ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ງານມະຫະກໍາໂລກ ຢູ່ນະຄອນຊຽງໄຮ້ ສຳເລັດຜົນ ຢ່າງສະງ່າງາມ


ນັກສະແດງຟ້ອນ ຢູ່ຂ້າງໆ ຂອງໂຕ "Haibao" ສັນຍາລັກຂອງ Shanghai Expo ໃນໂອກາດປິດງານມະຫະກໍາສະແດງສິນຄ້າທີ່ ນະຄອນຊຽງໄຮ, ຈີນ ໃນວັນອາທິດ ທີ 31 ຕຸລາ, 2010 ຊຶ່ງຈີນ ໄດ້ປະກາດວ່າ ເປັນການດຶງດູດເອົາຄົນເຂົ້າຊົມແລະໄປທ່ຽວໃນຈີນ ຫລາຍຢ່າງເປັນປະວັດການ.
ນັກສະແດງຟ້ອນ ຢູ່ຂ້າງໆ ຂອງໂຕ "Haibao" ສັນຍາລັກຂອງ Shanghai Expo ໃນໂອກາດປິດງານມະຫະກໍາສະແດງສິນຄ້າທີ່ ນະຄອນຊຽງໄຮ, ຈີນ ໃນວັນອາທິດ ທີ 31 ຕຸລາ, 2010 ຊຶ່ງຈີນ ໄດ້ປະກາດວ່າ ເປັນການດຶງດູດເອົາຄົນເຂົ້າຊົມແລະໄປທ່ຽວໃນຈີນ ຫລາຍຢ່າງເປັນປະວັດການ.

ຈໍານວນຜູ້ຄົນທີ່ໄປຊົມງານມະຫະກໍາສະແດງສິນຄ້າຢູ່ນະຄອນ ຊຽງໄຮ້ ຫລື Shanghai Expo ທີ່ໄດ້ປິດລົງຢ່າງເປັນທາງ ການໃນວັນອາທິດ ທີ 31 ຕຸລາຜ່ານມານີ້ ແມ່ນຫລວງ ຫລາຍເປັນປະວັດການ.

ຈໍານວນຜູ້ຄົນ​ທີ່​ໄປຊົມງານມະຫະກໍາສະ​ແດງ​ສິນຄ້າ ຢູ່ນະຄອນ ຊຽງ​ໄຮ້ ຫລື Shanghai Expo ທີ່ໄດ້ປິດລົງ​ຢ່າງ​ເປັນ​ທາງ ການໃນ​ວັນ​ອາທິດ ​ທີ 31 ຕຸລາ​ຜ່ານ​ມານີ້ ​ແມ່ນ​ຫລວງ ຫລາຍ​ເປັນ​ປະວັດ​ການ.

ທ່ານເຫວີນ ເຈຍບາວ ນາຍົກລັດຖະມົນຕີຈີນ ກ່າວປະກາດປິດງານ ມະຫະກໍາສະແດງສິນຄ້າ ໂລກຢູ່ນະຄອນຊຽງໄຮ້ ຫລື Shanghai Expo
ທ່ານເຫວີນ ເຈຍບາວ ນາຍົກລັດຖະມົນຕີຈີນ ກ່າວປະກາດປິດງານ ມະຫະກໍາສະແດງສິນຄ້າ ໂລກຢູ່ນະຄອນຊຽງໄຮ້ ຫລື Shanghai Expo

ທ່ານ​ເຫວີ​ນ ​ເຈຍ​ບາ​ວ ນາຍົກ
ລັດຖະມົນຕີຈີນ ​ໄດ້ກ່າວປະກາດ
ປິດງານມະຫະກໍາສະ​ແດງ​ສິນຄ້າ​ໂລກ ຢູ່​ນະຄອນຊຽງ​ໄຮ້ ຫລື Shanghai Expo ​ຢ່າງ​ສັ້ນໆ
ວ່າ:

“ທ່ານ ເຫວີ​ນ ​ເຈຍ​ບາ​ວ​ເວົ້າ​ເປັນ​ພາສາ​ຈີນ….”


