ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຂະຫຍາຍໂຕ ຂອງ ເສດຖະກິດຈີນ


ໃນເດືອນສິງຫານີ້ ພາກສ່ວນການຜະລິດຂອງຈີນ ໄດ້ດີຂຶ້ນ ເລັກນ້ອຍໂດຍໄດ້ຟື້ນໂຕຄືນຈາກການເຕີບໂຕຊ້າໃນເດືອນ ກ່ອນ.

ສະຫະພັນ ຄຸ້ມຄອງທຸລະກິດ ແລະການຊື້ຂອງຈີນ ກ່າວວ່າ ດັດຊະນີ ຄຸ້ມຄອງການຊື້ ຫຼື PMI ຂອງຕົນ ຊຶ່ງເປັນເຄື່ອງ ວັດແທກ ກ່ຽວກັບເສດຖະກິດ ການຜະລິດນັ້ນ ໄດ້ບັນລຸ 51.7% ໃນເດືອນແລ້ວນີ້ ສົມທຽບໃສ່ 51.2% ໃນເດືອນ ກໍລະກົດ.

ໂຕເລກໃດໆກໍຕາມ ທີ່ກາຍ 50% ຂຶ້ນໄປ ແມ່ນສະແດງ ໃຫ້ເຫັນວ່າ ພາກສ່ວນການຜະລິດ ໄດ້ມີການຂະຫຍາຍໂຕ.

ຍອດຜະລິດຮວມພາຍໃນ ຫຼື GDP ຂອງຈີນ ໄດ້ເຕີບໂຕຂຶ້ນ 10.3% ໃນໄຕຣມາດທີ 2 ຂອງປີ 2010 ຈາກໄລຍະດຽວກັນ ຂອງປີທີແລ້ວ ຊຶ່ງໄດ້ຕົກຮວບລົງ ຈາກລະດັບ 11.9% ໃນໄຕຣມາດທຳອິດ ຂອງປີນີ້.

ພວກນັກວິເຄາະເສດຖະກິດເຕືອນວ່າ ພາກສ່ວນການຜະລິດຂອງຈີນ ຈະເປັນຜູ້ໄດ້ຮັບ ຄວາມເສຍຫາຍ ຖ້າອຸບປະສົງ ຫຼືຄວາມຕ້ອງການສິນຄ້າ ຫາກຫຼຸດລົງ ຢູ່ໃນສະຫະລັດ ທີ່ຍັງສືບຕໍ່ດີ້ນຮົນຕໍ່ສູ້ ຫຼັງຈາກສະພາບ ເສດຖະກິດ​ໂລກ ຫຼຸດຖອຍລົງ.

XS
SM
MD
LG