ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກອງທຶນສາກົນ ກ່າວວ່າ ເສດຖະກິດຈີນ ຈະຊ້າລົງ


ກອງທຶນສາກົນ ຫລື IMF ກ່າວວ່າ ເສດຖະກິດຂອງຈີນ ກໍາລັງຂະຫຍາຍໂຕຊ້າລົງ.
ກອງທຶນສາກົນ ຫລື IMF ກ່າວວ່າ ເສດຖະກິດຂອງຈີນ ກໍາລັງຂະຫຍາຍໂຕຊ້າລົງ.

ກອງທຶນ​ສາກົນ ຫລື IMF ກ່າວ​ວ່າ ​ເສດຖະກິດ​ຂອງ​ຈີນ ກໍາລັງ​ຂະຫຍາຍ​ໂຕຊ້າ​ລົງ ​ໃນ
​ຂະນະ​ທີ່ຄວາມ​ຮຽກຮ້ອງຕ້ອງການສີນ​ຄ້າ​ອອກ ອ່ອນແອ​ລົງ ​ແລະ ການວາງບຸລິມະສິດ
ຄວາມ​ສໍາຄັນພາຍ​ໃນ​ປະ​ເທດ​ໃໝ່​ເພື່ອ​ໃຫ້​ມີ​ຄວາມ​ສົມ​ດຸນນັ້ນ​ສົ່ງ​ຜົນ​ສະທ້ອນ​ຕໍ່​ການ​ເຕີ​ບ
​ໂຕ​ຂອງ​ປະ​ເທດ.

​ໃນ​ລາຍ​ງານ​ທີ່​ນໍາ​ອອກ​ເຜີຍ​ແຜ່​ໃນ​ວັນ​ພຸດມື້​ນີ້ ອົງການ​ IMF ກ່າວ​ວ່າ ຕົນ​ຄາດ​ຄະ​ເນ​ວ່າ
​ເສດຖະກິດຂອງ​ຈີນ ຕະ​ເຕີບ​ໂຕ​ຊ້າລົງ ມາສູ່​ອັດຕາ 8 ​ເປີ​ເຊັນ​ໃນ​ປີ​ນີ້ ​ແລະ​ໄດ້ອ້າງ​ວິ​ກິດ​
ການໜີ້​ສີນ​ຂອງ​ເຂດ​ໃຊ້​ເງິນຢູ​ໂຣ ວ່າເປັນຄວາມ​ສ່ຽງ​ພາຍ​ນອກ​ທີ່​ສໍາຄັນ ຕໍ່​ເສດຖະກິດຈີນ.

ລາຍ​ງານ​ເວົ້າ​ວ່າ ຈີນ​ໄດ້​ທໍາ​ຄວາມ​ກ້າວໜ້າ​ໃນ​ການ​ລົດໄພ​ເງິນ​ເຟີ້​ລົງ ​ໃນ​ໄລຍະ​ ປີຜ່ານມາ​ນີ້ ​
ໂດຍ​ສະ​ເພາະ​ໃນ​ດ້ານລາຄາ​ອາຫານ​.(ຂ້າມ)

ກອງທຶນ​ສາກົນ ​ໄດ້ແນະ​ນໍາ​ຈີນ ​ໃຫ້​ຈີນ​ເຮັດ​ທຸກ​ຢ່າງ​ທີ່ສາມາດເຮັດ​ໄດ້ ເພື່ອ​ໃຫ້​ບັນລຸ​ເປົ້າ​
ໝາຍ​ການ​ເຕີບ​ໂຕຂອງ​ຕົນ ​ແລະ​ປະຕິບັດ​ງານ​ໄປ​ສູ່​ການຫັນປ່ຽນ​ເສ​ດ ຖະກິດ​ ​ໃຫ້​ກາງ​
ຕໍ່​ອາ​ໄສ​ການ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ ຫລາຍ​ຂຶ້ນ ​ແທນການ ສົ່ງ​ອອກ.

ລາຍ​ງານ​ຍັງ​ກ່າວ​ອີກ​ວ່າ ຄ່າ​ຂອງເງິນຢວນຂອງ​ຈີນ ​ແມ່ນ​ຖືກ​ກົດ​ໃຫ້​ຕໍ່າ​ກ່ວາລາຄາ
​ຕະຫລາດ ພໍປານ​ກາງ.

XS
SM
MD
LG