ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໐ ກຸມພາ ໒໐໒໕

ຍອດຂາຍລົດ EV ຂອງ ຈີນ ເພີ້ມຂຶ້ນໃນປີ 2024 ເຮັດໃຫ້ຜູ້ຜະລິດລົດ ໃນຕ່າງປະເທດ ຕໍ່ສູ້ກັບຕະຫຼາດທີ່ມີການແຂ່ງຂັນໜັກ


ຍານພາຫະນະໄຟຟ້າ (EVs) ແລະຍານພາຫະນະສອງຈັງວະ ລໍຖ້າການຂົນສົ່ງໃນສູນກະຈາຍສິນຄ້າຂອງບໍລິສັດຜູ້ຜະລິດຍານພາຫະນະຂອງລັດວິສາຫະກິດຈີນ Changan ໃນຂົງເຂດ ຊົງຊິງ ທີ່ຕັ້ງຢູ່ທາງພາກໃຕ້ຂອງປະເທດ, ວັນທີ 12 ມັງກອນ 2025.
ຍານພາຫະນະໄຟຟ້າ (EVs) ແລະຍານພາຫະນະສອງຈັງວະ ລໍຖ້າການຂົນສົ່ງໃນສູນກະຈາຍສິນຄ້າຂອງບໍລິສັດຜູ້ຜະລິດຍານພາຫະນະຂອງລັດວິສາຫະກິດຈີນ Changan ໃນຂົງເຂດ ຊົງຊິງ ທີ່ຕັ້ງຢູ່ທາງພາກໃຕ້ຂອງປະເທດ, ວັນທີ 12 ມັງກອນ 2025.

ບົດ​ລາຍ​ງານ​ດ້ານອຸດສາຫະກຳ​ໃໝ່ ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ຈັນ​ວານ​ນີ້ ​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ ​ໄດ້​ກ້າວ​ໄປ​ໜ້າ​ຢ່າງ​ຫຼວງຫຼາຍ​ໃນ​ປີ​ທີ່ຜ່ານມາ ​ສໍາລັບ​ອະນາຄົດ​ທີ່​ນຳ​ໃຊ້ຍານພາຫະນະລົດ EV, ​ໃນ​ຂະນະ​ທີ່​ຍອດ​ຂາຍ​ລົດ​ໄຟຟ້າ​ທຸກ​ປະ​ເພດ​ພາຍ​ໃນ​ປະ​ເທດ​ເພີ້ມ​ຂຶ້ນ 40 ເປີເຊັນ ​ໃນ​ປີ 2024.

ໃນ​ປີທີ່ຜ່ານມາ, ຕະຫຼາດລົດທີ່ໃຫຍ່ທີ່ສຸດໃນໂລກ ມີຍອດຂາຍ​ລົດທັງ​ໝົດຈໍານວນ 31.4 ລ້ານ​ຄັນ, ອີງ​ຕາມຂໍ້ມູນຂອງ​ສະມາຄົມ​ຜູ້​ຜະລິດ​ຍານພາຫະນະແຫ່ງປະເທດ​ຈີນ, ໂດຍ​ເພີ້ມ​ຂຶ້ນ 4.5 ເປີເຊັນ ​ເມື່ອ​ທຽບ​ໃສ່​ປີ​ກ່ອນໜ້ານັ້ນ.

ເຖິງແມ່ນຈະມີຍອດຂາຍເພີ້ມຂຶ້ນ, ແຕ່ຜູ້ນໍາເຂົ້າຍານພາຫະນະລົດຍົນຈາກຕ່າງປະເທດ ກໍ່ເຫັນວ່າ ມັນຍາກທີ່ຈະແຂ່ງຂັນກັບລົດຍີ່ຫໍ້ພາຍໃນປະເທດຈີນ ເຊິ່ງນໍາສະເໜີຂາຍລົດ EV ທີ່ມີລາຄາບໍ່ແພງຫຼາຍລຸ້ນນັ້ນ ເປັນເລື້ອງຍາກຂຶ້ນ ແລະການແຂ່ງຂັນໃນຕະຫຼາດທີ່ຂຸ້ນຂ້ຽວຂຶ້ນ.

ຕົວຢ່າງນຶ່ງ ແມ່ນຜູ້ຜະລິດລົດ ພອສ (Porsche) ຫຼູຫຼາຂອງ ເຢຍຣະມັນ, ທີ່ໄດ້ປິດຮ້ານຂາຍລົດຂອງຕົນຈໍານວນນຶ່ງຢູ່ປະເທດຈີນ ໃນປີ 2024. ການຂາຍລົດ Porsche ໃນປະເທດຈີນ ຫຼຸດລົງ 29 ເປີເຊັນ ໃນປີຕໍ່ປີ, ເຊິ່ງເປັນການຫຼຸດລົງຂອງປີທີ່ສາມຕິດຕໍ່ກັນ.

ນອກຈາກລົດ Porsche ແລ້ວ, ຜູ້ຜະລິດລົດຫຼູຫຼາ BMW, ລົດ Mercedes, ແລະ ລົດ Audi, ການຂາຍຂອງພວກເຂົາໃນປະເທດຈີນ ຫຼຸດລົງໃນປີ 2024, ໂດຍຍອດຂາຍລົດ BMW ຫຼຸດລົງ 13.4 ເປີເຊັນ, Mercedes ຫຼຸກລົງ 7 ເປີເຊັນ, ແລະ Audi ຫຼຸດລົງ 11 ເປີເຊັນ.

ທ່ານ ໄຕ ຊີ-ເຢັນ (Tai Chih-yen), ນັກຄົ້ນຄວ້າຮ່ວມຂອງສະຖາບັນຄົ້ນຄວ້າເສດຖະກິດ ຊຸງ-ຮົວ (Chung-Hua) ໃນນະຄອນຫຼວງໄທເປ ກ່າວຕໍ່ VOA ພະແນກພາສາຈີນກາງ ວ່າ ຄວາມຮູ້ສຶກຮັກຊາດ ແລະການສະໜັບສະໜູນຕໍ່ຍີ່ຫໍ້ຂອງຊາດ ໄດ້ສ້າງແຮງກົດດັນເພີ້ມເຕີມ, ສົ່ງຜົນເຮັດໃຫ້ຜູ້ຜະລິດລົດຍົນລະດັບສາກົນ ຕ້ອງປະເຊີນກັບຄວາມຫຍຸ້ງຍາກ.

ທ່ານ ໄຕ ກ່າວ​ຕໍ່ VOA ອີກວ່າ “ຜູ້​ບໍລິ​ໂພ​ກຊັ້ນ​ສູງ ເລີ້​ມປະ​ຖິ້ມ​ລົດ​ຍີ່​ຫໍ້​ຕ່າງປະ​ເທດ ​ແລະ ຫັນ​ມາ​ໃຊ້​ລົດ​ລະດັບສູງພາຍ​ໃນ​ປະ​ເທດ​ທີ່​ມີ​ລາຄາດີ​ກວ່າ​. ນີ້ບໍ່ແມ່ນການປັບຫຼຸດລະດັບການບໍລິໂພກ, ແຕ່ເປັນການສະທ້ອນເຖິງສະຖານະການ ໃນປັດຈຸບັນຫຼາຍກວ່າ, ເມື່ອຫຼາຍຄົນເລືອກທີ່ຈະບໍ່ເປີດເຜີຍຕົນເອງໃນການເລືອກປະເພດຂອງລົດທີ່ພວກເຂົາເຈົ້າຂັບ, ແລະສະແດງເຖິງຄວາມຮັກຊາດຂອງພວກເຂົາໂດຍການຂັບລົດຍີ່ຫໍ້ຫຼູຫຼາຂອງປະເທດ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG