ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໖ ພຶດສະພາ ໒໐໒໔

ອະດີດລັດຖະມົນຕີການຕ່າງປະເທດຈີນ ແມ່ນສາຍລັບ ຫຼື ຜູ້ຮັກສາຄວາມລັບຂອງລັດ? 


ແຟ້ມພາບ - ປະທານປະເທດຈີນ ທ່ານ ສີ ຈິນຜິງ ຍ່າງຜ່ານ ທ່ານ ຈິນ ກັງ ເຊິ່ງໃນຂະນະນັ້ນ ແມ່ນລັດຖະມົນຕີການຕ່າງປະເທດຈີນ ທີ່ໄດ້ຖືກເລືອກໃໝ່ ໃນລະຫວາງພິທິປິດກອງປະຊຸມສະພາປະຊາຊົນແຫ່ງ ຈີນ ຢູ່ກໍລັດຖະສະພາປະຊາຊົນ ໃນນະຄອນຫຼວງປັກກິ່ງ, ວັນທີ 13 ມີນາ 2023.
ແຟ້ມພາບ - ປະທານປະເທດຈີນ ທ່ານ ສີ ຈິນຜິງ ຍ່າງຜ່ານ ທ່ານ ຈິນ ກັງ ເຊິ່ງໃນຂະນະນັ້ນ ແມ່ນລັດຖະມົນຕີການຕ່າງປະເທດຈີນ ທີ່ໄດ້ຖືກເລືອກໃໝ່ ໃນລະຫວາງພິທິປິດກອງປະຊຸມສະພາປະຊາຊົນແຫ່ງ ຈີນ ຢູ່ກໍລັດຖະສະພາປະຊາຊົນ ໃນນະຄອນຫຼວງປັກກິ່ງ, ວັນທີ 13 ມີນາ 2023.

ເມື່ອ​ຈີນ​ເປີດ​ກອງ​ປະຊຸມ​ສະພາ​ພັກປະຊາຊົນ​ແຫ່ງ​ຊາດ​ຈີນ (NPC) ​ປະຈຳ​ປີ​ ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ ໃນ​ວັນ​ອັງຄານ​ວານ​ນີ້, ດາວເດັ່ນຄົນນຶ່ງ​ຈາກ​ການ​ເຕົ້າ​ໂຮມ​ກັນ​ໃນ​ປີ​ກາຍ​ນີ້​ ບໍ່ໄດ້ຢູ່ທີ່ນີ້ ກໍ​ຄື: ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ ທ່ານ ຈິນ ກັງ (Qin Gang).

ກ່ອນກອງປະຊຸມໃນປີນີ້, ສື່ມວນຊົນຂອງທາງການຈີນ ໄດ້ປະກາດວ່າ ທ່ານ ຈິນ (Qin) ໄດ້ລາອອກຈາກການເປັນຜູ້ແທນ NPC ແລ້ວ. ເຖິງຢ່າງໃດກໍ່ຕາມ, ການປະກາດດັ່ງກ່າວ, ໄດ້ສົ່ງຜົນພຽງເລັກນ້ອຍຕໍ່ຄວາມຄິດເຫັນທີ່ວ່າ ເປັນຫຍັງທ່ານ ຈິນ (Qin) ຈຶ່ງບໍ່ປາກົດຕົວຕໍ່ສາທາລະນະຕັ້ງແຕ່ທ້າຍເດືອນມິຖຸນາປີກາຍ ແລະ ເປັນຫຍັງທ່ານຈຶ່ງຖືກປົດອອກຈາກຕຳແໜ່ງຢ່າງກະທັນຫັນ 7 ເດືອນຫຼັງຈາກທ່ານເລີ່ມຕົ້ນເຮັດວຽກ.

ລາຍ​ງານ​ທີ່​ອ້າງ​ເຖິງ​ແຫຼ່ງ​ຂໍ້​ມູນ​ທີ່​ບໍ່​ເປີດ​ເຜີຍ ແລະ​ກ່ຽວຂ້ອງກັນ ​ໄດ້ຊີ້ໃຫ້ເຫັນ​ວ່າ ການ​ບໍ່ປາກົດໂຕ​ຂອງທ່ານ ​ອາດ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ສອດ​ແນມ ແລະ​ບາງ​ເທື່ອ ທ່ານອາດ​ເສຍ​ຊີ​ວິດ ຫຼື​ຂ້າ​ຕົວ​ຕາຍ. ບາງຄົນໄດ້ເນັ້ນຄວາມສົນໃຈໃສ່ຄວາມສຳພັນແບບຄວາມຮັກ ຫຼື ໂຣແມນຕິກ ທີ່ທ່ານມີກັບອະດີດພິທີກອນໂທລະພາບຊອງຈີນ ທ່ານນາງ ຝູ ສ່ຽວທຽນ (Fu Xiaotian), ຜູ້ທີ່ເຄີຍປາກົດໂຕຕໍ່ສາທາລະນະນັບຕັ້ງແຕ່ນາງໄດ້ລົງຂໍ້ຄວາມໃນ Twitter ເມື່ອເດືອນເມສາທີ່ຜ່ານມາ ໃນຂະນະທີ່ກໍາລັງເດີນທາງໄປເຖິງຈຸດຫມາຍປາຍທາງທີ່ບໍ່ໄດ້ບອກລະອຽດ.

ທ່ານ ເດນນິສ ໄວເດີ (Dennis Wilder), ອະດີດເຈົ້າໜ້າທີ່ຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ, ບອກກັບທ່ານ ບີລ ກາລໂລ (Bill Gallo) ຫົວໜ້າຫ້ອງການຂ່າວ ປະຈຳນະຄອນໂຊລ ຂອງ ວີໂອເອ ວ່າ: “ພະຍາຍາມໃຫ້ຄົນຈີນເວົ້າເລື່ອງຂອງ ທ່ານ ຈິນ ກັງ (Qin Gang) ວ່າ ເປັນແນວໃດ, ເຈົ້າຈະບໍ່ໄດ້ມັນດອກ. ເພາະວ່າພວກເຂົາບໍ່ສາມາດເວົ້າກ່ຽວກັບມັນໄດ້, ເພາະວ່າຄວາມຈິງ ກໍຄືມັນແມ່ນການສືບລັບ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG