ອະດີດເຈົ້າໜ້າທີ່ອະວຸໂສຄົນນຶ່ງຂອງຈີນ ທີ່ຮັບຜິດຊອບໃນການສືບສວນກ່ຽວກັບການສໍ້ລາດບັງຫຼວງ ໃນກະຊວງຄວາມປ້ອງກັນຄວາມສະຫງົບ ໄດ້ຖືກຂັບໄລ່ອອກຈາກພັກຄອມມູນິສ ແລະຈາກກະຊວງດັ່ງກ່າວຂອງລັດຖະບານ ຫຼັງຈາກພົບວ່າລາວເອງກໍມີຄວາມຜິດ ໃນຖານສໍ້ລາດບັງຫຼວງ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.
ອົງການຕໍ່ຕ້ານການຮັບເງິນສິນບົນຂອງຈີນ ໄດ້ປະກາດການເອົາມາດຕະການຕໍ່ທ່ານຫຼິວ ຢານປິງ ອາຍຸ 67 ປີ ໃນວັນພະຫັດມື້ນີ້ ຊຶ່ງເປັນເຈົ້າໜ້າທີ່ອະວຸໂສຄົນຫຼ້າສຸດທີ່ຈະຖືກລົງໂທດ ກ່ອນໜ້າກອງປະຊຸມໃຫຍ່ຂອງພັກ ຊຶ່ງຈະມີຂຶ້ນໃນເດືອນຕຸລາຈະມານີ້.
ອະດີດຮອງລັດຖະມົນຕີປ້ອງກັນຄວາມສະຫງົບ ທ່ານຫຼິວແມ່ນເຈົ້າໜ້າທີ່ອະວຸໂສຄົນທີ 4 ທີ່ໄດ້ຖືກຂັບໄລ່ອອກຈາກພັກແລະລັດຖະບານ ນັບແຕ່ປີ 2019 ເປັນຕົ້ນມາ.
ຄວາມຜິດທີ່ສຳຄັນຂອງທ່ານຫຼິວແມ່ນມີເນື້ອໄນທາງດ້ານການເມືອງ ອີງຕາມຖະແຫຼງການຂອງອົງການຕໍ່ຕ້ານການຮັບເງິນສິນບົນ ກຳມາທິການສູນກາງເພື່ອ ກວດກາແລະລົງໂທດດ້ານວິໄນ ທີ່ເອີ້ນຫຍໍ້ເປັນພາສາອັງກິດວ່າ CCDI.
ປະທານປະເທດຈີນ ທ່ານສີ ຈິ້ນຜິງ ຊຶ່ງຄາດວ່າຈະໄດ້ກຳຕຳແໜ່ງຜູ້ນຳຂອງປະເທດເປັນສະໄໝທີ 3 ໃນກອງປະຊຸມໃຫຍ່ຂອງພັກເດືອນໜ້ານີ້ ໄດ້ເລີ້ມທຳການປາບປາມການສໍ້ລາດບັງຫຼວງຂອງເຈົ້າໜ້າທີ່ ເປັນກາປະທັບເຄື່ອງໝາຍໃນການເຂົ້າກຳອຳນາດເປັນເວລານຶ່ງທົດສະວັດຂອງທ່ານ.
ນອກຈາກຕ້ອງຕິທ່ານຫຼິວ ຕໍ່ການ “ເຮັດໃຫ້ຫຼັກອຸດົມການແລະຄວາມເຊື່ອພັງທະລາຍລົງ” ແລະ “ສູນເສຍຫຼັກການຂອງພັກແລ້ວ” ກຳມາທິການສູນກາງເພື່ອກວດກາແລະລົງໂທດດ້ານວິໄນ ຍັງກ່າວວ່າ ທ່ານຫຼິວໄດ້ເຂົ້າຮ່ວມ “ແກັ່ງການເມືອງ” ຂອງຊຸນຫຼີຈຸນ ອະດີດຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທີ່ຖືກຂັບໄລ່ອອກຈາກພັກຍ້ອນອາຊະຍາກຳທາງດ້ານການເມືອງ ແລະການສໍ້ລາດບັງຫຼວງໃນປີ 2021.
ໃນອີກດ້ານນຶ່ງນັ້ນ ກຳມາທິການສູນກາງເພື່ອກວດກາແລະລົງໂທດດ້ານວິໄນຍັງກ່າວວ່າ ທ່ານຫວັງ ບິນ ອະດີດປະທານ ຂອງບໍລິສັດປະກັນໄພຈີນ 601628.SS ແລະເປັນອະດີດຫົວໜ້າພັກຄອມມູນິສຂອງບໍລິສັດດັ່ງກ່າວ ກໍໄດ້ຖືກຂັບໄລ່ອອກຈາກພັກ ແລະປົດອອກຈາກຕຳແໜ່ງ ຍ້ອນຮັບເງິນສິນບົນແລະສໍ້ລາດບັງຫຼວງ.
ທ່ານຫວັງຖືກພົບວ່າຮັບເງິນສິນບົນແລະໃຊ້ອຳນາດໄປໃນທາງທີ່ບໍ່ຖືກຕ້ອງເພື່ອສະແຫວງຫາຜົນປະໂຫຍດສຳລັບບຸກຄົນອື່ນໆ ອີງຕາມກຳມາທິການສູນກາງເພື່ອກວດກາແລະລົງໂທດດ້ານວິໄນຂອງພັກ.