ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມ ສຸດຍອດ ທຸລະກິດ ສະຫະພາບຢູໂຣບ ແລະຈີນ


ປະທານສະຫະພາບຢູໂຣບ ທ່ານ Herman Van Rompuy (ຊ້າຍ) ພວມກ່າວຄຳປາໄສ ຢູ່ຖັດຈາກປະທານຄະນະກຳມະການ ສົ່ງການເສີມການຄ້ານາໆຊາດຂອງຈີນ ທ່ານ Wan Jifei (ທີ 2 ຈາກຊ້າຍ) ໃນລະຫວ່າງກອງປະຊຸມສຸດຍອດທຸລະກິດ ອີຢູ-ຈີນ ຄັ້ງທີ 9 ທີ່ສາລາປະຊາຊົນ ໃນກຸງປັກກິ່ງ (21 ພະຈິກ 2013)
ປະທານສະຫະພາບຢູໂຣບ ທ່ານ Herman Van Rompuy (ຊ້າຍ) ພວມກ່າວຄຳປາໄສ ຢູ່ຖັດຈາກປະທານຄະນະກຳມະການ ສົ່ງການເສີມການຄ້ານາໆຊາດຂອງຈີນ ທ່ານ Wan Jifei (ທີ 2 ຈາກຊ້າຍ) ໃນລະຫວ່າງກອງປະຊຸມສຸດຍອດທຸລະກິດ ອີຢູ-ຈີນ ຄັ້ງທີ 9 ທີ່ສາລາປະຊາຊົນ ໃນກຸງປັກກິ່ງ (21 ພະຈິກ 2013)
ພວກຜູ້ນຳຂອງຈີນ ແລະ ສະຫະພາບຢູໂຣບ ເລີ້ມການເຈລະຈາ
ທີ່ແນໃສ່ເພື່ອຫາທາງເສີມຂະຫຍາຍການລົງທຶນຊຶ່ງມີຢູ່ຂ້ອນຂ້າງ
ນ້ອຍໃນເວລານີ້ລະຫວ່າງຄູ່ການຄ້າທີ່ສຳຄັນທັງສອງ.

ໃນການຖະແຫຼງຢູ່ກອງປະຊຸມສຸດຍອດເປັນເວລານຶ່ງມື້ ທີ່ກຸງປັກ
ກິ່ງໃນວັນພະຫັດວານນີ້ ປະທານສະຫະພາບຢູໂຣບ ທ່ານ Her-
man Van Rompuy ກ່າວວ່າ ການຫຼັ່ງໄຫຼໄປມາໃນການລົງທຶນ
ລະຫວ່າງຈີນແລະສະຫະພາບຢູໂຣບແມ່ນຕໍ່າຫຼາຍເມື່ອເວົ້າເຖິງ
ການຮວມໂຕ ລະຫວ່າງເສດຖະກິດ ຂອງເຂົາເຈົ້າ. ທ່ານເວົ້າວ່າ
ເຂົາເຈົ້າສາມາດເພີ້ມການລົງທຶນສອງຝ່າຍດ້ວຍການຕົກລົງກ່ຽວ
ກັບການຄຸ້ມຄອງພວກນັກລົງທຶນ.

ສະຫະພາບຢູໂຣບ ຢາກໃຫ້ລັດຖະບານຈີນ ຄໍ້າປະກັນທາງດ້ານ
ກົດໝາຍຕໍ່ບໍລິສັດຕ່າງໆຂອງຢູໂຣບທີ່ລົງທຶນຢູ່ໃນຈີນ. ນອກນັ້ນ
ສະຫະພາບຢູໂຣບ ຍັງຕ້ອງການເພີ້ມຊ່ອງທາງໃນການເຂົ້າເຖິງ
ຂອງພວກນັກລົງທຶນຕໍ່ຕະຫຼາດຈີນນຳດ້ວຍ.

ການຄ້າຂາຍລະຫວ່າງຈີນ ແລະສະຫະພາບຢູໂຣບ ໄດ້ເພີ້ມຂຶ້ນຢ່າງຫຼວງຫຼາຍ ໃນໄລຍະ
ສອງສາມປີຜ່ານມານີ້. ສະຫະພາບຢູໂຣບທີ່ມີສະມາຊິກປະກອບດ້ວຍ 28 ປະເທດແມ່ນ ຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງຈີນຂະນະທີ່ຈີນເປັນຄູ່ການຄ້າທີ່ໃຫຍ່ອັນດັບສອງຂອງສະຫະ ພາບຢູໂຣບ ຮອງຈາກສະຫະລັດ.

ນາຍົກລັດຖະມົນຕີຈີນທ່ານ Li Keqiang ກ່າວວ່າ ປັກກິ່ງຕ້ອງການທີ່ຈະເພີ້ມການຄ້າ
ທັງໝົດກັບສະຫະພາບຢູໂຣບ ຂຶ້ນເປັນ 1 ພັນຕື້ໂດລາ ພາຍໃນປີ 2020. ທ່ານ Li ຮຽກ ຮ້ອງໃຫ້ສະຫະພາບຢູໂຣບ ເພີ້ມການສົ່ງອອກ ຜະລິດຕະພັນຮາຍເທັກ ໄປຍັງຈີນ ເພື່ອ ຊ່ອຍໃຫ້ບັນລຸເປົ້າໝາຍດັ່ງກ່າວ.

ທ່ານ Van Rompuy ກ່າວວ່າ ທັງສອງຝ່າຍຄວນສະໜອງໃຫ້ກັນແລະກັນ ມີການຄ້າ ຂາຍໃນລະດັບດຽວກັນ ມີຄວາມໂປ່ງໃສ ແລະມີຄວາມເຊື່ອໝັ້ນຕໍ່ກົດໝາຍ.
XS
SM
MD
LG