ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ສະໜັບສະໜຸນ ເງິນຢູໂຣ ຂອງສະຫະພາບຢູໂຣບ


ທ່ານ Zhou Xiaochuan ຫົວໜ້າທະນາຄານແຫ່ງຊາດຈີນ.
ວັນທີ 15 ກຸມພາ 2012.
ທ່ານ Zhou Xiaochuan ຫົວໜ້າທະນາຄານແຫ່ງຊາດຈີນ. ວັນທີ 15 ກຸມພາ 2012.


















ໃນ​ຂະນະ​ດຽວ​ກັນ ຈີນ​ກໍ​ໄດ້ໃຫ້ການ​ສະໜັບສະໜຸນ​ເງິນຕາ​ຮ່ວມ​ຂອງ ຢູ​ໂຣບທີ່ກໍາລັງ
ປະສົບ​ກັບ​ບັນຫາ​ຢູ່​ນັ້ນ ​ໃນ​ລະ​ຫວ່າງ​ການຢ້ຽມຢາມ​ກຸງປັກ​ກິ່ງ​ໂດຍ​ຄະນະ​ນໍາພາ​ຂອງ​
ສະຫະພາບ​ຢູ​ໂຣບນັ້ນ.

ທ່ານ Zhou Xiaochuan ຫົວໜ້າ​ທະນາຄານ​ແຫ່ງ​ຊາດ​ຈີນ ກ່າວໃນ​ວັນ​ພຸດ​ມື້​ນີ້​ວ່າ ຈີນ
ມີ​ຄວາມ​ເຊື້ອ​ໝັ້ນ​ໃນ​ເງິນ​ຢູ​ໂຣ ​ແລະ​ຈະ​ສືບ​ຕໍ່ລົງທຶນ​ ໃນ​ການ​ຊື້​ພັນທະບັດ​ແລະ​ຫລັກ​ຊັບ
ອື່ນໆ​ທີ່​ພວກ​ປະ​ເທດ​ສະມາຊິກ​ຂອງ​ສະຫະພາບ​ຢູ​ໂຣບນໍາ​ອອກ​ມາ​ຂາຍ​ນັ້ນ.

ໃນ​ຂະນະ​ທີ່​ທ່ານບໍ່​ໄດ້​ໃຫ້​ຄໍາ​ໝັ້ນ​ໝາຍ​ທີ່​ເຈະ​ຈົງ​ໃດໆນັ້ນ ທ່ານ Zhou ສະ​ເໜີ​ແນະ​ໃຫ້​ຮູ້​
ວ່າ ຈີນ​ຈະ​ດໍາ​ເນີນ​ງານ​ຜ່ານ​ກອງ​ທຶນ​ສາກົນ​ຫລື IMF ແລະ​ກອງ​ທຶນ​ຊ່ອຍ​ກູ້​ໜີ້​ສິນ​ສອງ
ກອງທຶນຂອງຢູ​ໂຣບ ​ເພື່ອ​ຊ່ອຍຄໍ້າປະກັນ​ເງິນຢູ​ໂຣທີ່​ປະ​ເຊີນ​ກັບ​ບັນຫາ​ນັ້ນ. ຖ້ອຍ​ຖະ​
ແຫຼ​ງຂອງ​ທ່ານ Zhou ນີ້​ໄດ້​ເນ້ນ​ໜັກ​ອີກ​ຄັ້ງ​ໃໝ່ ກ່ຽວ​ກັບ​ການສະ​ເໜີ​ແນະຂອງ​ນາຍົກ
ລັດຖະມົນຕີ​ເຫ​ວິ້ນ​ເຈຍ​ບາ​ວ ​ໃນ​ມື້ວານ​ນີ້.

ຖ້ອຍ​ຖະ​ແຫລ​ງຂອງ​ທ່ານ Zhou ນີ້​ໄດ້​ຊ່ອຍ​ສົ່ງເສີມ​ເງິນ​ຢູ​ໂຣ​ໃນ​ຕະຫຼາດເງິນຕາ​ລະຫວ່າງ
ຊາດ ​ແລະ​ໄດ້​ຮັບ​ການ​ສະ​ແດງ​ຄວາມ​ຍິນ​ດີ​ຈາກ​ພວກ​ຜູ້​ນໍາ​ປະ​ເທດ​ສະຫະພາບຢູ​ໂຣບ ທີ່
ກໍາລັງ​ຢູ່​ໃນ​ກຸງ​ປັກ​ກິ່ງ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ປະ​ຈໍາປີ​ນັ້ນ.

XS
SM
MD
LG