ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສົ່ງອອກຂອງຈີນ ຊ້າລົງ ໃນເດືອນທັນວາ 2011 (ເບິ່ງວີດີໂອພາສາລາວ/ອັງກິດ)


A department store employee displays flowers made of pure gold, 4.2kg in weight and priced at 157 million yen (1.7 million USD) at the "Gold Expo" exhibition at Tokyo's Matsuzakaya department store, Japan.
A department store employee displays flowers made of pure gold, 4.2kg in weight and priced at 157 million yen (1.7 million USD) at the "Gold Expo" exhibition at Tokyo's Matsuzakaya department store, Japan.

ໄດ້​ມີ​ອີກຮ່ອງ​ຮອຍນຶ່ງ ທີ່​ສະ​ແດງ​​ໃຫ້​ເຫັນ​ວ່າ ​ເສດຖະກິດ​ຂອງ​ໂລກ​ກໍາລັງ​ຊັກ​ຊ້າ​ລົງ ຄື​ກາ​ນ ສົ່ງ​ອອກ​ຂອງ​ປະ​ເທດ​ຈີນ​ ​ໃນ​ເດືອນ​ທັນວາ​ທີ່​ຜ່ານ​ມາ​ນີ້ ໄດ້ລຸດລົງ​ສູ່​ລະດັບ​ຕໍ່າ​ສຸດ ​ໃນ​ຮອບ​ສອງ​ປີ​ກ່ວາ ​ໃນ​ຂະນະ​ທີ່​ການ​ນໍາ​ເຂົ້າ​ສິນຄ້າ​ຈາກ​ຕ່າງປະ​ເທດ ກໍ​ຂະຫຍາຍ​ໂຕ​ຊ້າ​ລົງ​ກ່ວາ​ທີ່​ຄາດໝາຍ​ກັນ​ໄວ້. ດາຣາມີ​ລາຍລະອຽດ​ກ່ຽວ​ກັບ​ເລື່ອງ​ນີ້ ມາສະ​ເໜີ​ທ່ານ​.

ເບິ່ງລາຍງານພາສາລາວ:

ຟັງລາຍງານພາສາລາວໂດຍເຕັມ:

ຍອດ​ຂາຍ​ໃນ​ຕ່າງປະ​ເທດ​ຂອງສີນ​ຄ້າທີ່ຜະລິດຈາກປະ​ເທດຈີນນັ້ນ ​ໄດ້​ເປັນ​ນຶ່ງ​ໃນ​ພວກ​ປັດ​
ໃຈທີ່​ໃຫຍ່​ທີ່​ສຸດ ທີ່ຂັບ​ດັນການ​ເຕີບໂຕຢ່າງ​ໄວຂອງ​ເສດຖະກິດຈີນ ແຕ່ວ່າມາ​ບັດ​ນີ້ ມີ​ສະຖິ
ຕິໃໝ່ທີ່ສະແດງໃຫ້ເຫັນວ່າ ການເຕີບ​ໂຕ​ຂອງ​ສິນຄ້າສົ່ງອອກຂອງ​ຈີນ​ອາດ​ໄດ້​ເຖິງ​ຈຸດ​ສູງ
ສຸດແລ້ວ. ນັກ​ຍຸ​ທະ​ສາດ​ດ້ານ​ການ​ລົງທຶນ ປູ ຢົງຫາວ ທີ່​ບໍລິສັດຄຸ້ມ​ຄອງ​ຄວາມ​ຮັ່ງມີ UBS
ຫລື UBS Wealth Management ກ່າວວ່າ ຄວາມ​ບໍ່​ແນ່ນອນ​ກ່ຽວກັບເສດຖະກິດ
ເຮັດໃຫ້ຄວາມຮຽກຮ້ອງຕ້ອງການຂອງຜູ້ອຸບປະ​ໂພ​ກບໍລິໂພກ ລຸດນ້ອຍ​ຖອຍລົງ ຢູ່​ໃນທົ່ວ
ໂລກ ຊຶ່ງ​ທ່ານ​ຊີ້​ແຈງ​ວ່າ:

