ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ຈີນໃຫ້ຄໍາໝັ້ນໝາຍ ທີ່ຈະໃຫ້ການຊ່ອຍເຫລືອ ແກ່ຢູໂຣບ


ຮອງປະທານປະເທດຈີນ ທ່ານ Xi Jinpin (ຊ້າຍ) ກໍາລັງ ຈັບມືກັບນາຍົກລັດຖະມົນຕີ Ireland ທ່ານ Enda Kenny, ທີ່ນະຄອນຫລວງ Dublin, Ireland, ວັນທີ 20 ກຸມພາ 2012.

ທ່ານ​ຊີ ຈິ້ນ​ຜິ​ງ ຮອງ​ປະທານ​ປະ​ເທດ​ຈີນ ທີ່​ກໍາລັງ​ຢ້ຽມຢາມ​ປະ​ເທດ Ireland ​ເປັນ​ມື້​ທີ​ສອງ​ ​ໄດ້ຖະ​ແຫລ​ງ​ເຖິງ​ຄວາມ​ໝາຍໝັ້ນ​ຂອງ​ຈີນຕໍ່​ ຢູ​ໂຣບ​ ແລະ​ກ່າວ​ຊໍ້າ​ອີກ​ວ່າ ກຸງ​ປັກ​ກິ່ງ​ກໍາລັງ​ພິຈາລະນາທໍາ​ການລົງທຶນ​ຕື່ມ​ອີກ ​ເພື່ອ​ຊ່ອຍ​ເຮັດ​ໃຫ້​ເງິນ​ຢູ​ໂຣທີ່​ພວມ​ປະ​ເຊີນ​ກັບ​ບັນຫານັ້ນ
ມີ​ສະຖຽນ​ລະ​ພາບ.

ໃນ​ການ​ໂອ້​ລົມ​ສົນທະນາ​ກັບ​ນາຍົກລັດຖະມົນຕີ Enda Kenny ​ໃນ ແລງ​ວັນ​ອາທິດ​ວານ​ນີ້ ທ່ານ​ຊີ ກ່າວ​ວ່າ ຈີນ​ສະໜັບສະໜຸນ​ສະຖຽນລະ​ພາບຂອງ​ເງິນ​ຢູ​ໂຣ​ແລະ​ເຂດ​ຢູ​ໂຣ.

ສ່ວນທ່ານ Kenny ກ່າວ​ວ່າ Ireland ມີ​ຄວາມ​ເຕັມ​ໃຈ​ທີ່​ຈະ​ສ້າງສາ​ຍພົວພັນທີ່​ໃກ້ຊິດ​ຂຶ້ນ​ກັບ​ຈີນ ​ແລະ​ຫວັງ​ວ່າ​ຈະ​ມີ​ການ​ຮ່ວມ​ມື​ຫລາຍ​ຂຶ້ນໃນ​ດ້ານ​ການ​ຄ້າ ການ​ລົງທຶນ ການ​ສຶກສາ ການ​ກະ​ເສດ​ແລະ​ການທ່ອງທ່ຽວ.

ໃນ​ວັນ​ອາທິດ​ວານ​ນີ້​ເຊ່ນ​ກັນ ລັດຖະມົນຕີ​ການ​ເງິນ​ຍີ່ປຸ່ນ​ທ່ານ Jun Azumi ກໍ​ໄດ້​ພົບ​ປະ​ກັບ​ທ່ານ Wang Qishan ຮອງ​ນາຍົກລັດຖະມົນຕີ​ຈີນ​ທີ່​ກຸງ​ປັກ​ກິ​ງ ​ເພື່ອ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ການ​ຮ່ວມ​ມື​ດ້ານ​ການ​ເງິນ​ລະຫວ່າງ​ສອງ​ຝ່າຍ ​ແລະ​ເພື່ອ​ປະສານທ່າ​ທີກັນ​ກ່ຽວ​ກັບ​ການ​ຊ່ອຍ​ເຫລືອ​ຕໍ່​ຢູ​ໂຣບ​ ເພື່ອ​ຊ່ອຍ​ແກ້​ໄຂ​ວິ​ກິດ​ການໜີ້​ສິນ​ຂອງຢູ​ໂຣບນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ທັງ​ສອງ​ໄດ້​ຮັບປາກ​ທີ່​ຈະ​ຕອບ​ສະໜອງ​ຮ່ວມ​ກັນ​ ຕໍ່ຄໍາ​ຮ້ອງ​ຂໍ​ເງິນ​ໃດໆ​ຈາກ​ກອງ​ທຶນ​ສາກົນ​ຫລື IMF ຊຶ່ງ​ກໍາລັງ​ພິຈາລະນາຈະເພີ່ມຂຶ້ນ​ອີກເປັນຫລາຍ​ກວ່າ​ສອງ​ເທົ່າ​ໂຕ​ ​ເງິນ​ທຶນ​ຂອງ​ຕົນ​ສໍາ​ລັບ​ຊ່ອຍ​ເຫລືອ​ປະເທດ​ຕ່າງໆ​ ຮັບ​ມື​ກັບ​ວິ​ກິດ​ການ​ໃນ​ເຂດຢູໂຣ ນັ້ນ.

XS
SM
MD
LG