ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຂາດດຸນການຄ້າ ຫຼາຍກວ່າ 31 ພັນລ້ານ ໂດລາ


ການສົ່ງອອກສິນຄ້າຂອງຈີນ
ການສົ່ງອອກສິນຄ້າຂອງຈີນ

ເຈົ້າໜ້າ​ທີ່​ຈີນລາຍ​ງານ​ໃນ​ວັນ​ເສົາ​ມື້ນີ້ວ່າ ​ໄດ້​ມີ​ການ​ຂາດ​ດຸນ​ການ​ຄ້າ​ຢ່າງໃຫຍ່ຫຼວງໃນ​ເດືອນ
ກຸມພາ​ຜ່ານມາ ຂະນະ​ທີ່​ການ​ນຳ​ເຂົ້າສິນຄ້າ ຫຼາຍກວ່າ​ການ​ສົ່ງ​ອອກ ຊຶ່ງ​ພາ​ໃຫ້​ມີ​ການ​ຂາດ
ດຸນ​ການ​ຄ້າ​ໃນ​ມູນ​ຄ່າ​ຫຼາຍທີ່​ສຸດ​ຢ່າງ​ນ້ອຍ​ໃນ​ຮອບ​ນຶ່ງ​ທົດສະ​ວັດ.

ຂໍ້​ມູນ​ດ້ານ​ພາສີ​ ສະ​ແດງ​ໃຫ້​ເຫັນ​ວ່າ ການ​ສົ່ງ​ອອກ​ສິນຄ້າ​ຂອງ​ຈີນ​ໃນ​ເດືອນ​ກຸມພາ​ຜ່ານ​ມານີ້
ມີ​ມູນ​ຄ່າ 114 ພັນ 500 ລ້ານ​ໂດ​ລາ ຂະນະການ​ນຳ​ເຂົ້າມີ​ຍອດຢູ່ 145 ພັນ 900 ລ້ານ​
ໂດລາ. ການ​ຂາດ​ດຸນ​ການ​ຄ້າ 31 ພັນ 400 ລ້ານ​ໂດລາ​ເປັນ​ການ​ຂາດດຸນການ​ຄ້າທີ່ໃຫຍ່
ທີ່​ສຸດນັບ​ແຕ່​ກາງ​ຊຸມ​ປີ 1990 ​ເປັນ​ຕົ້ນມາ​ ແລະເປັນ​ກໍລະນີ​ພິ​ເສດ​ທີ່​ບໍ່​ຄ່ອຍ​ໄດ້​ເຫັນ​ກັນ​ໃນ​
ການໄດ້ປຽນ​ດຸນ​ການ​ຄ້າ​ມູນ​ຄ່າ​ຫຼາຍພັນ​ລ້ານ​ໂດ​ລາ​ທີ່​ມີ​ມາ​ຢ່າງ​ຕໍ່​ເນື່ອງຂອງ​ຈີນ​ເມື່ອ​ໄວໆມາ
ນີ້.

ພວກ​ນັກວິ​ເຄາະ​ເວົ້າວ່າ ການ​ພະຍາຍາມ​ຂອງ​ຈີນ​ ທີ່​ຈະ​ຂາຍ​ສິນຄ້າໃຫ້​ແກ່​ບັນດາ​ຄູ່​ການ​ຄ້າ​
ໃນ​ປະ​ເທດ​ຕາ​ເວັນ​ຕົກ ​ບໍ່​ປະສົບກັບ​ຄວາມສຳ​ເລັດ ​ຍ້ອນ​ຜົນ​ກະທົບຈາກວິ​ກິດ​ການ​ໜີ້​ສິນໃນ
ເຂດ​ໃຊ້​ຢູ​ໂຣ ​ແລະ​ການ​ຟື້ນ​ໂຕ​ຄືນ​ທາງ​ດ້ານ​ເສ​ດຖະກິດ​ທີ່​ຍັງອ່ອນແອ​ຢູ່​ໃນ​ສະຫະລັດ.

XS
SM
MD
LG