ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ​ຂະຫຍາຍ ເຂດ​ປ້ອງ​ກັນ ​ທາງ​ອາ​ກາດ ໃນ​ທະ​ເລ​ຈີນ ຕາ​ເວັນ​ອອກ


ເຮືອຍາມຝັ່ງຍີ່ປຸ່ນ ກໍາລັງລາດຕະເວນ ຢູ່ໃກ້ໜູ່ເກາະ ທີ່ຖົກຖຽງກັນ ທີ່ ຈີນຮ໊ອງວ່າ Diaoyu ແລະຍີ່ປຸ່ນຮ້ອງວ່າ Senkaku ພາບຖ່າຍ ໃນວັນທີ 18 ເດືອນສິງຫາ.
ເຮືອຍາມຝັ່ງຍີ່ປຸ່ນ ກໍາລັງລາດຕະເວນ ຢູ່ໃກ້ໜູ່ເກາະ ທີ່ຖົກຖຽງກັນ ທີ່ ຈີນຮ໊ອງວ່າ Diaoyu ແລະຍີ່ປຸ່ນຮ້ອງວ່າ Senkaku ພາບຖ່າຍ ໃນວັນທີ 18 ເດືອນສິງຫາ.
ກະຊວງ​ປ້ອງ​ກັນ​ປະ​ເທດຈີນ ​ໄດ້​ນຳ​ອອກເຜີ​ຍແຜ່ແຜນ​ທີ່​ເຂດ​
ປ້ອງ​ກັນ​ທາງ​ອາ​ກາດຂອງ​ຕົນ ​ໃນ​ທະ​ເລ​ຈີນຕາ​ເວັນ​ອອກ ຊຶ່ງ
ຮວມ​ທັງ​ໝູ່​ເກາະທີ່​ຄວບ​ຄຸມ​ໂດຍ ຍີ່ປຸ່ນ ​ແຕ່​ໄດ້​ອ້າງ​ກຳ​ມະ​ສິດ
ໂດ​ຍຈີນ.

ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ທີ່​ພິມ​ເຜີຍ​ແຜ່​ໂດຍ​ເວັບ​ໄຊ​ຂອງ​
ຕົນ ​ໃນວັນ​ເສົາມື້​ນີ້ ກະຊວງ​ປ້ອງ​ກັນ​ປະ​ເທດຈີນກ່າວ​ວ່າ ພາຍ​
ໃຕ້​ກົດ​ລະບຽບ​ໃໝ່ນີ້ ​ເຮືອບິນ​ທັງ​ໝົດ​ທີ່​ບິນ​ເຂົ້າໄປໃນເຂດດັ່ງ
ກ່າວ ຕ້ອງ​ໄດ້​ແຈ້ງ​ໃຫ້​ເຈົ້າ​ໜ້າ​ທີ່​ຈີນ​ຊາບ ​ແລະ​ອາດ​ຈະ​ມີ​ການ
ເອົາ​ມາດ​ຕະການ​ສຸກ​ເສີນ​ທາງທະຫານ ຖ້າ​ຫາກເຂົາ​ເຈົ້າ ບໍ່​
ໄດ້​ແຈ້ງ​ໃຫ້ ຊາບວ່າ​ເຂົາ​ເຈົ້າ​ເປັນ​ໃຜຫລື​ປະຕິບັດ​ຕາມ​ຄໍາ​ສັ່ງ
ຈາກ​ກຸງ​ປັກ​ກິ່ງ. ຖະ​ແຫລ​ງການ ກ່າວຕໍ່​ໄປ​ວ່າ ກົດ​ລະບຽບ​ດັ່ງ
ກ່າວ ໄດ້​ເລີ້ມ​ປະ​ຕິ​ບັດ​ ໃນ​ວັນ​ເສົາ​ມື້​ນີ້.

ຍັງ​ບໍ່​ທັນມີ​ປະຕິ​ກິລິຍາ​ໃດຈາກຍີ່ປຸ່ນ​ເທື່ອ ​ແຕ່​ວ່າ​ໃນ​ຕົ້ນ​ເດືອນ
​ນີ້ຍີ່ປຸ່ນ​ໄດ້​ສົ່ງ​ເຮືອ ບິນ​ລົບ​ ​ໄປ​ຍັງ​ເຂດທ​ະ​ເລ​ຈີນ​ຕາ​ເວັນ​ອອກ
ຫລັງ​ຈາກໄດ້​ປະກົດ​ເຫັນ​ໃນ​ອັນ​ທີ່​ຍີ່ ປຸ່ນ​ເວົ້າ​ວ່າ ​ເປັນ​ເຮືອບິນ​
ທີ່​ບໍ່​ມີ​ຄົນ​ຂັບ ບິນໄປ​ຍັງຍີ່​ປຸ່ນ.

ໝູ່​ເກາະ​ທີ່​ຍີ່ປຸ່ນ​ເອີ້ນວ່າ Senkaku ​ແລະຈີນ​ເອີ້ນວ່າ Daioyu ນັ້ນເປັນ​ໝູ່ເກາະ ທີ່​ບໍ່​ມີ​ຄົນ​ຢູ່
​ແຕ່​ຫ້ອມມລ້ອ​ມອຸດົມສົມ​ບູນ​ໄປ​ດ້ວຍພື້ນທີ່​ສຳລັບການ​ຫາ​ປາ ​ແລະ​ອາດ​ຈະ​ມີ​ພະລັງງານສຳ
ຮອງ​ຢູ່ໃນ​ປະລິມານມະຫາສານ.

ຍີ່ປຸ່ນ ​ໄດ້​ປະກາດ​ຮວມ​ເອົາໝູ່​ເກາະນີ້​ເຂົ້າ​ເປັນ​ດິນ​ແດນ​ຂອງ​ຕົນ ​ໃນ​ຕອນ​ທ້າຍ​ສັດຕະວັດທີ
19​. ຈີນ ​ໄດ້ອ້າງ​ເອົາ​ທິປະ​ໄຕ​ເໜືອ​ໝູ່​ເກາະ​ດັ່ງກ່າວ ​ໃນ​ປີ 1971 ​ໂດຍເວົ້າວ່າ ​ແຜນ​ທີ່​ໃນ​ສະ​
ໄໝ​ໂບຮານ​ສະ​ແດງ​ໃຫ້​ເຫັນ​ວ່າ ມັນ​ເປັນດິນແດນ ຂອງ​ຈີນ​ມາ​ໄດ້​ຫລາຍ​ຮ້ອຍ​ປີ​ແລ້ວ.
XS
SM
MD
LG