ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຕິດຕັ້ງ ລະບົບສູກສອນໄຟ ໃສ່ເກາະ Woody ໃນທະເລ ຈີນໃຕ້


ຮູບຖ່າຍຈາກດາວທຽມເມື່ອໄວໆມານີ້ ສະແດງໃຫ້ເຫັນ ການກໍ່ສ້າງຢູ່ເກາະ Woody ໃນເຂດໝູ່ເກາະ Paracel ໃນທະເລຈີນໃຕ້.
ຮູບຖ່າຍຈາກດາວທຽມເມື່ອໄວໆມານີ້ ສະແດງໃຫ້ເຫັນ ການກໍ່ສ້າງຢູ່ເກາະ Woody ໃນເຂດໝູ່ເກາະ Paracel ໃນທະເລຈີນໃຕ້.

ຈີນ ໄດ້ສົ່ງລະບົບລູກ​ສອນ​ໄຟ​ທີ່ຍິງຈາກພື້ນດິນສູ່ອາກາດ ທີ່ມີ
ຄວາມກ້າວໜ້າສູງໄປຍັງເກາະ ທີ່ມີການຂັດແຍ້ງກັນ ເຊິ່ງເຂົາ
ເຈົ້າໄດ້ອ້າງເອົາກຳມະສິດ ໃນທະເລຈີນໃຕ້ນັ້ນ ​ອັນເປັນການ
ເຄື່ອນໄຫວທີ່ເບິ່ງຄືວ່າ ຈະເພີ່ມຄວາມເຄັ່ງຕຶງຂຶ້ນລະຫວ່າງຈີນ
ແລະບັນດາປະເທດທີ່ຢູ່ໃກ້ຄຽງກັບພວກເຂົາເຈົ້າ.

ກະຊວງປ້ອງການປະເທດຂອງໄຕ້ຫວັນໄດ້ກ່າວໃນວັນພຸດມື້ນີ້
ວ່າ ​ໄດ້ມີ​ການ​ຕິດຕັ້ງລະບົບ​ລູກ​ສອນໄຟທີ່ເກາະ Woody ເຊິ່ງ
ເປັນສ່ວນນຶ່ງຂອງໝູ່ເກາະ Paracel ໃນທະເລຈີນໃຕ້. ຮູບພາບ
ທີ່ຖ່າຍ​ໂດຍ ບໍລິສັດດາວທຽມພົນລະເຮືອນ ໄດ້​ມີ​ການ​ເປີດ​ເຜີຍ
​ເປັນຄັ້ງທຳອິດ ໂດຍໂທລະພາບ Fox News ທີ່ມີຫ້ອງການຕັ້ງ
ຢູ່ໃນສະຫະລັດ ສະແດງໃຫ້ເຫັນລະບົບຍິງລູກ​ສອນ​ໄຟ​ແຕ່​ພື້ນດິນ​ຫາ​ອາກາດ 2 ອັນ ທີ່​ມີ​
ທັງ​ໝົດ 8 ລູກ ພ້ອມກັບລະບົບ​ເຣດ້າ ຖືກສົ່ງໄປທີ່ຊາຍຫາດຂອງ​ເກາະ​ດັ່ງກ່າວໃນວັນອາ
ທິດ ທີ່ຜ່ານມາ.

ລັດຖະມົນຕີການຕ່າງປະເທດຈີນ ທ່ານ Wang Yi ໄດ້ກ່າວ ຢູ່ທີ່ນະຄອນຫຼວງປັກກິ່ງວ່າ ລາຍງານຂ່າວກ່ຽວກັບການສົ່ງລູກສອນໄຟດັ່ງກ່າວ​ນີ້ ແມ່ນການ​ເສກ​ສັນປັ້ນແຕ່ງໂດຍສື່ ມວນຊົນຕາເວັນຕົກ ແລະບໍ່ໄດ້ໃຫ້​ເຫດຜົນ ​ທີ່ສະທ້ອນ​ເຖິງຄວາມເປັນຈິງຂອງກິດຈະກຳ ຂອງຈີນ ໃນທະເລຈີນໃຕ້ເລີຍ.

ເກາະ Woody ຊຶ່ງເປັນສ່ວນນຶ່ງ ຂອງໝຸູ່ເກາະ Paracel ໃນທະເລຈີນໃຕ້
ເກາະ Woody ຊຶ່ງເປັນສ່ວນນຶ່ງ ຂອງໝຸູ່ເກາະ Paracel ໃນທະເລຈີນໃຕ້

ທ່ານ Wang Yi ໄດ້ກ່າວວ່າ “ຂ້າພະເຈົ້າຫວັງວ່າ ສື່ມວນຊົນໃນທຸກໆແຫ່ງ ລວມທັງພວກ ທີ່ຢູ່ໃນບັນດາປະເທດຕາເວັນຕົກ ແລະ ອອສເຕຣເລຍ ຈະຫັນຈຸດສົນໃຈ ຂອງພວກທ່ານ ໄປທີ່ເຮືອນໄຟຍາມຝັ່ງ ທີ່ພວກເຮົາໄດ້ສ້າງໃສ່ໃນເກາະບາງແຫ່ງທີ່ພວກເຮົາກຳລັງໃຊ້ໃນ ທະເລຈີນໃຕ້ ເຊິ່ງຕອນນີ້ ມັນໄດ້ຖືກນຳໃຊ້ແລ້ວ ແລະມັນກໍມີປະໂຫຍດຫຼາຍ ໃນການຮັບ ປະກັນເຖິງຄວາມປອດໄພຂອງພວກເຮືອທີ່ເດີນທາງຜ່ານເຂດນ່ານນ້ຳດັ່ງກ່າວນັ້ນ. ແລະ
ທ່ານກໍຍັງສາມາດເອົາໃຈໃສ່ເພີ່ມເຕີມ ຕໍ່ສະຖານທີ່ພະຍາກອນສະພາບອາກາດແລະສະ ຖານທີ່ຕ່າງໆ ທີ່ພວກເຮົາກຳລັງວາງແຜນທີ່ຈະສ້າງ ເພື່ອສະໜອງບ່ອນຫຼົບລີ້ສຳລັບການ ໃຫ້ການຊ່ວຍເຫຼືອ ແລະກູ້ໄພ ແລະການຮັບ​ມື​ກັບເຫດສຸກເສີນໃຫ້ກັບພວກເຮືອຫາປາໃນ ນ່ານນ້ຳດັ່ງກ່າວນັ້ນ. ເພາະວ່າຂ້າພະເຈົ້າຄິດວ່າ ທັງໝົດນັ້ນແມ່ນການປະຕິບັດການຂອງ ຈີນໃນຖານະເປັນປະເທດທີ່ໃຫຍ່ທີ່ສຸດໃນທະເລຈີນໃຕ້ພວກເຮົາໄດ້ດຳເນີນການເພື່ອສະ ໜອງຜົນປະໂຫຍດໃຫ້ກັບສະທາລະນະ ແລະການບໍລິການຕໍ່ປະຊາຄົມສາກົນ ແລະຫຼິ້ນ ບົດບາດໃນແງ່ບວກຂອງຕົນຢູ່ທີ່ນັ້ນ.”

ພົນເຮືອເອກ Harry Harris ຂອງ​ສະຫະລັດ ​ເຊິ່ງ​ເປັນ​ຜູ້​ບັນຊາ​ການກຳລັງ​ສະຫະລັດ​ໃນ​ເຂດມະຫາສະໝຸດປາຊີຟິກ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ທີ່ນະຄອນຫຼວງໂຕກຽວວ່າ ການ
ສົ່ງລູກສອນໄຟໄປຍັງເກາະດັ່ງກ່າວ ​ແມ່ນສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ເຮັດ​ໃຫ້ທະເລຈີນໃຕ້
ກາຍ​ເປັນ​ເຂດ​ທີ່​ມີ​ການແຂ່ງຂັນ​ທາງ​ທະຫານໃນວິທີທີ່ປະທານປະເທດຈີນທ່ານ ສີ ຈິ້ນຜິງ ໄດ້ໃຫ້ສັນຍາໄວ້ວ່າ ຈະບໍ່ມີວັນເກີດຂຶ້ນນັ້ນ.

XS
SM
MD
LG