ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ສະແດງຄວາມຫວັງ ຕໍ່ການຮ່ວມມື ໃນຂະນະທີ່ທ່ານໄບເດັນ ສາບານໂຕເຂົ້າຮັບຕຳແໜ່ງ


ທູງຊາດສະຫະລັດ ແລະຈີນ ຢູ່ບ່ອນວາງສະແດງ ແລກປ່ຽ່ນການຄ້າ AICC ສາກົນ ທີ່ນະຄອນຫຼວງປັກກິ່ງ .
ທູງຊາດສະຫະລັດ ແລະຈີນ ຢູ່ບ່ອນວາງສະແດງ ແລກປ່ຽ່ນການຄ້າ AICC ສາກົນ ທີ່ນະຄອນຫຼວງປັກກິ່ງ .

ຈີນກ່າວຕໍ່ລັດຖະບານໃໝ່ຂອງທ່ານໄບເດັນ ໃນວັນພະຫັດວ່ານນີ້ວ່າ ຕົນຫວັງວ່າ ປະ
ເທດທັງສອງສາມາດຮ່ວມມືກັນໄດ້ເພື່ອຮັບມືກັບບັນຫາທ້າທາຍທີ່ພວມ ປະເຊີນໜ້າ
ໂລກຢູ່ໃນທຸກວັນນີ້ ຊຶ່ງເປັນຄວາມເຫັນໄປໃນແງ່ດີເພື່ອຫລຸດຜ່ອນ ຄວາມເຄັງຕຶງລົງ
ໂດຍພວກວິເຄາະ.

ໂຄສົກຍິງທ່ານນາງຮົວ ຈຸນຢິງ (Hua Chunying) ກ່າວໃນວັນພະຫັດວານນີ້ ຢູ່ກອງ
ປະຊຸມນັກຂ່າວ ທີ່ນະຄອນປັກກິ່ງວ່າ “ພວກເຮົາເຊື່ອວ່າທຸກສິ່ງຢ່າງເປັນ ໄປໄດ້ ຖ້າ
ຫາກພວກເຮົາຕັ້ງເປົ້າໝາຍໄວ້. ຂ້າພະເຈົ້າເຊື່ອວ່າ ດ້ວຍຄວາມພະ ຍາຍາມຮ່ວມກັນ
ຂອງທັງສອງຝ່າຍ ນາງຟ້າທີ່ດີ ໃນຄວາມສຳພັນລະຫວ່າງຈີນກັບສະຫະລັດ ສາມາດ
ເອົາຊະນະກຳລັງຂອງພວກມານໄດ້.”

ນອກນັ້ນ ທ່ານນາງຍັງໄດ້ປາດຖະໜາ ໃຫ້ປະທານາທິບໍດີໂຈ ໄບເດັນ “ປະສົບຜົນສຳ
ເລັດທຸກຢ່າງໃນການປົກຄອງປະເທດ” ຊຶ່ງເບິ່ງຄືວ່າເປັນນໍ້າສຽງຫຼຸດຜ່ອນຄວາມເຄັ່ງ
ຕຶງໃນສາຍສຳພັນລະຫວ່າງສະຫະລັດກັບຈີນ ຂອງລັດຖະບານທ່ານ ທຣໍາ.

ໃນເວລາດຽວກັນ ບໍ່ພໍເທົ່າໃດນາທີຫຼັງຈາກທ່ານໄບເດັນ ໄດ້ສາບານໂຕເຂົ້າຮັບຕໍາແໜ່ງ
ເປັນປະທານາທິບໍດີຄົນທີ 46 ຂອງສະຫະລັດແລ້ວ ຈີນໄດ້ປະກາດລົງໂທດຕໍ່ພວກເຈົ້າ
ໜ້າທີ່ 28 ຄົນທີ່ຮັບໃຊ້ຢູ່ລັດຖະບານປະທານາທິບໍດີດໍໂນລ ທຣໍາ ຮວມທັງອະດີດລັດຖະ
ມົນຕີຕ່າງປະເທດ ທ່ານໄມຄ໌ ພອມພຽວ.

ປັກກິ່ງກ່າວວ່າ ທ່ານພອມພຽວ “ໄດ້ວາງແຜນ ສົ່ງເສີມ ແລະດຳເນີນການໃນ ການເຄື່ອນ
ໄຫວບ້າໆບໍໆຢ່າງຕໍ່ເນື່ອງຊຶ່ງໄດ້ແຊກແຊງເຂົ້າໃນກິດຈະການພາຍ ໃນຂອງຈີນຢ່າງຮ້າຍແຮງ ບ່ອນທຳລາຍຕໍ່ຜົນປະໂຫຍດຂອງຈີນ ລ່ວງລະເມີດຕໍ່ປະຊາຊົນຈີນ ແລະລົບ
ກວນຄວາມສຳພັນຈີນກັບສະຫະລັດຢ່າງຮ້າຍແຮງ.

ໃນອີກດ້ານນຶ່ງ ທ່ານໂຣເບີດ ຣອສ (Robert Ross) ສາດສະດາຈານລັດຖະສາດ ຢູ່
ມະຫາວິທະຍາໄລບອສຕັນ (Boston College) ແລະນັກຄົ້ນຄວ້າ ຢູ່ສູນກາງການສືກ
ສາກ່ຽວກັບຈີນ ຈອນຄິງແຟຣ໌ແບງ ຂອງມະຫາວິທະຍາໄລຮາ ເວີດ (Harvard Univer-
sity’s John King Fairbank Center for Chinese Studies) ກ່າວຕໍ່ພະແນກພາ
ສາຈີນກາງ ຂອງວີໂອເອວ່າ ຈີນໄດ້ ກ່າວຫາ ໂດຍສະເພາະເຈາະຈົງຕໍ່ສ່ວນບຸກຄົນຢູ່
ໃນລັດຖະບານທ່ານທຣໍາໂດຍ ກົງ ທີ່ຮັບຜິດຊອບຕໍ່ການຊຸດໂຊມລົງໃນຄວາມສຳພັນ.

ທ່ານຣອສສ ກ່າວວ່າ “ແນ່ນອນ ລັດຖະມົນຕີຕ່າງປະເທດ ທ່ານພອມພຽວ ໄດ້ຢູ່ແຖວ
ໜ້າໃນແນວຄິດສົງຄາມ ແລະຄວາມໝັ້ນໝາຍສ່ວນໂຕ ຂອງທ່ານພອມ ພຽວ ທີ່ຈີນໄດ້
ລະບຸແຕ່ຂັ້ນຕົ້ນ ແລະເຮັດໃຫ້ທ່ານເປັນຜູ້ຮັບຜິດຊອບ.”

ທ່ານເຊນ ດິນກລີ (Shen Dingli) ສາດສະດາຈານດ້ານຄວາມສຳພັນຕ່າງປະ ເທດທີ່
ມະຫາວິທະຍາໄລຟູດານ (Fudan University) ຂອງຈີນກ່າວຕໍ່ວິໂອເອ ວ່າ ການເຄື່ອນ
ໄຫວນີ້ຄວນຖືວ່າເປັນສັນເຕືອນ ຕໍ່ລັດຖະບານໃໝ່ຂອງທ່ານໄບ ເດັນ ຢ່າປະພືດແບບ
ບໍ່ເໝາະສົມກັບຈີນ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG