ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະຫານຊີວິດ ເຈົ້າໜ້າທີ່ຂັ້ນສູງ ໃນຈີນ


ອະດີດ ເຈົ້າໜ້າທີ່ຕຳຫຼວດ ແລະຕຸລາການ ຊັ້ນສູງຄົນນຶ່ງ ທີ່ເມືອງ CHONGQING ໃນພາກຕາເວັນຕົກ ສຽງໃຕ້ຂອງຈີນ ໄດ້ຖືກປະຫານຊີວິດ ຍ້ອນຄວາມຜິດ ທີ່ພົວພັນກັບ ການສໍ້ລາດບັງຫຼວງ.

ທ່ານ WEN QIANG ໄດ້ຖືກປະຫານຊີວິດ ໃນວັນພຸດມື້ນີ້ 2 ເດືອນກວ່າໆ ຫຼັງຈາກ ທ່ານໄດ້ຖືກ ຕັດສິນໂທດ ໃນຫຼາຍຂໍ້ຫາ ຮວມທັງ ໃຫ້ການປົກປ້ອງຄຸ້ມຄອງ ກຸ່ມອາຊະຍາກຳ ຮັບເງິນສິນບົນ ແລະຂົ່ມຂືນສຳເລົາ.

ທ່ານ WEN ອາຍຸ 55 ປີ ເປັນຫົວໜ້າ ຜະແໜກຕຸລາການ ເມືອງ CHONGQING ກ່ອນທ່ານຖືກຈັບ ໃນເດືອນກັນຍາ ປີ 2009. ນອກນັ້ນ ທ່ານຍັງເປັນ ຮອງຜູ້ບັນຊາການ ຕຳຫຼວດ ຂອງເມືອງດັ່ງກ່າວ ທີ່ມີປະຊາກອນ ຫຼາຍເຖິງ 30 ລ້ານຄົນ ມາເປັນເວລາ 16 ປີ.

ທ່ານ WEN ແມ່ນຮວມຢູ່ໃນຈຳນວນ ຫຼາຍໆຮ້ອຍຄົນ ທີ່ຖືກຈັບ ໃນການປາບປາມ ກຸ່ມຈັດຕັ້ງ ອາຊະຍາກຳ ທີ່ເມືອງ CHONGQING.

ການຈັບກຸມດັ່ງກ່າວ ແມ່ນໄດ້ຮຽກຮ້ອງ ​ແລະ​ຊຸກຍູ້ ໃຫ້ມີຂຶ້ນ ໂດຍທ່ານ BO XILAL ຜູ້ນຳ ພັກຄອມມູນິສ ປະຈຳເມືອງດັ່ງກ່າວ ທີ່ພວມໄດ້ຮັບ ຄວາມນິຍົມ ແລະຊື່ສຽງຫຼາຍຂຶ້ນ ຈາກປະຊາຊົນ ໃນທົ່ວປະເທດຈີນ ຍ້ອນການຮຽກຮ້ອງ ຂອງທ່ານ.

XS
SM
MD
LG