ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານແຄຣີ ຕຳນິຕິຕຽນ ຈີນ ທີ່ເຮັດໃຫ້ທະເລຈີນໃຕ້ ກາຍເປັນ ເຂດ “ການ​ແຂ່ງຂັນ​ທາງທະຫານ”


ຮູບຖ່າຍຈາກດາວທຽມເມື່ອໄວໆມານີ້ ສະແດງໃຫ້ເຫັນ ການກໍ່ ສ້າງຢູ່ເກາະ Woody ໃນເຂດໝູ່ເກາະ Paracel ໃນທະເລຈີນໃຕ້.
ຮູບຖ່າຍຈາກດາວທຽມເມື່ອໄວໆມານີ້ ສະແດງໃຫ້ເຫັນ ການກໍ່ ສ້າງຢູ່ເກາະ Woody ໃນເຂດໝູ່ເກາະ Paracel ໃນທະເລຈີນໃຕ້.

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerryໄດ້
ຕຳນິຕິຕຽນ ຈີນ ແລະ ໄດ້ກ່າວວ່າ ບໍ່​ຄວນເຮັດໃຫ້ທະເລຈີນ
ໃຕ້ ກາຍເປັນເຂດ “ການ​ແຂ່ງຂັນ​ ທາງທະຫານ” ຫຼັງຈາກ
ມີລາຍງານຂ່າວວ່າ ປັກກິ່ງ ໄດ້ສົ່ງລະບົບລູກສອນໄຟ ທີ່ຍິງ
ຈາກພື້ນດິນສູ່ອາກາດ ໄປປະຈຳການຢູ່ທີ່ເກາະແຫ່ງໜຶ່ງ ທີ່
ມີບັນຫາຂັດແຍ້ງກັນ ຊຶ່ງຕົນໄດ້ຄວບຄຸມຢູ່ໃນເສັ້ນທາງການ
ເດີນເຮືອ ທີ່ເປັນຍຸດທະສາດນັ້ນ.

ທ່ານ ແຄຣີ ໄດ້ເວົ້າໃນວັນພຸດວານນີ້ວ່າ “ພວກເຮົາໄດ້ເວົ້າ
ໄປ ຊ້ຳແລ້ວຊ້ຳອີກ ກ່ຽວກັບຈີນນັ້ນ ວ່າ ມາດຕະຖານ ທີ່
ຄວນນຳມາໃຊ້ ກັບປະເທດທັງໝົດ ກ່ຽວກັບທະເລຈີນໃຕ້
ກໍແມ່ນວ່າບໍ່ໃຫ້ມີການ​ແຂ່ງຂັນ​ທາງທະຫານ.”
ທ່ານໄດ້ໃຫ້ຂໍ້ສັງເກດ ໂດຍສະເພາະ ຄື
ການໃຫ້ຄຳໝັ້ນສັນຍາ ຂອງປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ທີ່ກ່າວວ່າ ບໍ່ໃຫ້ມີການ​
ແຂ່ງຂັນ​ທາງທະຫານ ຢູ່ໃນທະເລຈີນ​ໃຕ້ ​ໃນ​ເວລາທີ່ທ່ານ ໄດ້ເດີນທາງມາຢ້ຽມຢາມ ນະ
ຄອນຫຼວງວໍຊິງຕັນ ເມື່ອປີກາຍນີ້ ແລະ ໄດ້ພົບປະກັບປະທານາທິບໍດີ ບາຣັກ ໂອບາມາ.

ເຊີນຊົມ ຖະແຫລງການ ຂອງ ທ່ານ John Kerry ກ່ຽວກັບການເຄື່ອນໄຫວ ຂອງຈີນ

Kerry Slams China on Militarization of South Sea Island
please wait

No media source currently available

0:00 0:01:28 0:00

ທ່ານ ແຄຣີ ເວົ້າອີກວ່າ “ແຕ່ມີຫຼັກຖານຫຼາຍຢ່າງ ທຸກໆມື້ ທີ່ໄດ້ມີການເພີ້ມ ການທະຫານ
ບໍ່​ໃນ​ຮູບ​ໃດ​ກໍ​ໃນ​ຮູ​ບນຶ່ງ. ມັນເປັນເລື່ອງທີ່ໜ້າເປັນຫ່ວງຢ່າງຍິ່ງ. ພວກເຮົາໄດ້ສົນທະນາ
ກັນແລ້ວ ກ່ຽວກັບເລື່ອງເຫຼົ່ານີ້ ກັບຝ່າຍຈີນ ແລະ ຂ້າພະເຈົ້າ ໝັ້ນໃຈວ່າ ໃນລະຍະສອງ
ສາມມື້ຂ້າງໜ້າ ພວກເຮົາຈະໄດ້ມີການສົນທະນາກັນ ຢ່າງຈິງຈັງກ່ຽວ​ກັບເລື່ອງນີ້.”

