ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ​​ສ້າງຖາ​ນະ 'ນຳ​ໜ້າ​ສູງ' ໃນ​ດ້ານເທັກ​ໂນ​ໂລ​ຈີ ທາງ​ການ​ທະ​ຫານ


(ພາບ​ໃນ​ແຟ​ມ) ພາ​ຫະ​ນະ​ບັນ​ທຸກ​ລູກ​ສອນ​ໄຟ​ໄວ​ກວ່າ​ສຽງ​ໄດ້​ແລ່ນ​ຜ່ານຈະ​ຕຸ​ລັດ​ທຽນ​ອັນ​ເໝິນໃນ​ໄລ​ຍະ​ທີ່​ມີ​ການ​ສວນ​ສະ​ໜາມ​ຂອງ​ທະ​ຫານໃນ​ການສະ​ຫລອງວັນ​ຄົບ​ຮອບ 70 ປີ​ຂອງ​ການ​ສ້າງ​ຕັ້ງສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນໃນັວນ​ຊາດ​ຂອງ​ຈີນ, ວັນ​ທີ 1 ຕຸ​ລາ, 2019 ທີ່​ນະ​ຄອນ​ຫລວງ​ປັກ​ກິ່ງ.
(ພາບ​ໃນ​ແຟ​ມ) ພາ​ຫະ​ນະ​ບັນ​ທຸກ​ລູກ​ສອນ​ໄຟ​ໄວ​ກວ່າ​ສຽງ​ໄດ້​ແລ່ນ​ຜ່ານຈະ​ຕຸ​ລັດ​ທຽນ​ອັນ​ເໝິນໃນ​ໄລ​ຍະ​ທີ່​ມີ​ການ​ສວນ​ສະ​ໜາມ​ຂອງ​ທະ​ຫານໃນ​ການສະ​ຫລອງວັນ​ຄົບ​ຮອບ 70 ປີ​ຂອງ​ການ​ສ້າງ​ຕັ້ງສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນໃນັວນ​ຊາດ​ຂອງ​ຈີນ, ວັນ​ທີ 1 ຕຸ​ລາ, 2019 ທີ່​ນະ​ຄອນ​ຫລວງ​ປັກ​ກິ່ງ.

ການ​ຄົ້ນ​ຄວ້າ​ຂອງ​ຈີນ​ກ່ຽວ​ກັບ​ເທັກ​ໂນ​ໂລ​ຈີ​ດ້ານການ​ທະ​ຫານ​ທີ່​ສໍາ​ຄັນ​ບາງ​ຢ່າງ​ແມ່ນ​ກ້າວ​ໄກ​ຫລາຍ​ຈົນ​ເຖິງຂັ້ນ​ວ່າ ​ສະ​ຫະ​ລັດ​ແລະ​ພັນ​ທະ​ມິດ​ທີ່​ສໍາ​ຄັນ​ຂອງຕົນ​ອາດ​ຈະ​ບໍ່​ສາ​ມາດ​ຕາມທັນ​ໄດ້, ອີງ​ຕາມ​ການ​ວິ​ໄຈ​ໃຫມ່ໂດຍອົງ​ການ​ຄົ້ນ​ຄວ້າ​ຂອງ​ອອ​ສເ​ຕຣ​ເລຍ​.

ສະຖາບັນນະໂຍບາຍຍຸດທະສາດຂອງອອ​ສເ​ຕຣ​ເລຍ ຫລື ASPI ໄດ້ເຜີຍ​ແຜ່ຜົນ ການຄົ້ນຄວ້າຂອງຕົນໃນວັນອັງຄານມື້ນີ້ ​ທີ່ອີງໃສ່ການທົບທວນ 10 ເປີ​ເຊັນຂອງ ບົດຄົ້ນ​ຄວ້າທີ່ຖືກອ້າງເຖິງຫລາຍທີ່ສຸດນັ້ນ ສະຫຼຸບວ່າ ຈີນນໍາໜ້າໃນ 19 ປະ​ເພດ​ຂອງ​ທັງ​ໝົດ 23 ປະ​ເພດຫຼັກ, ລວມທັງບາງປະເພດທີ່ມີແນວໂນ້ມທີ່ຈະມີບົດບາດ ສໍາຄັນໃນການ​ຜັກ​ດັນ​ຂອງປັກ​ກິ່ງໃຫ້ໂດດ​ເດັ່ນ​ທາງດ້ານ​ການ​ທະ​ຫານ​ໃນຂົງ​ເຂດ​ອິນ​ໂດ​-ປາ​ຊີ​ຟິກ ​ແລະ​ນອກເໜືອ​ຈາກ​ນັ້ນອີກ.

"ຈີນ​ມີການນໍາໜ້າ​ສູງໃນ​ດ້ານ​ເທັກ​ໂນ​ໂລ​ຈີ​ໄວ​ກວ່າ​ສຽງ, ອຸ​ປະ​ກອນ​ເອ​ເລັກ​ໂທຣ​ນິກ​ທີ່​ໃຊ້​ເຮັດ​ສົງ​ຄາມ ແລະຄວາມສາ​ມາດ​ໃນ​ການ​ປະ​ຕິ​ບັດ​ງານຢູ່​ໃຕ້​ນ້ຳ​ທະ​ເລ​ທີ່​ສຳ​ຄັນ” ນັ້ນ​ຄື​ສິ່ງ​ທີ່ການຄົ້ນ​ຄວ້າຂອງ ASPI ຄົ້ນພົບ ພ້ອມ​ຍັງ​ເຕືອນ​ອີກວ່າ “ການ​ນຳ​ໜ້າ ຂອງ​ຈີນ​ແມ່ນ​ໜັກ​ແໜ້ນຫຼາຍຈົນ​ເຖິງ​ຂັ້ນ​ວ່າມັນສ້າງຄວາມສ່ຽງອັນໃຫຍ່ຫຼວງທີ່ວ່າ ຈີນອາດຈະຄອບງຳຄວາມກ້າວຫນ້າທາງເທັກໂນໂລຈີໃນດ້ານເຫຼົ່ານີ້ໃນອະນາຄົດ."

ການວິໄຈ​ຍັງໄດ້ພົບອີກວ່າ ສໍາລັບອຸ​ປະ​ກອນ​ໄວ​ກວ່າ​ສຽງນັ້ນ 9 ໃນ 10 ສະຖາບັນ ຄົ້ນຄ້ວາຊັ້ນນໍາແມ່ນຕັ້ງຢູ່ໃນປະເທດຈີນໃນຂະນະທີ່ຈີນເປັນບ່ອນຕັ້ງຂອງທັງຫມົດ 10 ສະຖານຄົ້ນຄ້ວາຊັ້ນນໍາສໍາລັບເຮືອ​ບິນບໍ່​ມີ​ຄົນ​ຂັບໃຕ້ທະເລ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG