ຮ່ອງຮອຍຂອງເສດຖະກິດຈີນໄດ້ຂະຫຍາຍໄປທົ່ວຢູໂຣບໃນ
ຈັງຫວະທີ່ແຮງກ້າ ຊຶ່ງໄດ້ກໍ່ໃຫ້ເກີດ ຄວາມເປັນຫ່ວງເປັນໃຍ
ຂອງການເຂົ້າໄປຮອດໄປເຖິງທະວີບດັ່ງກ່າວຂອງປັກກິ່ງ.
ໃນຮອບຫຼາຍໆເດືອນທີ່ຜ່ານມານີ້ ບັນດາບໍລິສັດຂອງຈີນໄດ້
ລົງນາມໃນຂໍ້ຕົກລົງ ທີ່ຈະສ້າງເຕົ້າແຍກນິວເຄລຍໃນອັງກິດ
ຊື້ຮຸ້ນສ່ວນໃນທ່າກຳປັ່ນຂອງ Greek ແລະໄດ້ເຂົ້າຮ່ວມ ທະ
ນາຄານຂອງຢູໂຣບ ເພື່ອການບູລະນະສ້າງສາແລະການພັດ
ທະນາຫລື EBRD.
ການເຄື່ອນໄຫວທີ່ເປັນບັນຫາໂຕ້ແຍ້ງນີ້ ແມ່ນກ່ຽວຂ້ອງກັບການໃຫ້ຄວາມອຸບປະຖຳທີ່ລົງນາມໂດຍບໍລິສັດຈີນ ກັບສັນນິບາດເຕະບານຂອງປອກຕຸຍການ ໃນວັນຈັນວານນີ້. ມັນຍັງໄດ້ບັງຄັບໃຫ້ສະຫະພັນເຕະບານນີ້ ຮັບເອົານັກເຕະບານຂອງຈີນເຂົ້າໃນທີມ ທີ່ວ່າຈະມີນັກເຕະບານຈີນ 1 ຄົນ ໃນແຕ່ລະທີມ ຂອງຈຳນວນທັງໝົດ 10 ທີມນຳດ້ວຍ ຊຶ່ງນີ້ ຍັງຜົນໃຫ້ມີການປະທ້ວງຈາກເຈົ້າໜ້າທີ່ແລະນັກເຕະບານບາງຄົນ.
ຜົນສະທ້ອນຂອງຄວາມໄຝ່ຝັນຈີນໃນຢູໂຣບ ກໍແມ່ນຂະຫຍາຍຄວາມກະຕືລືລົ້ນ ຂອງອັນທີ່ເອີ້ນວ່າ ໂຄງການສາຍພານດຽວ ຖະໜົນດຽວ ໃນທົ່ວທະວີບຢູໂຣບນັ້ນ.
ອົງປະກອບບາງຢ່າງຂອງວິໄສທັດທີ່ກວ້າງໃຫຍ່ນີ້ ແມ່ນໄດ້ກາຍມາເປັນຄວາມຈິງແລ້ວ ໃນຂະນະທີ່ຫຼາຍໆເມືອງຂອງຈີນ ແມ່ນໄດ້ເຊື່ອມໂຍງກັບບາງສ່ວນໃນຢູໂຣບ ດ້ວຍທາງລົດໄຟອັນມີ ເມືອງ Suzhou ຂອງຈີນແມ່ນເຊື່ອມໂຍງກັບນະຄອນ Warsaw, ເມືອງ Liangyu-
gang ເຊື່ອມຕໍ່ກັບເມືອງ Rotterdam, Chengdu ຫາເມືອງ Lodz, ເມືອງ Chongqing ເຊື່ອມຕໍ່ກັບເມືອງ Duisburg, ເມືອງ Yiwu ເຊື່ອມຕໍ່ກັບນະຄອນ Madrid ແລະເມືອງ Zhengzhou ເຊື່ອມຕໍ່ກັບເມືອງ Hamburg.