ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ແມ່ນມີກຳນົດທີ່ຈະຈັດກອງປະຊຸມເຊິ່ງໜ້າໃນນະຄອນຫຼວງ ວໍຊິງຕັນ, ລຸນຫຼັງການເຈລະຈາໂດຍກົງເມື່ອວັນທີ 18 ກຸມພາທີ່ຜ່ານມາ ລະຫວ່າງບັນດາເຈົ້າໜ້າທີ່ອາວຸໂສ ສະຫະລັດ ແລະ ຣັດເຊຍ ໃນນະຄອນຫຼວງ ຣີຢາດ, ປະເທດ ຊາອຸດີ ອາຣາເບຍ.

ທ່ານ ມາກຣົງ ໄດ້ພົບປະກັບທ່ານ ທຣຳ ເມື່ອເຊົ້າວັນຈັນວານນີ້ຢູ່ທຳນຽບຂາວ ສຳລັບການປະຊຸມທີ່ແກ່ຍາວເກືອບ 2 ຊົ່ວໂມງ. ຜູ້ນຳທັງສອງຍັງໄດ້ເຂົ້າຮ່ວມໃນກອງປະຊຸມທາງວິດີໂອ ກັບບັນດາຜູ້ນຳກຸ່ມ 7 ປະເທດອື່ນໆ ກ່ຽວກັບ ຢູເຄຣນ.

ໃນຕອນເຊົ້າວັນຈັນວານນີ້, ປະທານປະເທດ ຈີນ ທ່ານ ສີ ຈິ້ນຜິງ ໄດ້ລົມກັບປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ, ຜູ້ທີ່ໄດ້ລາຍງານຄວາມກ້າວໜ້າຕໍ່ທ່ານ ສີ ກ່ຽວກັບ ການເຈລະຈາໃນນະຄອນຫຼວງ ຣີຢາດ ແລະ ໄດ້ຢືນຢັນ “ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານອີກຄັ້ງນຶ່ງ” ລະຫວ່າງ ຣັດເຊຍ ແລະ ຈີນ. ຖະແຫຼງການສະບັບນຶ່ງຂອງຈີນກ່າວວ່າ “ຈີນ ມີຄວາມຍິນດີກັບຄວາມພະຍາຍາມທີ່ເປັນບວກຂອງ ຣັດເຊຍ ແລະ ພາກສ່ວນທີ່ສຳຄັນອື່ນໆ ເພື່ອແກ້ໄຂວິກິດການດັ່ງກ່າວນັ້ນ.”

ເປັນເວລາສາມປີແລ້ວ, ບັນດາເຈົ້າໜ້າທີ່ ຈີນ ໄດ້ກ່າວວ່າ ປັກກິ່ງ ຈະ “ມີບົດບາດທີ່ສ້າງສັນ” ໃນການ “ຜ່ອນຄາຍວິກິດການທາງການເມືອງ” ໂດຍຫຼີກລ່ຽງການໃຊ້ຄຳວ່າ “ສົງຄາມຢູເຄຣນ” ເພື່ອອະທິບາຍເຖິງການຮຸກຮານຂອງ ຣັດເຊຍ ຕັ້ງແຕ່ວັນທີ 24 ກຸມພາ 2022.

ປັກກິ່ງ ຍັງໄດ້ຍົກຍ້ອງການເຈລະຈາລະຫວ່າງ ສະຫະລັດ ກັບ ຣັດເຊຍ ເມື່ອບໍ່ດົນມານີ້, ເຊິ່ງ ຢູເຄຣນ ບໍ່ໄດ້ເຂົ້າຮ່ວມນໍາ.

ຈີນ ແລະ ຢູເຄຣນ ໄດ້ “ສ້າງຕັ້ງການຮ່ວມມືຍຸດທະສາດໃນປີ 2011… ໃນບໍ່ເທົ່າໃດປີທີ່ຜ່ານມາ, ຈີນ ໄດ້ເປັນຄູ່ຮ່ວມມືທາງການຄ້າທີ່ໃຫຍ່ທີ່ສຸດຂອງ ຢູເຄຣນ,” ລັດຖະມົນຕີການຕ່າງປະເທດ ຈີນ ທ່ານ ຫວັງ ຢີ ໄດ້ກ່າວຕໍ່ລັດຖະມົນຕີການຕ່າງປະເທດ ຢູເຄຣນ ທ່ານ ແອນດຣີ ຊີບີຮາ ເມື່ອວັນທີ 15 ກຸມພາທີ່ຜ່ານມາ ຢູ່ນອກກອງປະຊຸມໃຫຍ່ດ້ານຄວາມໝັ້ນຄົງ ມິວນິກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Three years into Russia’s aggression in Ukraine, China is closely monitoring U.S. President Donald Trump’s strategy to end the war, as Beijing calculates its moves to position itself as a strategic partner for Ukraine while maintaining a no‐limits partnership with Russia, according to experts and former officials.

This week, British Prime Minister Keir Starmer and French President Emmanuel Macron are set to hold in-person meetings in Washington, following the February 18 direct talks between senior U.S. and Russian officials in Riyadh, the Saudi capital.

Macron met with Trump Monday morning at the White House for a meeting that lasted nearly two hours. Both leaders participated in a videoconference with other G7 leaders about Ukraine.

Earlier on Monday, Chinese President Xi Jinping spoke with Russian President Vladimir Putin, who updated Xi on the Riyadh talks and reaffirmed the "comprehensive strategic partnership" between Russia and China. A Chinese readout said, "China welcomes the positive efforts made by Russia and relevant parties to resolve the crisis."

For three years, Chinese officials have said Beijing will "play a constructive role" in the "political settlement of the crisis," refraining from using the term "Ukraine war" to describe Russia's aggression since February 24, 2022.

Beijing also commended the recent U.S.-Russia talks, during which Ukraine was not present.

China and Ukraine “established a strategic partnership in 2011. ... In recent years, China has been Ukraine's largest trading partner,” Chinese Foreign Minister Wang Yi told Ukrainian Foreign Minister Andrii Sybiha on February 15 on the margins of the Munich Security Conference.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG