ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນ ໄລ່​ນາຍທະຫານ​ຄົນ​ນຶ່ງ ອອກຈາກ ພັກຄອມມິວນິສ ໃນຂໍ້ຫາ ສໍ້ລາດບັງຫລວງ


ທ່ານ Guo Boxiong ໃນຂະນະດຳເນີນກອງປະຊຸມ ສະພາປະຊາຊົນແຫ່ງຊາດຈີນ ໃນນະຄອນປັກກິ່ງ.
ທ່ານ Guo Boxiong ໃນຂະນະດຳເນີນກອງປະຊຸມ ສະພາປະຊາຊົນແຫ່ງຊາດຈີນ ໃນນະຄອນປັກກິ່ງ.

ຈີນ ​ໄດ້​ໄລ່​ທ່ານ Guo Boxiong ຜູ້ນຳ​ທະຫານ ​ອາຍຸ 73 ປີ​
ອອກ​ຈາກພັກ​ ​ຄ​ອມມິ​ວນິສ ທີ່ປົກຄອງປະເທດຢູ່ໃນເວລາ ໂດຍ
ກ່າວ​ຫາ​ທ່ານ​ວ່າ ສໍ້​ລາດ​ບັງ​ຫລວງ ຊຶ່ງ​ເປັນ​ນຶ່ງ​ໃນພວກ​ນາຍ​
ທະຫານອະວຸໂສທີ່ສຳຄັນ​ ທີ່​ໄດ້​ຖືກປົດອອກ​ຈາກ​ຕຳແໜ່​ງ​ ​ໃນ
ການ​ປາ​ບປາມ​ການສໍ້​ລາດ​ບັງ​ຫລວງ ໂດຍປະທານ​ປະ​ເທດ
Xi Jinping.

ສື່ມວນຊົນ​ຈີນ​ກ່າວ​ວ່າ ທ່ານ Guo ​ໄດ້​ຖືກ​ໄລ່​ອອກ​ຈາກ​ພັກ
​ໃນ​ວັນ​ພະຫັດ​ວານ​ນີ້ ​ແລະ​ມອບ​ໃຫ້​ບັນດາ​ໄອ​ຍະ​ການ​ທະ
ຫານ ຊຶ່ງເປັນການ​ເຄື່ອນ​ໄຫວທີ່​ໄດ້​ຄາ​ດ​ກັນໄວ້ແລ້ວ​ ຕັ້ງແຕ່
​ໄດ້​ຖືກ​ສືບສວນ ​ໃນ​ຕົ້ນ​ປີ​ນີ້.

ເປັນທີ່ຄາດ​ກັນ​ວ່າ ທ່ານ​ຈະ​ປະ​ເຊີນ​ໜ້າກັບການ​ດຳ​ເນີນ​ຄະດີ ຢູ່ໃນລະບົບ​ສານ​ທີ່​ຄວບ​
ຄຸມ​ໂດຍພັກ​ຄ​ອມ​ມິ​ວນິສ ຊຶ່ງມີທ່າທາງ ຈະ​ຖືກ​ຕັດສິນວ່າ ​ມີ​ຄວາມ​ຜິດ ​ແລະ​ຖືກຕິດ​ຄຸກ.

ທ່ານ Guo ​ໄດ້​ຖືກ​ກ່າວ​ຫາ​ວ່າ ຮັບ​ສິນ​ບົນ ​ໃນ​ການຂຶ້ນ​ຊັ້ນ ໃຫ້ພວກ​ທະຫານ. ​ໃນ​ຂະນະ
​ທີ່ທ່ານ Guo ຢູ່​ພາຍ​ໃຕ້​ການ​ສືບສວນ ທີ່ເລີ້ມມາແຕ່​ເດືອນເມສານັ້ນ ລູກ​ຊາຍ​ຂອງ​ທ່ານ
ທ້າວ Guo Zhenggang ​ກໍໄດ້ຖືກ​ສຶບສວນ​ໃນ​ເດືອນ​ມີນາ ໂດຍຖືກ​ກ່າວ​ຫາ​ວ່າ ສໍ້​ລາດ​
ບັງ​ຫລວງ ​ແລະ​ການ​ກະທຳ​ຄວາມ​ຜິດທາງອາຍາທີ່​ບໍ່ໄດ້​ເຈາະ​ຈົງຈຳນວນນຶ່ງ.

China Corruption
please wait
Embed

No media source currently available

0:00 0:00:20 0:00

XS
SM
MD
LG