ຈີນລາຍງານວ່າ ຕົນຂາດດຸນການຄ້າ 7 ພັນ 300 ລ້ານ
ໂດລາໃນເດືອນກຸມພາຜ່ານມາ ຊຶ່ງເປັນການຂາດດຸນການ
ຄ້າເທື່ອທຳອິດ ນັບແຕ່ເດືອນມີນາ ປີກາຍນີ້ ເປັນຕົ້ນມາ
ແລະເປັນການຂາດດຸນການຄ້າທີ່ໃຫຍ່ທີ່ສຸດໃນຮອບ 7 ປີ.
ພວກນັກວິເຄາະໃຫ້ເຫດຜົນ ກ່ຽວກັບການຂາດດຸນດັ່ງກ່າວ
ນີ້ວ່າເປັນຍ້ອນການຢຸດພັກໃນການຜະລິດເນື່ອງໃນໂອກາດ
ວັນຂຶ້ນປີໃໝ່ທາງຈັນທະຄະຕິຫລືກຸດຈີນແລະວ່າ ພວກເຂົາ
ເຈົ້າຄາດວ່າຈີນຈະກັບຄືນໄດ້ປຽບທາງດຸນການຄ້າໃນເດືອນ
ໜ້າ.
ພະແນກພາສີຂອງລັດຖະບານຈີນກ່າວວ່າ ການສົ່ງອອກໄດ້
ເພີ່ມຂຶ້ນແຕ່ພຽງ 2.4% ໃນເດືອນແລ້ວເມື່ອສົບທຽບໃສ່ໄລ
ຍະດຽວກັນ ຂອງປີກາຍ ຂະນະທີ່ການນຳເຂົ້າ ໄດ້ເພີ່ມຂຶ້ນ
19.4%.
ໂຕເລກດັ່ງກ່າວແມ່ນຕໍ່າກວ່າລະດັບຄາດໝາຍຂອງພວກນັກເສດຖະສາດທີ່ໄດ້ຕັ້ງໄວ້ 25%
ສຳລັບການເພີ່ມຂຶ້ນໃນການສົ່ງອອກຂອງຈີນແລະເພີ່ມຂຶ້ນ 30% ສຳລັບການນຳເຂົ້າ.
ໃນເດືອນມັງກອນຜ່ານມາ ຈີນໄດ້ປຽບທາງດ້ານການຄ້າ 6 ພັນ 500 ລ້ານໂດລາ. ສໍາລັບ
ເດືອນກຸມພານັ້ນພວກນັກເສດຖະສາດໄດ້ທຳນາຍວ່າຈີນຈະໄດ້ປຽບດຸນການຄ້າໃນຈໍານວນ
4 ພັນ 900 ລ້ານໂດລາ.