ທ່ານ Jean Piere Lafon ປະທານ​ຫ້ອງການ ວ່າ​ດ້ວຍງານ ວາງສະ​ແດງ​ສິນຄ້າສາກົນ ຊຶ່ງ​ເປັນ​ອົງການ​ທີ່ກໍາກັບ​ເບິ່ງ​ນໍາງານ ວາງສະ​ແດງ​ສິນຄ້າ​ຕ່າງໆຂອງໂລກ ​ໄດ້​ເອີ້ນງານ ມະຫະກໍາສິນ ຄ້າ​ໂລກ ຢູ່​ຊຽງ​ໄຮ້ນັ້ນວ່າ​ ເປັນງານວາງສະ​ແດງ​ສິນຄ້າທີ່ປະສົບ​ຜົນ​ສໍາ​ເລັດ​ ຢ່າງ​ສົມບູນ​ແບບໝົດທຸກ​ຢ່າງ. ທ່ານ​ໄດ້ເຮັດ​ໃຫ້ ຜູ້​ເຂົ້າຊົມ​ພິທີ​ປິດງານວາງສະ​ແດງ​ສິນຄ້າ ຄັ້ງນີ້ ຊອບ​ໃຈ​ໂດຍ​ການ​ກ່າວ​ຄໍາເຫັນເປັນ​ພາສາ​ຈີນ​ວ່່າ ງານມະຫະກໍາ​ຄັ້ງ​ນີ້ ​ເປັນ​ຜົນ​ສໍາເລັດຂອງ​ຈີນ​ຄື​ກັນ.

ລັດຖະບານ​ຈີ​ນກ່າວ​ວ່າ 73 ລ້ານ​ຄົນ ​ໄດ້ເຂົ້າຊົມງານວາງສະ​ແດງ​ສິນຄ້າຢູ່​ຊຽງ​ໄຮ້ນັ້ນ ຊື່​ງ
ເປັນໂຕເລກ​ທີ່​ທໍາລາຍ​ສະ​ຖິຕິ.

ງານມະຫະກໍາສາທາລະນະ ​ເປັນ​ເວ​ລາ 6 ​ເດືອນດັ່ງກ່າວ​ນີ້ ມີລວມທັງ​ຜາມ​ຫລືຮ້ານວາງ
ສະ​ແດງ ຂອງ​ຫລາຍປະ​ເທດ ​ແລະ ອົງການຈັດຕັ້ງສາກົນ. ວັດທະນາ​ທໍາ ​ແລະ ​ເທັກ​ໂນ
ໂລ​ຈີ ອັນຫລາກ​ຫລາຍ ທີ່​ໄດ້​ຖືກນໍາ​ໄປສະ​ແດງນັ້ນ ​ແມ່ນ​ແນ​ໃສ່ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ
ຄິດ​ທີ່ແຕກ​ຕ່າງ​ກັນຫລາຍ​ຢ່າງໆ ກ່ຽວກັບການພັດທະນາ​ຕົວ​ເມືອງ​ແບບ​ຍືນ​ຍົງ.

ຄົນ​ທີ່​ເຂົ້າຊົມ​ງານ​ສະ​ແດງ​ ສ່ວນ​ໃຫຍ່​ແມ່ນ​ຊາວ​ຈີນ ​ແລະກໍມີ​ຈໍານວນ​ຫລວງຫລາຍ ​ທີ່ໄປ
ຈາກ​ເຂດ​ຊົນນະບົດ ​ແລະ ສຳລັບ​ຫລາຍໆ ຄົນ ການ​ເຂົ້າຊົມງານວາງສະ​ແດງ​ສິນຄ້າຄັ້ງນີ້
ກໍ​ເປັນຄັ້ງນຶ່ງ ຄັ້ງດຽວ​ໃນ​ຊີວິດ ທີ່​ເຂົາ​ເຈົ້າ​ໄດ້​ມີ​ໂອ​ກາດ​ສຳ​ພັດ​ກັບບ່ອນທີ່​ແປກ​ຕ່າງ ​ແລະ
ຄົນ​ຕ່າງປະ​ເທດ.

ໃນ​ພິທີ​ອັນ​ນຶ່ງ​ທີ່​ຈັດ​ຂຶ້ນ ​ກ່ອນ​ພິທີ​ປິດ ​ໃນ​ມື້​ດຽວ​ກັນນັ້ນ ທ່ານ​ນາຍົກລັດຖະມົນຕີ ​ເຫວີ​ນ
ເຈຍ​ບາ​ວ ​ໄດ້​ກ່າວ​ຊົມ​ເຊີຍງານ​ມະຫະກໍາ​ສະ​ແດງສິນຄ້າ​ນີ້ວ່າ ​ເປັນ “​ເຫດການທີ່​ຍອດ​ຍ້ຽມ
ແລະໂດດ​ເດ່​ນ”.

