ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນປະກາດປະຢັດພະລັງງານ ແລະລົດຜ່ອນມົນລະພິດ


ແຜນທີ່ຈີນ
ແຜນທີ່ຈີນ


ອົງການຂ່າວທາງການຂອງຈີນ ລາຍງານໃນວັນຈັນມື້ນີ້ວ່າ
ປັກກິງ​ໄດ້ຕັ້ງເປົ້າໝາຍໃສ່ປີ 2011 ນີ້ ສໍາລັບ​ການປະ​ຢັດ
ພະລັງງານ​ແລະ​ການ​ຫລຸດຜ່ອນ​ການ​ປ່ອຍມົນ​ລະ​ພິດອອກ​
ຈາກ​ໂຮງງານອຸດສາຫະກໍາຕ່າງໆນັ້ນ.

ພວກເຈົ້າໜ້າທີ່ໄດ້ກ່າວກັບອົງການຂ່າວຊິນຫົວຂອງທາງ
ການຈີນວ່າທາງລັດຖະບານແມ່ນຈະຊອກຫາຊ່ອງທາງລົດ
ການໃຊ້ພະລັງງານແລະການປ່ອຍຄວັນກາກບອນ ລົງ​ໃຫ້
ໄດ້ 4% ຕໍ່ໜ່ວຍກິດນຶ່ງຂອງຜົນຜະລິດ​ດ້ານເສດຖະກິດ​ໃນ
ປີນີ້.

ລາຍງານຍັງໄດ້ກ່າວວ່າ ທາງລັດຖະບານໄດ້ໃຫ້ຄໍາໝັ້ນສັນ
ຍາວ່າ ຈະລົດການໃຊ້ນໍ້າຂອງໜ່ວຍ​ຜະລິດ​ສິນຄ້າອຸດສາ
ຫະກໍາ ທີ່​ມີ​ມູນຄ່າ​ເພີ່ມຂຶ້ນນັ້ນ ລົງເຖິງ 30% ພາຍໃນປີ
2015.

ກະຊວງອຸດສາຫະກໍາແລະ​ເທັກ​ໂນ​ໂລ​ຈີ​ດ້ານຂໍ້ມູນຂ່າວສານ ໄດ້ບອກກັບອົງການຂ່າວຊິນ​ຫົວ
ວ່າ ຂໍ້​ບັງຄັບໃໝ່ນີ້ ແມ່ນສູງກວ່າ​ເປົ້າ​ໝາຍທີ່ຕັ້ງໄວ້ໃນທ້າຍປີກາຍ​ນີ້ ສໍາລັບ​ປີ 2015 ນັ້ນ
ຊຶ່ງໄດ້ຮຽກຮ້ອງໃຫ້ຕັດການໃຊ້ພະລັງງານ​ແລະການປ່ອຍທາດກາກບອນລົງ​ໃຫ້​ໄດ້ 16%
ແລະຕັດການໃຊ້ນໍ້າລົງ 25%.

XS
SM
MD
LG