ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ເສດຖະກິດຈີນ ຂະຫຍາຍຕົວ 7.4% ໃນໄຕມາດທີ 3 ຂອງປີນີ້


ຄົນງານປະກອບລົດ ທີ່ໂຮງງານຜະລິດລົດແຫ່ງນຶ່ງໃນເມືອງ Cixi ປະເທດຈີນ (21 ມິຖຸນາ 2012)
ຄົນງານປະກອບລົດ ທີ່ໂຮງງານຜະລິດລົດແຫ່ງນຶ່ງໃນເມືອງ Cixi ປະເທດຈີນ (21 ມິຖຸນາ 2012)
ເສດຖະກິດຈີນຂະຫຍາຍຕົວຂຶ້ນໃນອັດຕາ 7.4% ໃນໄຕມາດ
ທີ 3 ຂອງປີນີ້ ຊຶ່ງບໍ່ໄດ້ ຕາມເປົ້າໝາຍຂອງລັດຖະບານ ແລະ ເປັນອັດຕາຂະຫຍາຍຕົວທີ່ຊ້າສຸດ ນັບຕັ້ງແຕ່ໄດ້ ເກີດວິກິດ ການດ້ານການເງິນເປັນຕົ້ນມາ.

ຕົວເລກທີ່ໄດ້ເປີດເຜີຍໂດຍຫ້ອງການສະຖິຕິແຫ່ງຊາດໃນ
ວັນພະຫັດມື້ນີ້ ສະແດງໃຫ້ເຫັນ ວ່າ ເປັນສະພາບການທີ່
ຫຼຸດລົງເປັນໄຕມາດທີ 7 ລຽນຕິດ ສໍາລັບປະເທດທີ່ມີເສດ
ຖະກິດ ໃຫຍ່ອັນດັບສອງຂອງໂລກປະເທດນີ້.

ເຖິງແມ່ນວ່າອັດຕາຂະຫຍາຍຕົວ 7.4% ຖືວ່າເປັນອັດຕາ
ເພີ້ມຂຶ້ນທີ່ເຂັ້ມແຂງສໍາລັບຫຼາຍ ປະເທດທີ່ໄດ້ຮັບຜົນກະທົບ ຈາກວິກິດການທາງເສດຖະກິດ ແຕ່ຕົວເລກນີ້ແມ່ນຕໍ່າສໍາລັບ
ຈີນ ທີ່ມີອັດຕາຂະຫຍາຍຕົວສະເລ່ຍ 10% ມາໄດ້ຫລາຍທົດສະວັດ.

ແຕ່ທ່ານ ເຫວນ ເຈຍບາວ ນາຍົກລັດຖະມົນຕີຈີນ ຍັງມີຄວາມຫວັງໄປໃນແງ່ດີວ່າ ຈີນ ສາມາດບັນລຸເປົ້າໝາຍການຂະຫຍາຍຕົວຂຶ້ນໃນອັດຕາ 7.5% ໃນປີນີ້ ໂດຍໃຫ້ຄວາມ ເຫັນໃນວັນພຸດວານນີ້ວ່າ ເສດຖະກິດກໍາລັງມີຄວາມທຸ່ນທ່ຽງຂຶ້ນ ແລະ “ຂ້ອນຂ້າງດີ” ໃນ ໄລຍະສາມເດືອນມານີ້.

ຈາກຕົວເລກທີ່ນຳອອກເຜີຍແຜ່ ໃນວັນພະຫັດມື້ນີ້ ການຂະຫຍາຍຕົວຂອງຈີນໃນໄລຍະ 9 ເດືອນທໍາອິດຂອງປີ 2012 ແມ່ນຢູ່ໃນອັດຕາ 7.7% ຊຶ່ງໄດ້ເຮັດໃຫ້ນັກເສດຖະສາດ ຫລາຍຄົນເຫັນພ້ອມນໍາກັນວ່າ ຈີນບັນລຸຫລືລື່ນອັດຕາຂະຫຍາຍຕົວຢູ່ໃນເປົ້າໝາຍທີ່ຕັ້ງ ໄວ້.
XS
SM
MD
LG