ທ່ານ​ເຫວີນ ເອີ້ນງານວາງສະ​ແດງ​ສິນຄ້າ​ນີ້ວ່າ ​ເປັນ​ການ​ທົດ​ສອບ​ຢ່າງ​ໃຫຍ່ ສໍາລັບ​ຈີນ​ແລະ
ຊຽງ​ໄຮ້ ​ແລະທ່ານ​ໄດ້​ຊີ້​ອອກ ວ່າງານ​ມະຫະກໍາຄັ້ງນີ້ ​ເປັນ​ງານ​ວາງສະ​ແດງ​ສິນຄ້າຄັ້ງທໍາ​ອິດ
ທີ່​ຈັດ​ຂຶ້ນ​ໂດຍປະ​ເທດ​ກໍາລັງ​ພັດທະນາ ປະ​ເທດ​ນຶ່ງ ​ແລະວ່າ ​ມັນໄດ້​ຈັດ​ຂຶ້ນທ່າມກາງ​ເງົາ​ມື​ດ
ຂອງ​ວິ​ກິດ​ການດ້ານ​ການ​ເງິນ​ສາກົນ.

ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ ພັນ ກິມູນ ທີ່ໄດ້ ຂຶ້ນກ່າວໃນງານປິດງານມະຫະກໍາສະແດງສິນຄ້າໂລກ ໃນທີ 31 ຕຸລາຜ່ານມານີ້ ໄດ້ໄປພົບກັບ ປະທານາທິບໍດີ Hu Jintao ທີ່ ນະຄອນປັກກິ່ງໃນມື້ຕໍ່ມາ.
ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ ພັນ ກິມູນ ທີ່ໄດ້ ຂຶ້ນກ່າວໃນງານປິດງານມະຫະກໍາສະແດງສິນຄ້າໂລກ ໃນທີ 31 ຕຸລາຜ່ານມານີ້ ໄດ້ໄປພົບກັບ ປະທານາທິບໍດີ Hu Jintao ທີ່ ນະຄອນປັກກິ່ງໃນມື້ຕໍ່ມາ.

ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ ພັນ ກິ​ມູນ ທີ່ໄດ້
ຂຶ້ນກ່າວ​ໃນງານ​ປິດ​ງານ​ມະຫະ
ກໍາສະ​ແດງ​ສິນຄ້າ​ໂລກຄັ້ງ​ນີ້​
ເຊ່ນ​ກັນ ກໍ​ໄດ້​ກ່າວ​ຊົມ​ເຊີຍວ່າ
ງານ​ນີ້​ໄດ້​ສົ່ງ​ເສີມ​ຄວາມ​ເຂົ້າ​ໃຈ
ຊຶ່ງ​ກັນ​ແລະກັນ ​ລະຫວ່າງ​ຊາດ
ຊຶ່ງທ່ານ​ກ່າວ​ວ່າ:

ຢູ່ທີ່ຕະຫລາດນັດອັນຍິ່ງ
ໃຫຍ່ຂອງໂລກແຫ່ງນີ້ ຈີນ
ແມ່ນໄດ້ນໍາເອົາ ຫລາຍໆ
ປະເທດ ຊາດມາເຕົ້າມາ
ໂຮມກັນມາສະເຫລີມສະ
ຫລອງຄວາມຫລາກຫລາຍຊົນຊາດຂອງໂລກ ມາດົນຈິດດົນໃຈຊາວໂລກ ດ້ວຍ
ການອອກແບບສະຖາປັດຕະຍະ​ກໍາທີ່​ໂດດ​ເດ່​ນ ການສະແດງມະຫະກໍາດ້ານ
ສະຕິປັນຍາ ອັນອຸດົມສົມບູນແລະດຶງ​ດູດ​ເອົາຜູ້ມາເບິ່ງ​ມາ​ຊົມຈາກຫລາຍໆ ວັດ
ທະນະທໍາທີ່ອຸດົມ​ຮັ່ງມີ.”

ຈີນ​ໄດ້ໃຊ້ຈ່າຍ​ເງິນ​ໄປ ຫລາຍ​ພັນ​ລ້ານ​ໂດ​ລາ ສຳລັບຈັດ​ງານ ມະຫະກໍາສະ​ແດງ​ສິນຄ້າ​
ໂລກຄັ້ງ​ນີ້ແລະ ຫລາຍ​ພັນລ້ານໂດ​ລາຕື່ມ​ອີກ ເຂົ້າ​ໃນ​ການ​ປັບປຸງ​ຖະໜົນຫົນທາງ ຫລື
ການ​ຂົນ​ສົ່ງ ​ແລະສະຖານ​ທີ່​ອໍາ​ນວຍ​ຄວາມ​ສະດວກ​ສາທາລະນະອື່ນໆ ​ໃນ​ນະຄອນ​
ຊຽງ​ໄຮ້.

ປະຊາຊົນ​ຈໍານວນ​ນຶ່ງ ທີ່ອາ​ໃສ​ຢູ​ເໃນ​ເຂດ​ຈັດ​ງານ​ມະຫະກໍ​າດັ່ງກ່າວ ​ໄດ້​ຖືກ​ບັງຄັບໃຫ້​ຍ້າຍໜີ
ອອກຈາກບ້ານ​ເຮືອນ​ທີ່​ເຄີຍ​ຢູ່ຂອງ​ຕົນ ​ເພື່ອ​ເອົາ​ທີ່ດິນໃຫ້​ເຮັດບ່ອນ​ຈັດ​ງານວາງ​ສະ​ແດງ ຊຶ່ງ
ໄດ້​ກວາ​ມ​ເອົາ​ເກືອບ 6 ຕາລາງ​ກິ​ໂລແມັດ ຢູ່​ແຄມ​ແມ່​ນໍ້າ ຮ່ວງພູຂອງ​ນະຄອນ​ຊຽງ​ໄຮ. ​
ແຕ່​ວ່າ ສິ່ງ​ປຸກ​ສ້າງ​ທັງ​ໝົດຫລາຍ​ກວ່າ 200 ​ໂຄງ​ສ້າງທີ່​ໄດ້​ປຸກ​ຂຶ້ນນັ້ນ ຈະ​ຖືກ​ມ້າງ​ລົງ​ແລະ
ນໍາໄປ​ໝຸນໃຊ້​ຄືນໄໝ່ ​ຫລື ບໍ່ກໍເອົາ​ຖິ້ມ ນອກຈາກ​ຈໍານວນ​ນ້ອຍໆ​ ຈໍານວນ​ນຶ່ງ​. ຜາມ ຫລື
ຮ້ານວາງສະ​ແດງ​ບາງຮ້ານ ກໍ​ຈະ​ຖືກ​ຍ້າຍ​ໄປໄວ້​ບ່ອນ​ອື່ນເພື່ອ​ເຮັດ​ເປັນ​ພິພິດທະພັນ ຫລື
ຫລັກ​ເມືອງ.

ງານ​ມະຫະກໍາ​ໂລກຄັ້ງ​ທີ່​ນຶ່ງ​ນັ້ນ ​ໄດ້ຈັດ​ຂຶ້ນ​ທີ່ນະຄອນ​ລອນ​ດອນ​ ປະ​ເທດອັງກິດ ​ເມື່ອປີ
1851 ຊຶ່ງ​ໄດ້​ເປັນ​ຂີດ​ໝາຍ​ການ​ມາ​ເຖິງ​ຂອງ​ການ​ປະຕິ​ວັດດ້ານ​ອຸດສາຫະກໍາ.

ງານ​ມະຫະກໍາ​ໂລກ​ ທີ່​ຈະມີ​ຂຶ້ນສອງ​ຄັ້ງ​ ຕໍ່​ໄປນີ້​ ແມ່ນ​ຈະ​ຈັດ​ຂຶ້ນຢູ່​ເມືອງ​ທ່າ​ເຮືອ Yeosu
ຂອງເກົາຫລີ​ໃຕ້ ​ໃນ​ປີ 2012 ​ແລະ ​ເມືອງມິ​ລານ​ ຂອງ​ອິຕາ​ລີ​ ໃນ​ປີ 2015.

XS
SM
MD
LG