ບັນດາເຈົ້າໜ້າທີ່ ສະຫະລັດ ຢູ່ທີ່ທຳນຽບຫ້າແຈ ບອກກັບວີໂອເອ ວ່າ ການສົ່ງລູກສອນໄຟ
ຂອງຈີນ ໄປປະຈຳການນັ້ນ ແມ່ນເປັນ “ເລື່ອງລັກສະນະທີ່ສະຫລັບຊັບຊ້ອນ” ຂອງບັນຫາ
ຂັດແຍ້ງກ່ຽວ​ກັບເຂດນ້ຳແດນດິນ ທີ່ກ່ຽວພັນກັບຫຼາຍປະເທດ ທີ່ມີເຂດແດນຕິດ​ກັບທະເລ
ຈີນໃຕ້. ແຫລ່ງຂ່າວວີໂອເອ ກ່າວຕື່ມວ່າ ສະຫະລັດ ແມ່ນກຳລັງຈັບ​ຕາເບິ່ງສະຖານະການ
ຢ່າງໃກ້ຊິດ.

ເກາະ Woody ຊຶ່ງເປັນສ່ວນນຶ່ງ ຂອງໝຸູ່ເກາະ Paracel ໃນທະເລຈີນໃຕ້
ເກາະ Woody ຊຶ່ງເປັນສ່ວນນຶ່ງ ຂອງໝຸູ່ເກາະ Paracel ໃນທະເລຈີນໃຕ້

ເຈົ້າໜ້າທີ່ສະຫະລັດອີກທ່ານໜຶ່ງ ບອກກັບວີໂອເອ ວ່າ ພວກລູກສອນ​ໄຟຂອງຈີນ ແມ່ນເປັນ
ພາກສ່ວນໜຶ່ງຂອງລະບົບປ້ອງກັນທາງອາກາດ HQ-9 ຊຶ່ງມີລັດສະໝີ​ ໃນ​ການປະຕິບັດການ
ເຖິງ 200 ກິໂລແມັດ.

ລູກສອນໄຟຂອງຈີນໄດ້ສົ່ງໄປເຖິງເກາະ Woody ຊຶ່ງເປັນເກາະນ້ອຍ ເກາະໜຶ່ງ ຢູ່ໃນບໍລິເວນ
ທີ່ຈີນໄດ້ທຳການຂະຫຍາຍມັນໃຫ້ໃຫຍ່ຂຶ້ນກວ່າເກົ່າ ໂດຍຜ່ານການຖົມດິນ ແລະວຽກງານ
ການກໍ່ສ້າງ ທີ່ໄດ້ລາຍງານໄປ ເປັນຄັ້ງທຳອິດ ໂດຍນັກຂ່າວຂອງຕາໜ່າງຂ່າວ Fox News
ທີ່ອີງຕາມພາບຕ່າງໆ ຈາກດາວທຽມ ທີ່ສະໜອງໃຫ້ໂດຍ ບໍລິສັດພົນລະເຮືອນ. ພາບເຫຼົ່ານັ້ນ
ສາມາດສະ​ແດງ​ໃຫ້ເຫັນ ​ໃນອັນທີ່ປາກົດວ່າ ລະບົບຍິງລູກສອນໄຟ ສອງອັນ ທີ່ບັນຈຸລູກ
ສອນໄຟ 8 ລູກ ແລະ ລະບົບເຣດ້າໜຶ່ງເຄື່ອງ.

ເຈົ້າໜ້າທີ່ຄົນນັ້ນ ບອກຜູ້ສື່ຂ່າວປະຈຳທຳນຽບຫ້າແຈ ວ່າ “ບໍ່ມີເຫດຜົນອັນໃດ ທີ່ຈະສົງໄສ
ພາບເຫຼົ່ານັ້ນເລີຍ.”

ລັດຖະມົນຕີຕ່າງປະເທດ ອອສເຕຣເລຍ ທ່ານນາງ Julie Bishop (ຊ້າຍ) ແລະ ລັດຖະມົນຕີຕ່າງປະເທດ ຈີນ ທ່ານ Wang Yi ຕັ້ງທ່າໃຫ້ ພວກຊ່າງຖ່າຍພາບ ໃນຂະນະທີ່ ທ່ານນາງ ເດີນທາງໄປປະຊຸມ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງປັກກິ່ງ, ວັນພຸດ ທີ 17 ກຸມພາ 2016.
ລັດຖະມົນຕີຕ່າງປະເທດ ອອສເຕຣເລຍ ທ່ານນາງ Julie Bishop (ຊ້າຍ) ແລະ ລັດຖະມົນຕີຕ່າງປະເທດ ຈີນ ທ່ານ Wang Yi ຕັ້ງທ່າໃຫ້ ພວກຊ່າງຖ່າຍພາບ ໃນຂະນະທີ່ ທ່ານນາງ ເດີນທາງໄປປະຊຸມ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງປັກກິ່ງ, ວັນພຸດ ທີ 17 ກຸມພາ 2016.
XS
SM
MD
LG