ຈີນໄດ້ອອກກົດໝາຍໃໝ່ ທີ່ບັງຄັບໃຫ້ພວກລູກເຕົ້າຜູ້ໃຫຍ່
ໃຫ້ຄວາມເອົາໃຈໃສ່ ອູ້ມຊູຊ່ອຍເຫຼືອ ພໍ່ແມ່ທີ່ຊະລາພາບຂອງ
ພວກເຂົາເຈົ້າ ທັງໃນດ້ານຈິດໃຈແລະການເງິນ ບໍ່ດັ່ງນັ້ນ
ກໍຈະຖືກປັບໄໝ ຫຼືຖືກໂທດຢ່າງອື່ນ. ກົດໝາຍດັ່ງກ່າວໄດ້ມີ
ຜົນບັງຄັບໃຊ້ໃນຕົ້ນເດືອນນີ້ ຊຶ່ງເພີ່ມພາລະໃໝ່ໃຫ້ແກ່ພວກ
ລູກໆໃນຍຸກລູກຄົນດຽວ ທີ່ອາໄສຢູ່ໃນຕົວເມືອງ ໃນການທີ່
ຈະຕ້ອງປະຕິບັດຕາມ ມາດຕະຖານແບບດັ້ງເດີມຕາມຮີດຄອງປະເພນີ ທີ່ຈະຕ້ອງຮັບຜິດຊອບ ດູແລເບິ່ງແຍງພໍ່ແມ່ນັ້ນ.
ຄອບຄົວຊາວຈີນແບບດັ້ງເດີມນັ້ນ ແມ່ນຈະຢູ່ດ້ວຍກັນ 3 ລຸ່ນ
ຄົນ ໃນຫຼັງຄາດຽວກັນ ແຕ່ວ່າສະພາວະເສດຖະກິດແລະຄວາມ
ກົດດັນທາງດ້ານວຽກງານ ໄດ້ພາໃຫ້ສະມາຊິກຄອບຄົວຕ້ອງ ແຍກຍ້າຍກັນໄປ ຄົນລະ
ທິດລະທາງ. ຄວາມຈໍາເປັນທີ່ຈະຕ້ອງຊອກຫາວຽກເຮັດງານທໍາ ຄວາມປາດຖະໜາຢາກດໍາເນີນອາຊີບທີ່ຕົນມັກ ແລະຄວາມຕ້ອງການຢາກມີອິດສະລະທາງການເງິນນັ້ນ ໄດ້ພາໃຫ້ພວກຄົນໜຸ່ມໜີອອກຈາກບ້ານເຮືອນໄປ ໂດຍປະໃຫ້ພໍ່ແມ່ທີ່ເຖົ້າແກ່ຕ້ອງຢູ່ຕາມລໍາພັງ.