“​ແນ່ນອນ​ວ່າ ການ​ສົ່ງ​ອອກ​ນັ້ນ​ແມ່ນ​ຂຶ້ນ​ກັບ​ສິ່ງ​ແວດ​ລ້ອມ​ທາງ​ນອກ. ຂ້າພະ​
ເຈົ້າ​ຄາດ​ວ່າ ມັນ​ຈະ​ຍັງ​ອ່ອນ​ແອ​ແລະ​ກໍ​ຊັກ​ຊ້າ​ລົງ​ຢູ່​ຕໍ່​ໄປ. ​ແຕ່​ວ່າ ​ເວົ້າ​ໃນ​
ດ້ານ​ການ​ອຸບປະ​ໂພ​ກພາຍ​ໃນ ຫລືໂຕ​ເລກການ​ຜະລິດ ຫລື​ເງິນ​ເຟີ້​ແລ້ວ ​
ກໍ​ໜ້າຈະ​ມີ​ການ​ເຄື່ອນ​ໄຫວ​ໄປ​ສູ່​ທິດ​ທາງບວກ​ຫລາຍ​ຂຶ້ນ.”

ບັນດານັກເສ​ດຖະສາດ​ກ່າວວ່າ ການ​ຂຶ້ນຄ່າເງີນຢວນ ກໍ​ຄື​ເງິນຕາຂອງຈີນນັ້ນ ອາດສາມາດ
ຊ່ວຍ​ຊຸກຍູ້ການ​ອຸບປະ​ໂພ​ກບໍລິ​ໂພ​ກຢູ່ພາຍ​ໃນ​ປະ​ເທດ ແຕ່ວ່າມັນກໍສາມາດສ້າງ​ຄວາມ​ເສຍ​
ຫາຍ​ໃຫ້​ແກ່ການສົ່ງອອກຂອງຈີນ ​ຄື​ຈະ​ເຮັດ​ໃຫ້​ສິນຄ້າ​ຂອງ​ຈີນມີລາຄາແພງຂື້ນຢູ່​ໃນ​ຕ່າງ
ປະ​ເທດ. ທ່ານ ປູ ຢົງ​ຫາວ ກ່າວວ່າ ອັດຕາ​ການ​ຂະ​ຫຍາ​ຍໂຕທີ່ອ່ອນແອຂອງ​ສິນຄ້າ​ສົ່ງ​
ອອກ ອາດເປັນ​ການເພິ່ມນໍ້າໜັກ​ໃຫ້ແກ່​ຂໍ້​ອ້າງຂອງທະນາຄານກາງ​ຫລື​ທະນາຄານ​ແຫ່ງ
ຊາດຈີນ ​ເພື່ອຖ່ວງ​ດຶງ​ການ​ຂຶ້ນ​ຄ່າເງີນຢວນ ​ໄວ້. ທ່ານ ປູ ກ່າວ​ຕໍ່​ໄປ​ວ່າ:

“ປີ​ນີ້ ​ໂຕ​ເລກການ​ສົ່ງ​ອອກ ​ແມ່ນ​ຈະ​ທ້າ​ທາຍ​ຫລາຍ ຂ້າພະ​ເຈົ້າ​ໝາຍ​ເຖິງ
ທາງ​ຝ່າຍ​ຢູ​ໂຣບ​ໂດຍ​ສະ​ເພາະ. ດ້ວຍ​ເຫດ​ນີ້​ແຫລະ ຂ້າພະ​ເຈົ້າ​ຈຶ່ງ​ຄິດ​ວ່າ
ຈີນ​ຄົງ​ຈະ​ບໍ່​ຢາກ​ເຕັມ​ໃຈປານ​ໃດ ທີ່​ຈະ​ປ່ອຍໃຫ້​ເງິນຕາແຂງ​ຄ່າ​ຂຶ້ນ.”

ຢູ່ໃນສະຫະລັດ​ ກໍາລັງມີການຊຸກຍູ້​ໃຫ້​ເພິ່ມທະວີ​ການ​ສົ່ງອອກຂຶ້ນ. ໃນວັນພະຫັດ​ແລ້ວ​ນີ້ ສະຫະພັນການຄ້າໃຫຍ່ທີ່ສຸດ​ໃນ​ສະຫະລັດ ໄດ້ຮຽກຮ້ອງ​ໄປ​ຍັງ​ລັດຖະສະພາໃຫ້​ເສີມຂະ
ຫຍາຍສັນຍາການຄ້າເສລີ ຮ່ວມກັບພວກຕະຫລາດທີ່​ກໍາລັງ​ໂຜ່​ໂຕ​ຂຶ້ນ​ມາ ຈາກ ບຣາຊີລ
ໄປ​ຫາ ອິນໂດເນເຊຍ. ທ່ານ ໂທມັສ ດອນ​ນາ​ຮີ​ວ ປະທານສະພາການຄ້າຂອງສະຫະລັດ
ກ່າວ​ວ່າ:

“95 ສ່ວນ​ຮ້ອຍ​ຂອງ​ປະຊາຊົນທີ່ພວກ​ເຮົາ​ຢາກ​ຈະ​ຂາຍ​ເຄື່ອງ​ໃຫ້ນັ້ນ ​ແມ່ນ​
ດໍາ ລົງ​ຊີວິດ​ຢູ່​ນອກ​ສະຫະລັດ. ສະ​ນັ້ນ​ ພວກ​ເຮົາ​ຄວນ​ອອກ​ໄປ​ຫາ​ເຂົາ​ເຈົ້າ
ແລະ​ຊັກຊວນ​ເອົາ​ພວກ​ລູກ​ຄ້າ​ແລະ​ຜູ້​ອຸບປະ​ໂພ​ກບໍລິ​ໂພ​ກ​ເຫລົ່າ​ນັ້ນ ​ໃຫ້
ພາກັນ​ມາ​ຊື້​ເຄື່ອງ​ຂອງ​ອາ​ເມຣິກາ ຫລາຍ​ຄົນ​ຂຶ້ນ.”

ການຊຸກຍູ້​ດັ່ງກ່າວອາດກໍາລັງ​ໄດ້ຜົນ ​ເພາະປາກົດວ່າສີນຄ້າສົ່ງອອກຂອງສະຫະລັດໄປ
ຍັງ​ປະ​ເທດຈີນ ​ໄດ້​ຖີບ​ຂຶ້ນ​ສູ່​ລະດັບສູງສຸດ ໃນ​ຮອບນຶ່ງປີກວ່າ ແຕ່ວ່າ ຕົວເລກການຄ້າ
ທີ່​ມີລາຍງານອອກມາໃນວັນສຸກ​ແລ້ວນີ້ ​ແມ່ນ​ມີ​ຄວາມ​ໝາຍ​ໄປ​ແນວ​ນຶ່ງ​ອີກ. ກະຊວງ
ການຄ້າຂອງສະຫະລັດກ່າວວ່າ ເຖິງແມ່ນວ່າສິນຄ້ານໍາເຂົ້າຈະລຸດລົງກໍ​ຕາມ ​ແຕ່​ການ
ຂາດ​ດຸນ​ການຄ້າຂອງສະຫະຣັດກໍໄດ້ຂະຫຍາຍອອກ ຫລາຍກວ່າ 10 ເປີເຊັນ ໃນ
ເດືອນພະຈິກ ປີ​ກາຍ​ນີ້ ​ເນື່ອງ​ຈາກ​ວ່າຊາວອະເມຣິກັນ​ໄດ້​ຈ່າຍ​ເງິນ​ຫລາຍ​ຂຶ້ນ ສໍາລັບ
ຊື້ນໍ້າມັນດິບແລະລົດລາ ຍ້ອນ​ລາຄາແພງຂື້ນນັ້ນ​ເອງ.

ເບິ່ງລາຍງານພາສາອັງກິດ:

XS
SM
MD
LG