ເຈົ້າໜ້າທີ່ຈີນກ່າວວ່າ ການເຕີບໂຕຂອງເສດຖະກິດໄດ້ຕົກຮວບສູ່ລະດັບຕໍ່າສຸດໃນຮອບສາມ
ປີ ໂດຍໄດ້ຮັບການຈ່ອງດຶງຈາກສະພາບຄວາມບໍ່ແນ່ນອນຂອງເສດຖະກິດໂລກ.
ອົງການສະຖິຕິແຫ່ງຊາດຂອງຈີນ ລາຍງານໃນວັນສຸກມື້ນີ້ວ່າ ເສດຖະກິດໄດ້ເຕີບ ໂຕ 7.6%
ໃນໄຕຣມາດທີສອງຂອງປີ 2012 ຄືໄດ້ຫຼຸດລົງຢ່າງຫຼວງຫຼາຍຈາກອັດຕາການເຕີບໂຕ 9.7%
ໃນໄລຍະດຽວກັນຂອງປີກາຍນີ້.
ໂຕເລກດັ່ງກ່າວແມ່ນຕໍ່າສຸດເປັນປະຫວັດການນັບຕັ້ງແຕ່ໄດ້ມີການເຕີບໂຕ 6.1 ເປີເຊັນ ໃນ
ໄຕຣມາດທີສອງຂອງປີ 2009.
ເຈົ້າໜ້າຈີນ ໄດ້ຖິ້ມໂທດການຂະຫຍາຍໂຕທີ່ອ່ອນແອລົງນີ້ ໃສ່ຄວາມຕ້ອງການຂອງປະເທດ
ຕ່າງໆທີ່ຫຼຸດຕໍ່າລົງໃນການຊື້ສິນຄ້າຂາອອກຂອງຈີນ ຕະຫຼອດທັງຄວາມຕ້ອງການພາຍໃນ
ປະເທດທີີ່ມີໜ້ອຍລົງນັ້ນ.