ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນປະຫານຊີວິດ 8 ຄົນ ໃນຖານມີຄວາມຜິດ ໃນການກໍ່ການຮ້າຍ ( ວີດີໂອ)


chinaexecutions24august14
please wait

No media source currently available

0:00 0:00:40 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ມີ​ລາຍ​ງານວ່າ ຈີ​ນ​ໄດ້​ປະຫານ​ຊີວິດ​ປະຊາຊົນ 8 ຄົນ​ຈາກ​ເຂດ​
ຊິນ​ຈຽງ ທີ່​ວຸ້ນວາຍ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງປະ​ເທດ
ຊຶ່ງ​ຄົນ​ພວກ​ນັ້ນ​ໄດ້​ຖືກ​ຕັດສິນ​ວ່າ​ ມີ​ຄວາມ​ຜິດໃນຖານທຳ​ການ
​ໂຈມ​ຕີ​ກໍ່​ການ​ຮ້າຍຕ່າງໆ ຮວມທັງ​ພວກ​ຜູ້​ຊາຍ 3 ຄົນ​ທີ່​ພວກ​
ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ໄດ້​ວາງ​ແຜນ​ທຳການ​ໂຈມ​ຕີ​ແບບ​ສະລະ​ຊີບ
​ໃນ​ປີ​ແລ້ວ​ນີ້ ທີ່​ຈະຕຸ​ລັດ Tiananmen ​ໃນ​ນະຄອນ​ຫຼວງປັກ​ກິ່ງ
​ນັ້ນ.

ອົງການ​ຂ່າວ​ຊິນ​ຫົວ ລາຍ​ງານ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ອາ​ຊະ​ຍາ​ກຳ​
ຕ່າງໆ ​ທີ່ບຸກຄົນ​ກຸ່ມ​ນີ້​ໄດ້​ກໍ່​ຂຶ້ນ​ນັ້ນ ​ແມ່ນ​ມີ​ຮວມທັງ​ການ​ຜະລິດ​ວັດຖຸ​ລະ​ເບີດ ຄາດ​ຕະກຳ​ເຈົ້າ​ໜ້າ​ທີ່​ລັດຖະບານ ​ແລະ​ຈັດ​ຕັ້ງ​ອົງການ​ກໍ່​ການ​ຮ້າຍ​ຂຶ້ນ. ພວກຜູ້​ຊາຍທັງ​ໝົດນັ້ນ ​ແມ່ນ
ຊາວ​ມຸສລິ​ມ Uighurs ​ທີ່ໄດ້​ເຂົ້າ​ພົວພັນ​ໃນ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ດິນ​ແດນທີ່​ຮຸນ​ແຮງ
ຂຶ້ນ​ເລື້ອຍໆ. ການ​ປະຫານ​ຊີວິດ​ດັ່ງກ່າວ ​ໄດ້​ມີ​ຂຶ້ນ​ໃນ​ຂົງ​ເຂດ​ຊິນ​ຈຽງ ​ໃນໄລຍະ​ຫລາຍ​ມື້ຜ່ານ​ມານີ້.

ຕຳຫຼວດ​ຈີນ ​ໄດ້​ຈັບ​ກຸມ​ປະຊາຊົນ​ຫຼາຍ​ຮ້ອຍ​ຄົນ​ໃນ​ເຂດ​ຊິນ​ຈຽງ ​ແລະ​ໄດ້​ຕັດສິນ​ລົງ​ໂທດ​ຫລາຍ​ສິບ​ຄົນ ​ໃຫ້​ຈຳ​ຄຸກຢ່າງ​ຍາວ​ນານ.

ຈີນ​ປະຕິ​ເສດວ່າ ຕົນ​ບໍ່​ໄດ້​ທຳ​ການປະ​ຫັດ​ປະຫານ ​ແລະຈຳ​ແນ​ກກີດ​ກັນ​ຕໍ່ ​ພວກ​ຊາວ Uighurs ​ໂດຍ​ກ່າວ​ວ່າ ຕົນ​ໄດ້​ລົງທຶນ​ເປັນ​ເງິນ​ຈຳນວນ​ຫຼາຍພັນ​ລ້ານ​ດອນ​ລາ ​ໃສ່​ການ​ພັດທະນາ​ເຂດ​ຊິ​ນຈຽງ ຊຶ່ງ​ມີແຫຼ່ງ ຊັບພະຍາກອນ​ທຳ​ມະ​ຊາດ​ຢ່າງ​ຫຼວງ​ຫຼາຍ ຮວມທັງ​ບໍ່​ນ້ຳມັນແລະ​ແກ​ສທຳ​ມະ​ຊາດ​.

XS
SM
MD
LG