ຈີນກ່າວວ່າ ເສຖກິດຂອງຕົນ ໄດ້ຊັກຊ້າລົງ ໃນໄຕຼມາດທີ 2 ຂອງປີ 2010 ຍ້ອນລັດຖະບານ ໄດ້ນຳໃຊ້ ນະໂຍບາຍການເງິນ ທີ່ເຄັ່ງຄັດກວ່າເກົ່າ ເພື່ອປ້ອງກັນ ບໍ່ໃຫ້ເສດຖະກິດ ຂະຫຍາຍໂຕ ຫຼາຍໂພດ.
ກົມສະຖິຕິ ແຫ່ງຊາດ ຂອງລັດຖະບານຈີນ ກ່າວວ່າ ຍອດຜະລິດຮວມ ພາຍໃນ ຫຼື GDP ຂອງຈີນ ໄດ້ຂະຫຍາຍໂຕ 10.3% ໃນໄລຍະ ລະຫວ່າງ ເດືອນເມສາ ຫາເດືອນມິຖຸນາ. ໂຕເລກທີ່ວ່ານີ້ ແມ່ນໄດ້ຫຼຸດລົງ ຢ່າງຫຼວງຫຼາຍ ຈາກອັດຕາ ການເຕີບໂຕ 11.9% ສຳລັບ ໄຕຼມາດທຳອິດ ຂອງປີນີ້.
ໃນປີກາຍ ປັກກິ່ງ ໄດ້ອອກມາດຕະການ ຈຳນວນນຶ່ງ ເພື່ອນຳພາ ເສດຖະກິດ ໃຫຍ່ອັນດັບ 3 ຂອງໂລກ ຜ່ານຜ່າ ສະພາບເສດຖະກິດ ຫຼຸດຖອຍຂອງໂລກ ຮວມທັງ ແຜນການກະຕຸກຊຸກຍູ້ ເສດຖະກິດ ມູນຄ່າ 586 ພັນລ້ານໂດລາ ແລະໃຫ້ ທະນາຄານຕ່າງໆ ກູ້ຢືມເງິນເພີ້ມຂຶ້ນ.
ທ່ານ SHENG LAIYUN ໂຄສົກ ຂອງກົມສະຖິຕິຈີນ ກ່າວຕໍ່ພວກນັກຂ່າວ ທີ່ນະຄອນຫຼວງ ປັກກິ່ງວ່າ ການຊັກຊ້າລົງ ໃນອັດຕາ ການເຕີບໂຕ ຂອງເສດຖະກິດ “ແບບເໝາະສົມ” ຈະປ້ອງກັນ ບໍ່ໃຫ້ເສດຖະກິດ ເຕີບໂຕໄວໂພດ ຊຶ່ງພວກກຳນົດ ນະໂຍບາຍ ຢ້ານວ່າ ອາດຈະ ພາໃຫ້ເກີດ ສະພາບເງິນເຟີ້ນັ້ນ.