ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະທານປະເທດຈີນ ຢ້ຽມຢາມຢູໂຣບ


ທ່ານຫຸຈິນເຖົາປະທານປະເທດຈີນຢ້ຽມຢາມຢູໂຣບ.
ວັນທີ 31 ຕຸລາ 2011.
ທ່ານຫຸຈິນເຖົາປະທານປະເທດຈີນຢ້ຽມຢາມຢູໂຣບ. ວັນທີ 31 ຕຸລາ 2011.

ທ່ານ​ ຫູ​ຈິນ​ເຖົາ ປະທານ​ປະ​ເທດ​ຈີນ​ ກໍາລັງ​ຢູ່​ໃນ​ອອສ​ເຕຣຍ​ເພື່ອ​ທໍາການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ ຖ້າມກາງ​ຮ່ອງຮອຍ​ຕ່າງໆ​ທີ່​ວ່າ​ກຸງ​ປັກ​ກິ​ງພວມຊອກ​ຫາ​ການ​ຍິນ​ຍອມ​ຄັ້ງ​ສໍາ​ຄັນ ເພື່ອ​ເປັນ​ການ​ແລກປ່ຽນກັບ​ການທີ່​ຈີນ​ໄປ​ລົງທຶນ​ໃນ​ກອງທຶນ​ຊ່ອຍ​ກູ້​ໜີ້​ສິນ​ໃນ​ຢູ​ໂຣບນັ້ນ.

ທ່ານ​ຫູ​ຈິນ​ເຖົາ​ເດີນທາງ​ໄປ​ຮອດ​ກຸງ​ວຽນ​ໃນ​ແລງ​ວັນ​ອາທິດ​ວານ​ນີ້ ​ແລະໄດ້ທໍາ​ການ​ພົບ​ປະກັນ​ຮອບ​ທໍາ​ອິດ​ກັບ​ປະທານາທິບໍດີ Heinz Fischer ໃນ​ວັນ​ຈັນ​ມື້​ນີ້. ອົງການ​ຂ່າວ​ຊິນ​ຫົວ​ຂອງທາງ​ການ​ຈີນ​ກ່າວ​ວ່າ ຜູ້​ນໍາ​ຈີນ​ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ ​7 ​ສະບັບ​ກ່ຽວ​ກັບ​ການ​ຄ້າ​ແລະ​ເລື້ອງ​ອື່ນໆ.

ການ​ຢ້ຽມຢາມ​ດັ່ງກ່າວ​ມີ​ຂຶ້ນ​ກ່ອນ​ກອງ​ປະຊຸມ​ທີ່ສໍາຄັນທີ່​ຈະ​ມີ​ຂຶ້ນ​ໃນ​ວັນ​ພະຫັດ​ນີ້​ທ່ີ​ເມືອງ Cannes ປະ​ເທດ​ຝຣັ່ງ ຂອງ​ກຸ່ມ G-20 ຂອງພວກປະ​ເທດ​ທີ່ພັດທະນາ​ແລ້ວ​ ແລະທີ່​ກໍາລັງໂຜ່​ໂຕ​ຂຶ້ນ​ມາ​ມີ​ອໍານາດ​ທາງເສດຖະກິດ​ ຊຶ່ງ​ໃນ​ກ​ອງປະຊຸມ​ດັ່ງກ່າວ​ນີ້ ຄາດ​ວ່າ​ຈີນ​ຈະ​ປະ​ເຊີນ​ກັບ​ການ​ກົດ​ດັນ​ໃຫ້ໄປ​ລົງທຶນ​ຈໍານວນ​ຫລາຍ​ເຖິງ 100 ຕື້​ໂດ​ລາ​ໄດ້​ໃນ​ກອງ​ທຶນ​ຊ່ອຍ​ກູ້​ໜີ້ສິນ​ໃນ​ຢູ​ໂຣບທີ່​ຈັດ​ຕັ້ງ​ຂຶ້ນ​ມາ​ໃນ​ສັບປະດາ​ຜ່ານ​ມາ​ນີ້.

ບົດ​ວິຈານ​ບົດ​ນຶ່ງ​ໃນ​ວັນ​ຈັນ​ມື້​ນີ້​ໃນ​ໜັງສືພິມ China Daily ກ່າວ​ວ່າເພື່ອ​ເປັນ​ການ​ແລກປ່ຽນ​ກັນ​ນັ້ນ ຢູ​ໂຣບຄວນ​ຈະ​ຮັບ​ຮູ້​ຈີນ​ວ່າ ​ເປັນ​ເສດຖະກິດ​ຕະຫຼາດ​ຫລື​ເສລີ​ ທີ່​ກໍາລັງປັບປຸງ​ສະຖານະພາບ​ຂອງ​ຕົນ​ພາຍ​ໃຕ້ກົດ​ລະບຽບ​ການ​ຄ້າ​ສາກົນ ​ແລະຄວນລົດ​ຜ່ອນ​ຂໍ້​ຈໍາກັດ​ຮັດ​ແຄບ​ຕ່າງໆ​ກ່ຽວ​ກັບການ​ສົ່ງສິນຄ້າ​ປະ​ເພດ​ເທັກ​ໂນ​ໂລ​ຈີ​ຊັ້ນ​ສູງ​ຂອງ​ຕົນ​ໄປ​ຍັງ​ຈີນ​ນັ້ນ.

XS
SM
MD
LG