ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ສົ່ງອອກ ລະບອບຜະເດັດການ ຊຶ່ງເປັນການຄົ້ນຄວ້າ ໃນເລື້ອງນີ້ ຢູ່ລັດຖະສະພາ ສຫລ


ທຸງຊາດຂອງຈີນ ປິວສະບັດ ຢູ່ໃກ້ໆກັບກ້ອງສອດແນມ ທີ່ຕິດຕັ້ງ ຢູ່ເສົາໄຟ ໃນຈະຕຸລັດທຽນອັນເໝີນ ນະຄອນປັກກິ່ງ, ວັນທີ 15 ມີນາ 2019.
ທຸງຊາດຂອງຈີນ ປິວສະບັດ ຢູ່ໃກ້ໆກັບກ້ອງສອດແນມ ທີ່ຕິດຕັ້ງ ຢູ່ເສົາໄຟ ໃນຈະຕຸລັດທຽນອັນເໝີນ ນະຄອນປັກກິ່ງ, ວັນທີ 15 ມີນາ 2019.

ສາມ​ສິບ​ເຈັດ​ປີ ຫຼັງ​ຈາກ​ການ​ປາບ​ປາມ​ຢ່າງນອງ​ເລືອດ ທີ່​ຈະ​ຕຸ​ລັດ​ທຽນ​ອັນ​ເໝິນ ປັກ​ກິ່ງ
​ພວມ​ສົ່ງ​ອອກ​ ການ​ປົກ​ຄອງ​ແບບ​ຜະ​ເດັດ​ການ ແລະ​ຊຸກ​ຍູ້​ໃຫ້​ລັດ​ຖະ​ບານປະ​ເທດ​ຕ່າງໆ
​ຢູ່​ໃນ​ທົ່ວ​ໂລກສອດ​ແນມ​ເບິ່ງ ​ແລະ​ຄວບ​ຄຸມ​ປະ​ຊາ​ຊົນ​ຂອງ​ຕົນ ນັ້ນຄື​ຄຳ​ເວົ້າ​ຂອງ​ສະ​ມາ
​ຊິກ​ສະ​ພາ​ສະ​ຫະ​ລັດ ແລະ​ພວກ​ສະ​ໜັບ​ສະ​ໜຸນ​ສິດ​ທິ​ມະ​ນຸດ ທີ່​ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້.

​ທ່ານບັອບ ເມີ​ນານ​ເດ​ສ ສະ​ມາ​ຊິກ​ສ​ະ​ພາ​ສູງ​ ຈາກ​ລັດ​ນິວ​ເຈີ​ຊີ ​ຊຶ່ງ​ເປັນເຈົ້າ​ໜ້າ​ທີ່​ອະ​ວຸ​
ໂສ​ສຸດ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ໃນ​ຄະ​ນະ​ກຳ​ມະ​ການ​ຄວາມ​ສຳ​ພັນ​ກັບ​ຕ່າງ​ປ​ະ​ເທດກ່າວ​ວ່າ
“ເປັນ​ເລື້ອງ​ທີ່​ໜ້າ​ເສົ້າ​ໃຈ ທີ່​ຕົວ​ຢ່າງ​ລະ​ບອບ​ຜະ​ເດັດ​ການ​ຂອງ​ຈີນ ​ໄດ້​ຮັບ​ຄວາມ​ສົນ
​ໃຈຢູ່​ໃນ​ຫຼາຍໆ​ບ່ອນ​ທົ່ວ​ໂລກ ບ່ອນ​ທີ່​ພວກ​ຜະ​ເດັດ​ການ​ ແລະພວກ​ກົດ​ຂີ່​ມີ​ຄວາມດີ​
ອົກ​ດີ​ໃຈ​ຮັບ​ເອົາ​ການ​ຊ່ວຍ​ເຫຼືອ​ຂອງ​ຈີນ ​ເພື່ອ​ຂົ່ມ​ເຫັງ​ປະ​ຊາ​ຊົນ​ຂອງ​ຕົນ.”

ຜູ້ຢ້ຽມຊົມ ໄດ້ຮັບການແຈ້ງໃຫ້ຊາບ ກ່ຽວກັບຈໍໂທລະພາບ ການສາທິດການສອດແນມ ໃນລະດັບຂັ້ນເມືອງ ຢູ່ງານວາງສະແດງສິນຄ້າດ້ານຄວາມປອດໄພຂອງຈີນ ປີ 2018 ໃນນະຄອນປັກກິ່ງ, ວັນທີ 23 ຕຸລາ 2018.
ຜູ້ຢ້ຽມຊົມ ໄດ້ຮັບການແຈ້ງໃຫ້ຊາບ ກ່ຽວກັບຈໍໂທລະພາບ ການສາທິດການສອດແນມ ໃນລະດັບຂັ້ນເມືອງ ຢູ່ງານວາງສະແດງສິນຄ້າດ້ານຄວາມປອດໄພຂອງຈີນ ປີ 2018 ໃນນະຄອນປັກກິ່ງ, ວັນທີ 23 ຕຸລາ 2018.

ພວກ​ພະ​ຍານ​ທີ່​ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ລົງ​ທຶນ​ເປັນ
​ຈຳ​ນວນ​ມະ​ຫາ​ສານ​ຂອງ​ຈີນ ໃນ​ດ້ານ​ເທັກ​ໂນ​ໂລ​ຈີ​ເພື່ອ​ຕິດ​ຕາມ​ສອດແນມ​ເບິ່ງ ການ​ມີ
​ໜ້າ​ຂອງ​ປະ​ຊາ​ຊົນ ໃນ​ການ​ສື່​ສານ​ຄົ​ມ​ມະ​ນາ​ຄົມ ​ແລະ​ຕິດ​ຕໍ່​ທາງ​ອິນ​ເຕີ​ແນັດ ຊຶ່ງ​ເປັນ
​ຄວາມ​ສາ​ມາດ ​ທີ່​ປະ​ເທດ​ດັ່ງ​ກ່າວ ພວມ​ຊຸກ​ຍູ້​ລັດ​ຖະ​ບານປະ​ເທດ​ຕ່າງໆ ນັບ​ແຕ່​ເອ​ເຊຍ
​ໄປ​ຫາ​ອາ​ຟ​ຣິ​ກາ ຕະ​ຫຼອດ​ທັງ​ອາ​ເມ​ຣິ​ກາ​ລາ​ຕິນນຳ​ດ້ວຍ.

ຊາຍຄົນນຶ່ງ ເບິ່ງຈໍໂທລະພາບ ກ່ຽວກັບອຸປະກອນເທັກໂນໂລຈີການສອດແນມຕ່າງໆ ຂອງທາງການຈີນ ທີ່ຜະລິດໂດຍ ບໍລິສັດ Hikvisionຢູ່ທີ່ງານວາງສະແດງສິນຄ້າດ້ານຄວາມປອດໄພ ຂອງຈີນ ປີ 2018 ໃນນະຄອນປັກກິ່ງ, ວັນທີ 23 ຕຸລາ 2018.
ຊາຍຄົນນຶ່ງ ເບິ່ງຈໍໂທລະພາບ ກ່ຽວກັບອຸປະກອນເທັກໂນໂລຈີການສອດແນມຕ່າງໆ ຂອງທາງການຈີນ ທີ່ຜະລິດໂດຍ ບໍລິສັດ Hikvisionຢູ່ທີ່ງານວາງສະແດງສິນຄ້າດ້ານຄວາມປອດໄພ ຂອງຈີນ ປີ 2018 ໃນນະຄອນປັກກິ່ງ, ວັນທີ 23 ຕຸລາ 2018.

​ທ່ານສຽວ ຈຽງ (Xiao Qiang) ຜູ້​ກໍ່​ຕັ້ງ​ບໍ​ລິ​ສັດ China Digital Times ທີ່​ມີສຳ​ນັກ​ງານ
​ຕັ້ງ​ຢູ່​ສະ​ຫະ​ລັດກ່າວ​ວ່າ “ຈີນ​ພວມ​ສົ່ງ​ອອກ​ເທັກ​ໂນ​ໂລ​ຈີ​ເຫຼົ່າ​ນີ້​ໄປ​ຍັງອຳ​ນາດ​ການ​
ປົກ​ຄອງ​ແບບ​ຜະ​ເດັດ​ການ​ອື່ນໆຢູ່​ໃນ​ທົ່ວ​ໂລກ ເພື່ອ​ໃຊ້​ເປັນ​ບັນ​ຖັດຖານ​ແລະ​ຊຸກ​ຍູ້​
ລະ​ບອບ​ການ​ປົກ​ຄອງ​ ແບບ​ຜະ​ເດັດ​ການ​ໃນ​ທົ່ວ​ໂລກ.”

ຈີນ​ໂຄ​ສະ​ນາ​ວ່​າ ລະ​ບົບ​ການ​ຕິດ​ຕາມ​ສອດ​ແນມ​ແບບ​ຮາຍ​ເທັກ​ຂອງ​ຕົນ ແມ່ນກະ​ແຈ​
ສຳ​ຄັນ​ໃນ​ການ​ຕໍ່​ສູ້​ກັບ​ອາ​ຊະ​ຍາ​ກຳແລະ​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ​ຕ່າງໆ ແຕ່​ລະ​ບົບ
​ດັ່ງ​ກ່າວນີ້ ຍັງ​ສາ​ມາດ​ນຳ​ໃຊ້​ເພື່ອ​ເປັນ​ມາດ​ຕະ​ການ​ຄວບ​ຄຸມ​ສັງ​ຄົມ ​ທີ່ປັກ​ກິ່ງ​ໄດ້​ນຳ​ໃຊ້
​ເພື່ອ​ຕິດ​ຕາມ​ເບິ່ງ​ການ​ກ່າວ​ຄຳ​ປາ​ໄສ​ທາງ​ການ​ເມືອງ ແລະ​ປາບປາມ​ພວກ​ຄັດ​ຄ້ານ​
ລັດ​ຖະ​ບານ.

ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ ນີ້​ແມ່ນ​ຈຸດ​ປະ​ສົງ​ທີ່​ບາງ​ປະ​ເທດ ​ໄດ້​ນຳ​ໃຊ້​ອຸບ​ປະ​ກອນໃໝ່
​ເຫຼົ່າ​ນີ້​.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG